ເມືອງຊານໄຊ ຫວນຄືນ 2 ວັນປະຫວັດສາດທີ່ສຳຄັນຂອງພັກ-ຂອງຊາດ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 83 ຄັ້ງ | ເວລາ | 2025-01-01 11:43:11
ວັນທີ 1 ເມສາ 2021 ນີ້ເມືອງຊານໄຊ ແຂວງອັດຕະປື ໄດ້ຈັດພິທີປາຖະກະຖາຫວນຄືນມູນ ເຊື້ອປະຫວັດຄວາມເປັນມາ 2 ວັນປະຫວັດສາດທີ່ສຳຄັນຂອງພັກ-ຂອງຊາດ ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (22/3/1955 - 22/3/2021) ແລະ ວັນຄຽດແຄ້ນຂອງປະຊາຊົນລາວ, ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 75 ປີ (21/3/1946-21/3/2021) ຂຶ້ນທີ່ຫໍປະຊຸມໃຫຍ່ຂອງເມືອງ ໂດຍໃຫ້ກຽດປາຖະກະຖາຂອງ ທ່ານ ສຸວັນສີ ແກ້ວວິເສີດ ກໍາມະການພັກ ແຂວງ ເລຂາພັກເມືອງ ເຈົ້າເມືອງຊານໄຊ, ມີການນໍາຂອງເມືອງ, ສະມາຊິກພັກ-ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ.
ທ່ານ ສຸວັນສີ ແກ້ວວິເສີດ ໄດ້ຍົກໃຫ້ເຫັນປະຫວັດສາດແຫ່ງການກໍາເນີດ ແລະ ການເຕີບໃຫຍ່ ຂະຫຍາຍຕົວຂອງ ພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 66 ປີ ຜ່ານມາ, ທີ່ພັກເຮົາໄດ້ນໍາພາ ການປະຕິວັດຊາດປະຊາທິປະໄຕ ປົກປັກຮັກສາ ແລະ ສ້າງສາລະບອບໃໝ່ ເວລາໃດກໍຢຶດໝັ້ນລັດທິ ມາກ-ເລນິນ ເປັນພື້ນຖານ, ແນວຄິດປະທານ ໄກສອນ ພົມວິຫານ ແລະ ຢຶດໝັ້ນຊົນຊັ້ນກໍາມະກອນ ຢ່າງສະເໝີຕົ້ນສະເໝີປາຍ ມີຄວາມຈົ່ງຮັກພັກດີຕໍ່ອຸດົມການປະຕິວັດ ແລະ ຜົນປະໂຫຍດຂອງປະຊາຊົນ ລາວບັນດາເຜົ່າ, ຖືເອົາຄວາມສາມັກຄີພາຍໃນເປັນຫຼັກ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜນພາຍໃນ ຊາດ, ເຊີດຊູຄວາມເປັນແບບຢ່າງນໍາໜ້າ, ຮັກສາໄດ້ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ຄວາມເຊື່ອໝັ້ນຈາກປະຊາຊົນລາວບັນດາເຜົ່າຕະຫຼອດມາ. ພັກເຮົາສົມແລ້ວທີ່ເປັນເສນາທິການທາງການ ເມືອງທີ່ສ່ອງໃສ, ເປັນກອງນໍາໜ້າທີ່ແໜ້ນແກ່ນ, ເປັນຕົວແທນທີ່ຈົງຮັກພັກດີ ຕໍ່ສິດຜົນປະໂຫຍດຂອງຊົນ ຊັ້ນກໍາມະກອນຊາວຜູ້ອອກແຮງງານທີ່ຮັກຊາດ, ເປັນແກນນໍາໃນລະບົບການເມືອງແຫ່ງລະບົບປະຊາທິ ປະໄຕ ປະຊາຊົນອັນເຂັ້ມແຂງ, ສັງຄົມມີຄວາມສະຫງົບສຸກ, ເສດຖະກິດວັດທະນະທໍາ-ສັງຄົມ ໄດ້ຂະ ຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາເປັນກ້າວໆ ແລະ ອີກ ເຫດການໜຶ່ງທີ່ປະຊາຊົນລາວບໍ່ອາດຫຼົງລືມໄດ້ນັ້ນແມ່ນວັນທີ 21 ມີນາ 1946 ຊຶ່ງເປັນວັນຝຣັ່ງໄດ້ ກໍ່ເຫດການທີ່ໂຫດຮ້າຍປ່າເຖື່ອນທີ່ສຸດໂທດກຳທີ່ບໍ່ມີວັນຫຼົງລືມໄດ້ພວກເຂົາໄດ້ເຂັ່ນຂ້າຄົນລາວ ແລະ ຊາວ ຫວຽດນາມຜູ້ບໍລິສຸດຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ດ້ວຍວິທີໂຫດຫ້ຽມ, ແມ່ຍິງ, ເດັກນ້ອຍ ຈໍານວນ 3 ພັນຄົນຖືກຂ້າຕາຍ, ເຮືອນຊານບ້ານຊ່ອງຖືກທໍາລາຍຢ່າງຫຼວງຫຼາຍ, ມີຫຼາຍຄອບຄົວຖືກພັດພາກກາຍ ເປັນກໍາພ້າ, ກຳພອຍ ຈາກເຫດການຄັ້ງດັ່ງກ່າວ.
(ແຫຼ່ງ: ປະຊາຊົນ, ຂ່າວ: ເມືອງຊານໄຊ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ