ກອງປະຊຸມ ຄັ້ງທີ 47 ຄະນະກຳມະການຮ່ວມມືທະວິພາຄີລາວ-ຫວຽດນາມ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 70 ຄັ້ງ | ເວລາ | 2025-01-10 00:20:16
ກອງປະຊຸມຄັ້ງທີ 47 ຂອງຄະນະກຳມະກໍາຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ປະຈຳປີ 2025 ໄດ້ຈັດຂຶ້ນໃນ ວັນທີ 9 ມັງກອນນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຝ່າຍລາວ-ຫວຽດນາມ ເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ, ສອງຝ່າຍ ໄດ້ຮ່ວມກັນຕີລາຄາຜົນຂອງການຈັດຕັ້ງປະຕິບັດຂໍ້ຕົກລົງຂອງການນໍາຂັ້ນສູງ ກໍຄື ແຜນການຮ່ວມມື ລະຫວ່າງສອງລັດຖະບານ ປະຈຳປີ 2024 ແລະ ພ້ອມກັນປຶກສາຫາລືວາງທິດທາງແຜນການຮ່ວມມື ໃນປີ 2025. ກອງປະຊຸມຄັ້ງນີ້ ນາຍົກລັດຖະມົນຕີຂອງສອງປະເທດ ໄດ້ຕີລາຄາສູງ ຕໍ່ບັນດາຜົນສຳເລັດຂອງການຈັດຕັ້ງປະຕິບັດຂໍ້ຕົກລົງແຜນການຮ່ວມມື ປະຈໍາປີ 2024 ກໍຄືທິດທາງແຜນການຮ່ວມມື ປະຈໍາປີ 2025, ໃນນັ້ນ: ການຮ່ວມມືດ້ານການເມືອງ-ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ມີສະຖຽນລະພາບ, ສ້າງຄວາມໄວ້ເນື້ອເຊື່ອໃຈ ຊຶ່ງກັນ ແລະ ກັນ ນັບມື້ນັບຫຼາຍຂຶ້ນ; ມູນຄ່າການຄ້າຂອງສອງປະເທດ ບັນລຸໄດ້ຫຼາຍກວ່າ 2 ຕື້ໂດລາ, ເພີ່ມຂຶ້ນປະມານ 34% ທຽບໃສ່ປີ 2023, ລື່ນຄາດໝາຍທີ່ສອງຝ່າຍໄດ້ກຳນົດໄວ້; ການລົງທຶນຂອງຫວຽດນາມຢູ່ລາວ ບັນລຸໄດ້ ໝາກຜົນຢ່າງຕັ້ງໜ້າ, ໂຄງການຂະໜາດໃຫຍ່ຈໍານວນໜຶ່ງໃນຂົງເຂດພະລັງງານ ເປັນຕົ້ນ: ໂຄງການໄຟຟ້າພະລັງງານລົມ ເຈື່ອງເຊີນ, ໂຄງການພະລັງງານລົມ ສະຫວັນ 1, ໄດ້ຮັບການຊຸກຍູ້ຈັດຕັ້ງຜັນຂະຫຍາຍເປັນຢ່າງດີ, ເຮັດໃຫ້ມູນຄ່າທຶນຈົດທະບຽນການລົງທຶນຂອງວິສາຫະກິດຫວຽດນາມ ເຂົ້າມາລາວ ໃນປີ 2024 ບັນລຸ 191.1 ລ້ານໂດລາ, ເພີ່ມຂຶ້ນ 61.1% ທຽບໃສ່ປີ 2023; ລັດຖະບານຫວຽດນາມ ໄດ້ສືບຕໍ່ຊ່ວຍທຶນກໍ່ສ້າງ ພະນັກງານ ແລະ ນັກຮຽນ, ນັກສຶກສາລາວ ໄປຮຽນຢູ່ຫວຽດນາມ, ສະເພາະປີ 2025 ນີ້ ແມ່ນ 1,160 ທຶນ.
ຜົນສຳເລັດຂອງກອງປະຊຸມໃນຄັ້ງນີ້ເປັນການປະກອບສ່ວນທີ່ສຳຄັນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ ແລະ ຫວຽດນາມ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ; ໃນໂອກາດດຽວກັນ, ສອງນາຍົກ ລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ເປັນສັກຂີພິຍານ ໃນການລົງນາມບົດບັນທຶກກອງປະຊຸມ ຄັ້ງທີ 47, ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ປະຈຳປີ 2025 ຂອງສອງຄະນະກໍາມະການຮ່ວມມື ລາວ ແລະຫວຽດນາມ ແລະ ບັນດາເອກະສານຮ່ວມມືລະຫວ່າງສອງຝ່າຍ ອີກຈໍານວນໜຶ່ງ.
(ຂ່າວ-ພາບ: ສຳນານ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ