ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນກໍລະກົດ 2024
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 137 ຄັ້ງ | ເວລາ | 2024-12-22 00:00:00
ໃນຕອນແລງ ວັນທີ 26 ກໍລະກົດ 2024 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຮສ.ປອ ສົມກຽດ ພະສີ, ຮອງລັດຖະ ມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ຊ່ວຍໂຄສົກລັດຖະບານ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນກໍລະກົດ 2024 ໃຫ້ຮູ້ວ່າ:
ກອງປະຊຸມດັ່ງກ່າວ ໄດ້ດໍາເນີນໃນວັນທີ 26 ກໍລະກົດ 2024 ທີ່ສໍານັກງານນາຍົກລັດຖະ ມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາເຫັນໃສ່ຮ່າງນິຕິກໍາ ຄື:
1. ຮ່າງດໍາລັດ ວ່າດ້ວຍນິຄົມອຸດສາຫະກໍາ;
2. ຮ່າງດໍາລັດ ວ່າດ້ວຍການສຶກສາກ່ອນໄວຮຽນ;
3. ຮ່າງກົດໝາຍ ວ່າດ້ວຍການພັດທະນາສີມືແຮງງານ;
4. ຮ່າງດໍາລັດ ວ່າດ້ວຍນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດ ຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ.
ຜ່ານການຄົ້ນຄວ້າປຶກສາຫາລື, ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາ 4 ຮ່າງນິຕິກໍາດັ່ງກ່າວ ແລະ ມອບໃຫ້ກະຊວງກ່ຽວຂ້ອງ ນຳໄປປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ:
- ຕໍ່ກັບຮ່າງດໍາລັດ ວ່າດ້ວຍນິຄົມອຸດສາຫະກໍາ ໃຫ້ຄົ້ນຄວ້າກໍານົດເພີ່ມເງື່ອນໄຂຂອງຜູ້ລົງທຶນ ໂດຍສະເພາະ ດ້ານບົດຮຽນ, ປະສົບການ ແລະ ທ່າແຮງຕ່າງໆ; ກໍານົດແຈ້ງ ຂັ້ນຕອນການອະນຸມັດເອກະສານການລົງທຶນ ແລະ ພາກສ່ວນທີ່ມີສ່ວນຮ່ວມ ໃນການຄຸ້ມຄອງກິດຈະການ; ການກໍານົດເງື່ອນໄຂມາດຖານພື້ນທີ່ເຂດນິຄົມອຸດສາຫະກໍາ ໃຫ້ພິຈາລະນາບົນພື້ນຖານ ມີເງື່ອນໄຂສະດວກດ້ານການຂົນສົ່ງ, ທັງຕິດພັນກັບການສ້າງເປັນຕົວເມືອງ, ການຈັດສັນອາຊີບ ແລະ ທີ່ຢູ່ອາໄສໃໝ່ ຂອງປະຊາຊົນ, ລວມທັງ ການພັດທະນາສີມືແຮງງານ ແລະ ພັດທະນາຊັບພະຍາກອນມະ ນຸດ. ສຳລັບການກຳນົດຍົກເວັ້ນ ຫຼື ໃຫ້ນະໂຍບາຍຕ່າງໆ ແກ່ນັກລົງທຶນນັ້ນ ແມ່ນໃຫ້ສອດຄ່ອງກັບກົດໝາຍ ແລະ ນິຕິກຳ ທີ່ໄດ້ປະກາດນຳໃຊ້ແລ້ວ.
- ຕໍ່ຮ່າງດໍາລັດ ວ່າດ້ວຍການສຶກສາກ່ອນໄວຮຽນ ໃຫ້ຄົ້ນຄວ້າກຳນົດເພີ່ມ ເນື້ອໃນດ້ານໂພສະນາການສຳລັບເດັກກ່ອນໄວຮຽນ; ກໍານົດແຈ້ງ ແລະ ຄົບຖ້ວນຕື່ມ ກ່ຽວກັບມາດຕະຖານເງື່ອນໄຂ ດ້ານໂຄງລ່າງພື້ນຖານ ຂອງສະຖານການສຶກສາກ່ອນໄວຮຽນ, ຄູສອນ ແລະ ຜູ້ຮັບຜິດຊອບລ້ຽງເດັກກ່ອນໄວຮຽນ, ອຸປະກອນຮັບໃຊ້, ລວມທັງ ສະພາບແວດລ້ອມຕ່າງໆ; ກໍານົດນະໂຍບາຍສົ່ງ ເສີມສະຖານການສຶກສາກ່ອນໄວຮຽນຂອງລັດ ໃຫ້ສາມາດຍົກຄຸນນະພາບທາງດ້ານ ການສຶກສາ ແລະ ສຸຂະພາບຂອງເດັກສູງ ຂຶ້ນກວ່າເກົ່າ; ການກໍານົດເນື້ອໃນ ແລະ ຄໍາສັບ ແມ່ນໃຫ້ສອດຄ່ອງ ກັບກົດໝາຍ ແລະ ນິຕິກຳ ທີ່ໄດ້ປະກາດນຳໃຊ້ແລ້ວ ແລະ ທີ່ກໍາ ລັງປັບປຸງ. ພ້ອມກັນນີ້ ໃຫ້ພິຈາລະນາການປະຕິບັດນະໂຍບາຍຕໍ່ພະນັກງານເພດຍິງ ໃຫ້ສອດຄ່ອງກັບການສົ່ງເສີມສຸຂະພາບຂອງເດັກກ່ອນໄວຮຽນ.
- ສໍາລັບຮ່າງກົດໝາຍ ວ່າດ້ວຍການພັດທະນາສີມືແຮງງານ ໃຫ້ຄົ້ນຄວ້າກຳນົດໂຄງປະກອບບຸກຄະລາກອນຄະນະກຳມະການສົ່ງ ເສີມການພັດທະນາສີມືແຮງງານຂັ້ນສູນກາງ ແລະ ຂັ້ນແຂວງໃຫ້ເໝາະສົມ; ການກຳນົດສະຖານທີ່ການພັດທະນາສີມືແຮງງານ ໃຫ້ມີລັກສະນະລວມສູນ, ປະຢັດມັດທະຍັດ ແລະ ຖືກນຳໃຊ້ຢ່າງເຕັມປະສິດທິພາບ; ກຳນົດເພີ່ມເນື້ອໃນກ່ຽວກັບຕະຫຼາດແຮງງານ. ການນຳໃຊ້ຄຳສັບ, ເນື້ອໃນ ໃຫ້ສອດຄ່ອງ ກັບເນື້ອໃນກົດໝາຍ ແລະ ນິຕິກຳທີ່ປະກາດໃຊ້ແລ້ວ ແລະ ທີ່ກໍາລັງປັບປຸງ.
- ແລະ ຕໍ່ຮ່າງດໍາລັດ ວ່າດ້ວຍນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດ ຮັບໃຊ້ການປະຕິວັດຊາດ ປະຊາທິປະ ໄຕ ໃຫ້ຄົ້ນຄວ້າປັບປຸງໂຄງສ້າງຮ່າງດຳລັດ ໃຫ້ສອດຄ່ອງ, ກົມ ກຽວ ແລະ ເຂົ້າໃຈງ່າຍ; ກໍານົດໃຫ້ມີຄະນະກໍາມະການຮັບຜິດຊອບ ໃນການຄົ້ນຄວ້າປະຕິ ບັດນະໂຍບາຍ, ລວມທັງ ຄະນະຕິດຕາມກວດກາ ການປະຕິບັດນະໂຍບາຍ ທີ່ປະກອບດ້ວຍອົງການກວດ ກາພາຍໃນ ແລະ ພາຍນອກ ກໍ່ຄືຂະແໜງການກ່ຽວຂ້ອງຕ່າງໆ; ພິຈາລະນາ ປັບປຸງເງິນອຸດໜູນນາມມະຍົດ ວິລະຊົນແຫ່ງຊາດ ແລະ ນັກຮົບແຂ່ງຂັນແຫ່ງຊາດ ໃຫ້ສອດຄ່ອງກັບສະພາບຕົວຈິງໃນປັດຈຸບັນ; ການຄຸ້ມຄອງ ແລະ ນໍາໃຊ້ແຫຼ່ງທຶນ ເພື່ອປະຕິບັດນະໂຍບາຍ ແມ່ນກຳນົດໃຫ້ລວມສູນ, ຫຼີກລ່ຽງຊ່ອງຫວ່າງ ເພື່ອຮັບນະໂຍບາຍຊໍ້າຊ້ອນ; ກໍານົດເປົ້າໝາຍ ແລະ ເງື່ອນໄຂ ທີ່ໄດ້ຮັບນະໂຍບາຍປະເພດຕ່າງໆ ໃຫ້ລະ ອຽດ, ຈະແຈ້ງ ແລະ ຮັດກຸມ; ກໍານົດສິດ ແລະ ໜ້າທີ່ຂອງບັນດາພາກສ່ວນກ່ຽວຂ້ອງກັບການ ປະຕິບັດນະໂຍບາຍ ໃຫ້ຄົບຖ້ວນສົມບູນຂຶ້ນຕື່ມ; ພິຈາລະນາ ເພີ່ມເປົ້າ ໝາຍ ທີ່ເຫັນຄວນໄດ້ຮັບນະໂຍບາຍເຂົ້າຕື່ມ ໂດຍສະ ເພາະ ຜູ້ມີຜົນງານໃນວຽກງານຢູ່ທ້ອງຖິ່ນຮາກຖານ ທີ່ບໍ່ແມ່ນພະ ນັກງານ-ລັດຖະກອນ.
ສຳລັບວຽກຈຸດສຸມຂອງລັດຖະບານ ແຕ່ນີ້ຮອດທ້າຍເດືອນສິງຫາ ແມ່ນສືບຕໍ່ ສຸມໃສ່ປະຕິບັດແຜນວຽກຈຸດສຸມ 06 ເດືອນທ້າຍປີ 2024 ທີ່ໄດ້ກຳນົດໄວ້ ໃນມະຕິກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2024 ຕາມມະຕິ ສະບັບເລກທີ 08/ລບ, ລົງວັນທີ 24 ກໍລະກົດ 2024 ແລະ ໃຫ້ບັນດາກະຊວງ ນຳເອົາມະຕິດັ່ງກ່າວ ໄປຜັນຂະຫຍາຍເປັນແຜນວຽກຕົວຈິງ, ມອບຄວາມຮັບຜິດຊອບຈະແຈ້ງ ແລະ ມີກໍານົດເວລາປະຕິບັດ ແລ້ວລາຍງານຄືນຕາມແບບແຜນເຮັດວຽກແບບບຸກທະລຸ ທີ່ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະ ເທດ ໄດ້ໂອ້ລົມ ແລະ ຊີ້ນຳ ຕໍ່ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປະຈຳປີ 2024, ໃນນັ້ນ ວຽກຕົວຈິງ ຮີບດ່ວນຈໍານວນໜຶ່ງທີ່ຕ້ອງໄດ້ສຸມໃສ່ ຄື:
1) ສຸມໃສ່ກະກຽມເນື້ອໃນ ແລະ ເຂົ້າຮ່ວມ ລາຍງານຕໍ່ກອງປະຊຸມກົມການເມືອງສູນກາງພັກ ຮ່ວມກັບ ຄະນະເລຂາທິການສູນກາງພັກ ໂດຍສະເພາະ ກະກຽມລາຍງານກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ມາດຕະການແກ້ໄຂໃໝ່ ເພື່ອແກ້ໄຂ 06 ບັນຫາເຄັ່ງຮ້ອນ, ບຸກບືນປະຕິບັດໃຫ້ບັນລຸ 09 ຄາດໝາຍສູ້ຊົນ ໂດຍເອົາໃຈໃສ່ 05 ວິທີເຮັດວຽກແບບບຸກທະລຸ ເພື່ອແກ້ໃຫ້ຖືກຈຸດ ແລະ ຈັດຕັ້ງປະຕິບັດໃຫ້ແຂງແຮງຂຶ້ນກ່ວາເກົ່າ.
2) ຮີບຮ້ອນຈັດສັນງົບປະມານການລົງທຶນຂອງລັດ ປະຈໍາປີ 2025 ໃຫ້ທັນໄດ້ລາຍງານຕໍ່ກອງປະຊຸມຄະນະປະຈຳສະພາ ແຫ່ງຊາດ ໃນເດືອນກັນຍາ ກ່ອນຈະນຳເຂົ້າສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອພິຈາລະນາຮັບຮອງ.
3) ໃຫ້ກະຊວງກ່ຽວຂ້ອງ ກະກຽມດ້ານເນື້ອໃນ ແລະ ຄວາມພ້ອມດ້ານຕ່າງໆ ໃຫ້ແກ່ກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບ ຄະນະປະຈຳສະພາແຫ່ງຊາດ ທີ່ຈັດຂຶ້ນໃນເດືອນສິງຫາ 2024.
4) ສືບຕໍ່ກະກຽມຄວາມພ້ອມໃນການໄຂສົກຮຽນໃໝ່ໃຫ້ດີເອົາ ໃຈໃສ່ຮັບປະກັນດ້ານບຸກຄະລາກອນຄູ, ອາຄານສະຖານທີ່ສຶກສາ, ການປະກາດເປີດຮັບນັກຮຽນ-ນັກສຶກສາເຂົ້າຮຽນໃນຊັ້ນຕ່າງໆ, ລວມທັງ ສືບຕໍ່ແກ້ໄຂບັນຫາທີ່ຕິດພັນກັບສະຖາບັນການສຶກສາ ເປັນຕົ້ນ ບັນຫາການຂາດແຄນຄູ, ການປະລະການຮຽນ ແລະ ອື່ນໆ ຕາມມະຕິ 09/ລບ ໃຫ້ໄດ້ຮັບຜົນດີ.
5) ສືບຕໍ່ຕິດຕາມ, ຊຸກຍູ້ການຜະລິດລະດູຝົນ ໃຫ້ບັນລຸຕາມແຜນການ, ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດສະພາບການປ່ຽນແປງຂອງດິນຟ້າອາກາດ ເພື່ອກະກຽມຮັບມືກັບໄພທຳມະຊາດທີ່ອາດຈະເກີດຂຶ້ນ ທີ່ຈະກະທົບຕໍ່ການຜະລິດ, ຊັບສິນ, ຊີວິດຂອງປະຊາຊົນ ນັບທັງການບໍລິຫານຈັດການນ້ຳ ຢູ່ບັນດາອ່າງເກັບນ້ຳຊົນລະປະທານ, ເຂື່ອນໄຟຟ້າຕ່າງໆ ໃຫ້ມີຄວາມປອດໄພ.
6) ສືບຕໍ່ກະກຽມຄວາມພ້ອມໃຫ້ແກ່ການເດີນທາງໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ ຂອງການນໍາຂັ້ນສູງ ໃນເດືອນສິງຫາ ແລະ ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການເປັນປະທານອາ ຊຽນ 2024 ຂອງ ສປປ ລາວ.
ເນື້ອໃນ ແລະ ພາບ: ກົມປະຊາສຳພັນ ຫສນຍ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ