ຜົນສຳເລັດກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລັດຖະບານ ລາວ-ຫວຽດນາມ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 69 ຄັ້ງ | ເວລາ | 2025-01-10 00:19:16 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 2025-01-10 00:25:08
ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ປະທານຄະນະກໍາມະການຮ່ວມມືລາວ-ຫວຽດນາມ ພ້ອມດ້ວຍ ທ່ານ ຫງວຽນ ຈິ ຢຸ້ງ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ ໄດ້ຖະແຫຼງຂ່າວຜົນສຳເລັດກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະຈໍາປີ 2025 ໃນວັນທີ 9 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ ວ່າ: ກອງປະຊຸມຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຈັດຕັ້ງປະຕິບັດຂໍ້ຕົກລົງຕ່າງໆ ແລະ ການຮ່ວມມືຂອງສອງຝ່າຍລາວ-ຫວຽດນາມ ຕະຫຼອດ 1 ປີ ຜ່ານມາ ອັນໄດ້ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ຊຶ່ງສາມາດສະຫຼຸບບາງດ້ານອັນພົ້ນເດັ່ນດັ່ງນີ້: ການພົວພັນຮ່ວມມືດ້ານການເມືອງ, ການຕ່າງປະເທດສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ, ມີຫຼາຍຮູບຫຼາຍແບບ, ສ້າງໄດ້ຄວາມເຊື່ອໝັ້ນ ຊຶ່ງກັນ ແລະ ກັນໃນລະດັບສູງ, ມີການໄປມາລະຫວ່າງການນໍາຂັ້ນສູງ ແລະ ທຸກລະດັບເປັນປົກກະຕິ, ເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການພົວພັນພິເສດ ຂອງສອງຊາດໃນດ້ານອື່ນໆສະໜັບສະໜູນໃນຂອບປະຊາຄົມອາຊຽນ, ເວທີພົບປະຫຼາຍຝ່າຍ ໃນພາກພື້ນ ແລະ ສາກົນ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ ແລະ ໃກ້ຊິດສະໜິດສະໜົມທັນການ, ໄວ້ເນື້ອເຊື່ອໃຈ ຊຶ່ງກັນ ແລະ ກັນ. ການຮ່ວມມືດ້ານເສດຖະກິດສອງຝ່າຍ ລ້ວນແຕ່ມີຄວາມພະຍາຍາມຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ມີທ່ວງທ່າທີ່ດີຂຶ້ນເປັນກ້າວໆມາ ເປັນຕົ້ນ: ດ້ານການຄ້າ: ມູນຄ່າການຄ້າລາວ-ຫວຽດນາມ ຄາດຄະເນໝົດປີສາມາດບັນລຸໄດ້ຕາມຄາດໝາຍທີ່ກຳນົດໄວ້ໃນກອງປະຊຸມຄັ້ງທີ 46, ໃນປີ 2024 ບັນລຸໄດ້ 2.2 ຕື້ໂດລາ ເພີ່ມຂຶ້ນ 34% ເມື່ອທຽບໃສ່ປີ 2023. ດ້ານການລົງທຶນ: ໃນປີ 2024, ລັດຖະບານລາວ ໄດ້ອະນຸຍາດໃຫ້ວິສາຫະກິດຫວຽດນາມ ເຂົ້າມາລົງທຶນ 12 ໂຄງການ ແລະ ສອງຝ່າຍກໍໄດ້ພະຍາຍາມ, ເປັນເຈົ້າການຮ່ວມກັນເພື່ອຊອກຫາກົນໄກ, ທາງອອກ ເພື່ອຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ໃນການຊຸກຍູ້ການຮ່ວມມື-ລົງທຶນຂອງສອງປະເທດ ໃຫ້ມີຄວາມສະດວກ, ຄ່ອງຕົວຫຼາຍຂຶ້ນ. ອັນພົ້ນເດັ່ນ ແມ່ນການລົງທຶນໃນຂົງເຂດພະລັງງານລົມ ເປັນຕົ້ນ: ພະລັງງານລົມ ເຈື່ອງເຊີນ, ໂຄງການພະລັງງານລົມ ສະຫວັນ 1 ໄດ້ຮັບການຊຸກຍູ້ຈັດຕັ້ງປະຕິບັດໄດ້ເປັນຢ່າງດີ. ການເຊື່ອມຈອດດ້ານຄົມມະນາຄົມ, ສອງຝ່າຍໄດ້ເອົາໃຈໃສ່ປະສານສົມທົບ ແລະ ຊຸກຍູ້ກັບພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ຮ່ວມກັນພັດທະນາພື້ນຖານໂຄງລ່າງຕ່າງໆເພື່ອອໍານວຍຄວາມ ສະດວກໃຫ້ແກ່ການໄປມາຫາສູ່ ແລະ ຂົນສົ່ງສິນຄ້າ ລະຫວ່າງ ສອງປະເທດ ກໍຄືລະຫວ່າງບັນດາປະເທດໃນພາກພື້ນເປັນຕົ້ນ: ໂຄງການທ່າທຽບເຮືອຫວຸງອາງ, ໂຄງການເສັ້ນທາງລົດໄຟ ລາວ-ຫວຽດນາມ ແລະ ໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ. ການຮ່ວມມືດ້ານວັດທະນະທໍາ-ສັງຄົມກໍໄດ້ຮັບການຂະຫຍາຍຕົວເຂົ້າສູ່ລວງເລິກ ອັນໄດ້ສ້າງເງື່ອນໄຂໃຫ້ບັນດາຊາວໜຸ່ມ ຊຶ່ງເປັນອະນາຄົດຂອງປະເທດຊາດ ລາວ-ຫວຽດນາມ ໄດ້ຮຽນຮູ້ ແລະ ເຂົ້າໃຈເຖິງມູນເຊື້ອຄວາມສາມັກຄີພິເສດ ລະຫວ່າງ ລາວ-ຫວຽດນາມອ້າຍນ້ອງ. ສອງຝ່າຍຢືນຢັນຄືນໃນທົດສະວັດໃໝ່ທີ່ຈະມາເຖິງນີ້ ສອງຝ່າຍ ຈະເອົາ ໃຈໃສ່ຍົກສູງຄຸນນະພາບຂອງການເລືອກເຟັ້ນນັກສຶກສາລາວທີ່ຈະມາສຶກສາຕໍ່ຢູ່ ສສ ຫວຽດນາມ ໃຫ້ໄດ້ຄຸນນະພາບໃໝ່. ໃນປີ 2025, ລັດຖະບານຫວຽດນາມໄດ້ສືບຕໍ່ຊ່ວຍທຶນກໍ່ສ້າງພະນັກງານ, ນັກ ຮຽນ, ນັກສຶກສາລາວ ໄປຮຽນຢູ່ ສສ ຫວຽດນາມ 1,160 ທຶນ. ການຮ່ວມມື ລະຫວ່າງ ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ນັບມື້ນັບໃກ້ຊິດສະໜິດສະໜົມ ແລະ ມີປະສິດທິຜົນ.
ໃນນັ້ນ ຜົນສຳເລັດ ກອງປະຊຸມ ໃນຄັ້ງນີ້ ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມພວກເຮົາໄດ້ຮ່ວມເປັນສັກຂີພິຍານໃນການລົງນາມ ແລະ ມອບ-ຮັບເອກະສານຮ່ວມມືເຖິງ 4 ສະບັບ ໃນນີ້, ມີບົດບັນທຶກກອງປະຊຸມ ຄັ້ງທີ 47, ຂໍ້ຕົກລົງແຜນການຮ່ວມມື ລະຫວ່າງ ສອງລັດຖະບານລາວ ແລະ ຫວຽດນາມ ປະຈຳປີ 2025, ແຜນການຮ່ວມມື ລະຫວ່າງ ກະຊວງສຶກສາທິການ-ກິລາລາວ ແລະ ກະຊວງສຶກສາ-ບໍາລຸງສ້າງຫວຽດນາມ ແລະ ອັນສຳຄັນ ໃນຄັ້ງນີ້ມີການເຊັນສັນຍາວ່າດ້ວຍການຊື້-ຂາຍໄຟຟ້າ ແລະ ຖ່ານຫີນ ລະຫວ່າງສອງຝ່າຍ ຮ່ວມກັນ.
(ຂ່າວ-ພາບ: ສຳນານ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ