ສສຊ ສະເໜີໃຫ້ພິຈາລະນາການໃຊ້ຄໍາສັບ ໃນຮ່າງລັດຖະທໍາມະນູນ ສະບັບປັບປຸງ ໃຫ້ມີຄວາມຮັດກຸມ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 8 ຄັ້ງ | ເວລາ | 2025-03-19 17:25:23
ໃນວາລະການປະກອບຄໍາເຫັນ ຕໍ່ຮ່າງລັດຖະທໍາມະນູນ ປີ 2025 ທີ່ໄດ້ນໍາເຂົ້າມາສະເໜີ ພິຈາລະນາໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ມີນານີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ; ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຕາງກໍໄດ້ເອົາໃຈໃສ່ໃນການປະກອບຄໍາເຫັນຢ່າງມີຈຸດສຸມ ແລະ ກໍໄດ້ສະເໜີໃຫ້ພິຈາລະນາການໃຊ້ຄໍາສັບ ບາງຄໍາສັບໃນບາງມາດຕາ ເພື່ອໃຫ້ມີຄວາມຮັດກຸມ, ຈະແຈ້ງ, ສອດຄ່ອງ.
ທ່ານ ແດງ ປະທຸມທອງ ສສຊ ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ມີຄໍາເຫັນວ່າ: ກ່ອນອື່ນເປັນເອກະພາບເປັນຢ່າງສູງຕໍ່ຮ່າງລັດຖະທໍາມະນູນ ສະບັບປີ 2025 ໂດຍສະເພາະເຫັນດີ ແລະ ຊົມເຊີຍຕໍ່ ຄໍານໍາ ແລະ ສະໜັບສູນ ໜູນຕໍ່ມາດຕາ 11 ທີ່ຂຽນວ່າ “ຜືນແຜ່ນດິນອັນຄົບຖ້ວນ ສາທາລະນະລັດ ປະຊາຊທິປະໄຕ ປະຊາຊົນລາວ ເປັນສິ່ງທີ່ແສນຮັກ ແລະ ຫວງແຫນ ຊຶ່ງບໍ່ມີໃຜລ່ວງລໍ່າໄດ້”. ຕໍ່ກັບມາດຕາ 77 ວັກທີສອງ “ສະພາປະຊາຊົນທ້ອງຖິ່ນ ສ້າງຕັ້ງຂຶ້ນ ຕາມຂັ້ນຂອງການປົກຄອງທ້ອງຖິ່ນ ຊຶ່ງປະກອບດ້ວຍ ສະພາປະຊາຊົນຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຕາແສງ ອາດສ້າງຕັ້ງຂຶ້ນ ຕາມການຕົງລົງຂອງສະພາແຫ່ງຊາດ” ເຫັນວ່າຍັງບໍ່ທັນຈະແຈ້ງ ຢາກໃຫ້ຄະນະຮັບຜິດຊອບລະດັບຊາດ ໄດ້ພິຈາລະນາເບິ່ງຕື່ມ; ເນື່ອງຈາກຕາມການຄົ້ນຄ້ວາເບິ່ງຄໍາວ່າ: “ອາດ” ຍັງບໍ່ເຂົ້າໃນຄໍາວ່າ: “ອາດຈະ”, ເວົ້າເຖິງຄວາມເປັນໄປໄດ້ ແມ່ນ 20-40% ຫຼື ຄວາມເປັນໄປໄດ້ 60-70%, ຄໍາວ່າ: “ຄົງຈະ” ຄວາມເປັນໄປໄດ້ແມ່ນ 90-100%. ສະນັ້ນ, ຈະແມ່ນໃຜແທ້ອອກຂໍ້ຕົກລົງສ້າງຕັ້ງແມ່ນຍັງບໍ່ຈະແຈ້ງ ຈຶ່ງສະເໜີໃຫ້ພິຈາລະນາໃຊ້ຄໍາສັບຕື່ມ.
ທ່ານ ນາງ ວາລີ ເວດສະພົງ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ມີຄໍາເຫັນວ່າ: ຕໍ່ມາດຕາ 86 ວັກສອງ ທີ່ໄດ້ກໍານົດຄໍາວ່າ: “ສໍາລັບບ້ານ ແມ່ນການຈັດຕັ້ງຊຸມຊົນ”; ຄໍາວ່າ: “ບ້ານ ປະກອບດ້ວຍປະຊາຊົນ, ປະຊາຊົນ ແມ່ນຊຸມຊົນ” ແມ່ນເຫັນດີສະໜັບສະໜູນ, ຖ້າເຮົາໃສ່ການຈັດຕັ້ງຮາກຖານ ຄໍາສັບດັ່ງກ່າວ ສ່ວນຫຼາຍແມ່ນໃຊ້ຢູ່ໃນສາຍພັກ ແມ່ນບໍ່ເຫັນດີ. ຕໍ່ມາດຕາ 98 ກ່ຽວກັບການກໍານົດ ແລະ ສັບຊ້ອນຈັດລຽນທີ່ຕັ້ງ, ພາລະບົດບາດຂອງອົງການໄອຍະການເປັນອົງການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ແລະ ຕິດຕາມຂະບວນການເຄົາລົບ ແລະ ປະຕິບັດກົດໝາຍໃນການດໍາເນີນຄະດີຕາມຂະບວນຍຸຕິທໍາ ແມ່ນສ່ອດຄ່ອງທີ່ສຸດ ພ້ອມເຫັນດີສະໜັບສະໜູນ. ມາດຕາ 106 ຢາກໃຫ້ພິຈາລະນາຕື່ມ ໂດຍສະເພາະສິດ ແລະ ໜ້າທີ່ຂອງອົງການກວດກາແຫ່ງລັດ ແລະ ສະເໜີຕັດ “ຂໍ້ 6 ສະເໜີມາດຕະການ ແລະ ນິຕິການແກ້ໄຂຜົນຂອງການກວດກາ ໃຫ້ການຈັດຕັ້ງຂັ້ນເທິງ ເພື່ອພິຈາລະນາຕົກລົງ” ອອກ, ຍ້ອນອົງການກວດກາແຫ່ງລັດ ຖືວ່າເປັນອົງການທີ່ສໍາຄັນ, ກົມການເມືອງເປັນປະທານ ສະແດງໃຫ້ເຫັນວ່າພັກ-ລັດເຮົາ ໃຫ້ຄວາມສໍາຄັນຫຼາຍ ເພື່ອໃຫ້ປະຊາຊົນມີຄວາມໄວ້ເນື້ອເຊື່ອໃຈ, ມີຄວາມສັດທາ ແລະ ໜັ້ນໃຈ.
(ຂ່າວ: ວັນເພັງ, ພາບ: ຕຸໄລເພັດ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ