ສະເໜີ ຮ່າງລັດຖະທຳມະນູນ ສະບັບປັບປຸງ ປີ 2025 ໃຫ້ ສສຊ ພິຈາລະນາ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 11 ຄັ້ງ | ເວລາ | 2025-03-18 06:43:11
ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ຕາງໜ້າຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ໄດ້ລາຍງານການປັບປຸງລັດຖະທຳມະນູນ ປີ 2025 ຕໍ່ກອງປະຊຸມ ສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ມີນານີ້, ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ເພື່ອໃຫ້ ສະມາຊິກສະພາແຫ່ງຊາດ (ສສຊ) ປະກອບຄຳຄິດເຫັນໃສ່ ໃຫ້ມີເນື້ອໃນຮັດກຸມຂຶ້ນ.
ທ່ານ ຈະເລີນ ເຢຍປາວເຮີ ໄດ້ຍົກໃຫ້ເຫັນວ່າ: ລັດຖະທຳມະນູນ ປີ 2015 ຖືກຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງ ສະພາແຫ່ງຊາດ ຊຸດທີ VII ແລະ ປະກາດໃຊ້ຕາມລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 214/ປປທ, ລົງວັນທີ 15 ທັນວາ 2015 ຊຶ່ງເປັນສະບັບປັບປຸງຄັ້ງທີສອງ ແນໃສ່ບູລະນະອົງການອໍານາດລັດ ໃຫ້ມີຄວາມເຂັ້ມແຂງ, ມີປະສິດທິຜົນ, ມີການແບ່ງງານ, ມີການປະສານສົມທົບ ແລະ ຕິດຕາມ ກວດກາ ຊຶ່ງກັນ ແລະ ກັນ ລະຫວ່າງອົງການນິຕິບັນຍັດ, ອົງການບໍລິຫານ ແລະ ອົງການ ຕຸລາການ ຕາມກົນໄກການແບ່ງຂັ້ນຄຸ້ມຄອງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ລັດຖະທຳມະນູນ ປີ 2015 ໄດ້ກຳນົດເພີ່ມ ໝວດວ່າດ້ວຍສະພາປະຊາຊົນທ້ອງຖິ່ນ, ໝວດ ວ່າດ້ວຍການກວດສອບແຫ່ງລັດ ແລະ ໝວດວ່າດ້ວຍຄະນະກຳມະການເລືອກຕັ້ງ, ລັດຖະທຳມະນູນ ສະບັບນີ້ ເປັນກົດໝາຍພື້ນຖານອັນສໍາຄັນໃຫ້ແກ່ການປົກປັກຮັກສາປະເທດຊາດ, ຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ, ເປັນບ່ອນອີງໃນການສ້າງ ແລະ ປັບປຸງກົດໝາຍ; ການເສີມຂະຫຍາຍ ແລະ ປະຕິບັດສິດເປັນເຈົ້າປະເທດຊາດ, ສິດ ແລະ ປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ. ນັບແຕ່ມີລັດຖະທຳມະນູນ ສປປ ລາວ ເປັນຕົ້ນມາ, ລັດຂອງພວກເຮົາໄດ້ຕັ້ງໜ້າຜັນຂະຫຍາຍລັດຖະທຳມະນູນ ເປັນກົດໝາຍ ໄດ້ຈໍານວນ 169 ສະບັບ ແລະ ນິຕິກຳໃຕ້ກົດໝາຍ ເປັນຈຳນວນຫຼວງຫຼາຍ ຊຶ່ງເປັນເຄື່ອງມືໃຫ້ແກ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ສ້າງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍໃນທົ່ວສັງຄົມໃຫ້ສູງຂຶ້ນ, ຮັບປະກັນການເຊື່ອມໂຍງທາງ ດ້ານເສດຖະກິດກັບສາກົນ ແລະ ພາກພື້ນ, ຍົກສູງບົດບາດຂອງ ສປປ ລາວ ໃນເວທີສາກົນ, ຄຽງຄູ່ກັບດ້ານດີ ແລະ ຜົນສໍາເລັດ ທີ່ກ່າວມານັ້ນ, ການຈັດຕັ້ງປະຕິບັດລັດຖະທຳມະນູນ ຍັງມີຂໍ້ຄົງຄ້າງຈໍານວນໜຶ່ງ ຄື: ບາງຂໍ້ກຳນົດຂອງລັດຖະທຳມະນູນ ປີ 2015 ໂດຍສະເພາະກ່ຽວກັບອໍານາດລັດ ຍັງບໍ່ທັນສອດຄ່ອງກັບໜ້າທີ່ການເມືອງຂອງພັກ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນໄລຍະໃໝ່; ການຈັດຕັ້ງປະຕິບັດລັດຖະທຳມະນູນ ຂອງບັນດາອົງການອໍານາດລັດຂັ້ນຕ່າງໆ ມີຫຼາຍກໍລະນີ ຍັງບໍ່ທັນມີປະສິດທິພາບ, ປະສິທິຜົນ; ຄວາມຮັບຮູ້ເຂົ້າໃຈຕໍ່ລັດຖະທຳມະນູນ ຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ໃນລະບົບການເມືອງ ຍັງບໍ່ທັນເລິກເຊິ່ງ, ສະຕິ ເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ ທົ່ວສັງຄົມຍັງບໍ່ທັນສູງ; ການເສີມຂະຫຍາຍ ແລະ ປະຕິບັດສິດ, ປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ຕາມລັດຖະທຳມະນູນ ແລະ ກົດໝາຍ ຍັງບໍ່ທັນແຂງແຮງ ແລະ ເຂັ້ມງວດ.
ທ່ານກ່າວຕື່ມວ່າ: ເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງລັດຖະທຳມະນູນ ເພື່ອແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດລັດຖະທຳມະນູນ ທີ່ກ່າວມາຂ້າງເທິງ ແລະ ຈັດຕັ້ງປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 05/ຄບສພ, ມະຕິຂອງ ກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ ແລະ ຄໍາສັ່ງຄະນະເລຂາທິການສູນກາງພັກ ສະບັບເລກທີ 173/ຄລສພ ໃຫ້ປະກົດຜົນເປັນຈິງ, ກົມການເມືອງສູນກາງພັກ ໄດ້ອອກມະຕິວ່າດ້ວຍ ການແຕ່ງຕັ້ງຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ສະບັບເລກທີ 15/ກມສພ, ລົງ ວັນທີ 22 ພຶດສະພາ 2024 ເພື່ອຄົ້ນຄວ້າ ແລະ ປັບປຸງລັດຖະທຳມະນູນ ສະບັບເລກທີ 63/ສພຊ, ລົງວັນທີ 8 ທັນວາ 2015. ການປັບປຸງລັດຖະທຳມະນູນຄັ້ງນີ້ ເປັນການປັບປຸງຄັ້ງທີ 3 ໂດຍສຸມໃສ່ປະຕິບັດຕາມຈິດໃຈຊີ້ນໍາຂອງມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະ ໄໝທີ XI (ຄັ້ງວັນທີ 28 ຕຸລາ ຫາ 6 ພະຈິກ 2024) ແນໃສ່: ປັບປຸງລະບົບອຳນາດແຫ່ງລັດ ໃຫ້ມີປະສິດທິພາບສູງ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ແນໃສ່ ສ້າງພື້ນຖານທາງດ້ານກົດໝາຍ ກໍຄືນິຕິກຳທີ່ຈະວາງອອກໃນຕໍ່ໜ້າ ໃຫ້ຮັບປະກັນແນວທາງການເມືອງຂອງພັກ, ການຄຸ້ມຄອງ-ບໍລິຫານລັດໃນໄລຍະໃໝ່, ປັບປຸງບາງໝວດ, ບາງມາດຕາ ເພື່ອຮັບປະກັນ ຫຼື ຮອງຮັບແນວທາງການເມືອງຂອງພັກ ແລະ ແນວທາງການຈັດຕັ້ງ, ການຄຸ້ມຄອງ-ບໍລິຫານລັດໃນໄລຍະໃໝ່ ກໍຄືແນວທາງປ່ຽນແປງໃໝ່ໃນຊຸມປີຕໍ່ໜ້າ ໂດຍສະເພາະໃນສະໄໝທີ XII ຂອງພັກ ຫາກບໍ່ແມ່ນປັບປຸງທັງໝົດເນື້ອໃນຂອງລັດຖະທຳມະນູນ, ມີເນື້ອໃນສອດຄ່ອງກັບບັນດາເນື້ອໃນຂອງໂຄງການການເມືອງຂອງພັກ ສະບັບທີ 3, ຮ່າງ ລາຍງານການເມືອງທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ ສະໄໝທີ XII ຂອງພັກ, ມະຕິ 05/ຄບສພ, ມະຕິ 04/ກມສພ ແລະ ຄຳສັ່ງ 173/ຄລສພ.
ຮ່າງລັດຖະທຳມະນູນສະບັບປັບປຸງ ປີ 2025 ປະກອບດ້ວຍ 14 ໝວດ, 122 ມາດຕາ, ໃນນີ້ ມີມາດຕາໃໝ່ 5 ມາດຕາ, ມາດຕາປັບປຸງ 59 ມາດຕາ, ຍົກເລີກ 3 ມາດຕາ ແລະ ບໍ່ໄດ້ປັບປຸງ 58 ມາດຕາ.
ຄາດຄະເນຜົນໄດ້ຮັບ, ພາຍຫຼັງລັດຖະທຳມະນູນສະບັບປັບປຸງ ປີ 2025 ຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນບ່ອນອີງໃນການເຄື່ອນໄຫວ ປະຕິບັດສິດ ແລະ ໜ້າທີ່ ຂອງລະບົບອໍານາດແຫ່ງລັດ ກໍ ຄືລະບົບການເມືອງ ປະຊາທິປະໄຕ ປະຊາຊົນ ຂອງປະເທດເຮົາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ໂດຍສະເພາະການປັບປຸງຂັ້ນການປົກຄອງທ້ອງຖິ່ນ ໃຫ້ສອດຄ່ອງຕາມມະຕິ 05/ຄບສພ ແລະ ແທດເໝາະກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດສັງຄົມໃນໄລຍະໃໝ່, ເປັນພື້ນຖານທີ່ສໍາຄັນ ແລະ ຈຳເປັນໃຫ້ແກ່ການສືບຕໍ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກຳ ໃຕ້ກົດໝາຍ ໃຫ້ເປັນລະບົບ, ຄົບຊຸດ ແລະ ສອດຄ່ອງກັບໜ້າທີ່ການເມືອງຂອງພັກໃນໄລຍະໃໝ່, ແນໃສ່ສ້າງລັດປະຊາທິປະໄຕປະຊາຊົນ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ ສູ່ບາດກ້າວໃໝ່, ເປັນບ່ອນອີງທີ່ສໍາຄັນໃຫ້ແກ່ການໂຄສະນາ ເຜີຍແຜ່, ສຶກສາອົບຮົມ ເພື່ອສ້າງສະຕິເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ, ກົດໝາຍ ໃນທົ່ວສັງຄົມ ໃຫ້ສູງຂຶ້ນ; ຮັບປະກັນການເສີມຂະຫຍາຍ ແລະ ປະຕິບັດສິດເປັນເຈົ້າປະເທດຊາດ, ສິດ ແລະ ປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ, ເປັນການຍົກສູງຖານະບົດບາດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນເວທີສາກົນ ແລະ ພາກພື້ນ.
(ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ສຳນານ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ