ປະທານ ສນຊ ສຳເລັດການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ 4 ແຂວງພາກ ເໜືອ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 97 ຄັ້ງ | ເວລາ | 2024-12-27 09:56:07
ໃນວັນທີ 19-21 ກັນຍາ 2022ຜ່ານມາ ນີ້ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງອຸດົມໄຊ, ແຂວງຜົ້ງສາລີ, ແຂວງບໍ່ແກ້ວ ແລະ ແຂວງໄຊຍະບູລີ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ; ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ; ທ່ານ ບົວຄົງ ນາມມະວົງ ກຳມະການສູນກາງພັກ,ເລຂາພັກແຂວງ, ເຈົ້າແຂວງບໍ່ແກ້ວ ແລະ ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊຍະບໍລີ ພ້ອມດ້ວຍຄະນະນຳຂອງ 4 ແຂວງດັ່ງກ່າວ.
ການເຄື່ອນໄຫວເຮັດວຽກໃນຄັ້ງນີ້ ຂອງ ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ຮັບຟັງການລາຍງານສະພາບລວມໃນການຈັດຕັ້ງປະຕິບັດວຽກງານ ທີ່ພົ້ນເດັ່ນຂອງບັນດາແຂວງທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ທິດທາງແຜນການວຽກງານຈຸດສຸມໃນຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນວ່າ ຍາມໃດຄະນະພັກ, ຄະນະນຳຂອງແຕ່ລະແຂວງ ກໍ່ຢຶດຖືວຽກງານການເມືອງ-ແນວຄິດເປັນກົກ ເພື່ອສຶກສາອົບຮົມ ປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມທຸກຂະບວນການທີ່ສຳຄັນຂອງຊາດ ເປັນຕົ້ນແມ່ນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຊຸກຍຸ້ປະຊາຊົນບັນດາເຜົ່າຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກ ຂອງປະຊາຊົນຕາມທ່າແຮງຂອງແຕ່ລະທ້ອງຖິ່ນ ເພື່ອແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ພາຍໃນ 4 ແຂວງດັ່ງກ່າວນັບມື້ດີຂຶ້ນເປັນກ້າວໆ. ສຳລັບວຽກງານແນວລາວສ້າງຊາດຢູ່ 4 ແຂວງດັ່ງກ່າວ ແມ່ນຄະນະກຳມະການແນວລາວສ້າງຊາດ ແຕ່ລະຂັ້ນ ໄດ້ເປັນຄັນທຸງໃນການເຕົ້າໂຮມຄວາມສາມັກຄີປອງດອງໃນທົ່ວປວງຊົນ, ຊຸກຍູ້ປະຊາຊົນບັນດາເຜົ່າ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີທີ່ຕິດພັນກັບມູນເຊື້ອທາງດ້ານວັດທະນະທຳອັນດີງາມ ຂອງແຕ່ລະຊົນເຜົ່າ ແລະ ພ້ອມກັນເຂົ້າຮ່ວມຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ.
ເນື່ອງໃນໂອກາດທີ່ ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ໃນຄັ້ງນີ້ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນ ທີ່ຄະນະພັກ, ຄະນະນຳ ແລະ ຄະນະກຳມະການແນວລາວສ້າງຊາດແຂວງ ຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານໄດ້ເນັ້ນຕື່ມວ່າ: ໃຫ້ສືບຕໍ່ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຕິດພັນກັບສອງວາລະແຫ່ງຊາດ ໃຫ້ປະຊາຊົນໄດ້ຮັບຮູ້ເຊຶ່ອມຊຶມ, ໃຫ້ຄະນະກຳມະການແນວລາວສ້າງຊາດ ແຕ່ລະຂັ້ນ ຈົ່ງເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ເປັນຕົ້ນແມ່ນ 5 ແຜນງານ 41 ໂຄງການ ແລະ ຫັນເປັນແຜນງານ, ໂຄງການ ແລະ ກິດຈະກຳ ຂອງທ້ອງຖິ່ນ ເພື່ອເປັນບ່ອນອິງໃນການເຄື່ອນຫວຽກງານແນວລາວສ້າງຊາດ ໃຫ້ໄດ້ຮັບຜົນສຳເລັດດີຂຶ້ນກວ່າເກົ່າ, ຈັດຕັ້ງຜັນຂະຫຍາຍ 4 ການຫັນປ່ຽນຂອງວຽກງານແນວໂຮມ ຄື: ສ້າງການຫັນປ່ຽນດ້ານຈິດຕະນາການ, ສ້າງການຫັນປ່ຽນທາງດ້ານການເງີນ, ສ້າງການຫັນປ່ຽນໃນຮູບການ ແລະ ວິທີການປຸກລະດົມຂົນຂວາຍ ແລະ ສ້າງການຫັນປ່ຽນຮູບແບບການຮ່ວມສຳພັນ ລະຫວ່າງອົງການພາຄີດ້ວຍກັນ; ໃຫ້ຈັດຕັ້ງປະຕິບັດແຜນວຽກ 4 ຮ່ວມກັບອົງການພາຄີ ໂດຍເລິ່ມຄົ້ນຄວ້າຄວາມເປັນໄປໄດ້ໃນການສ້າງໂຄງການ ເປັນຕົ້ນແມ່ນການທ່ອງທ່ຽວ ແລະ ການບໍລິການອື່ນໆ ເພື່ອສ້າງລາຍຮັບໃຫ້ແຂວງ; ໃຫ້ສືບຕໍ່ສຶກສາອົບຮົມ, ປະລະດົມຂົນຂວາຍປະຊາຊົນລາວບັນດາໃຫ້ມີຄວາມສາມັກຄີປອງດອງເປັນປຶກແຜ່ນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະກັນ ແລະ ຊຸກຍູ້ຂະບວນການຜະລິດກະສິກຳແບບພໍຢູ່ພໍກິນ ໃຫ້ຫັນມາຜະລິດເປັນສິນຄ້າຂາຍຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ ເພື່ອແກ້ໄຂເສດຖະກິດຄອບຄົວຂອງປະຊາຊົນໃຫ້ດີຂຶ້ນ.
ທ່ານ ປະທານ ສນຊ ໄດ້ມອບເງີນສົດ 160 ລ້ານກີບ ແລະ ເຄື່ອງຈຳນວນໜຶ່ງ ລວມເປັນມູນຄ່າທັງໝົດ 170 ກວ່າລ້ານກີບ ໃຫ້ແຂວງອຸດົມໄຊ, ມອບເງິນສົດ 60 ລ້ານກີບ ແລະ ເຄື່ອງຈຳນວນໜຶ່ງ ລວມມູນຄ່າ ທັງໝົດ 75 ລ້ານກວ່າກີບ ໃຫ້ແຂວງຜົ້ງສາລີ, ມອບເງິນສົດ 50 ລ້ານກີບ ແລະ ເຄື່ອງໃຊ້ຫ້ອງການ ຈຳນວນໜຶ່ງ ລວມເປັນມູນຄ່າທັງໝົດ 60 ກວ່າລ້ານກີບ ໃຫ້ແຂວງບໍ່ແກ້ວ ແລະ ມອບເງິນສົດ 30 ລ້ານກີບ ແລະ ເຄື່ອງໃຊ້ຫ້ອງການ ຈຳນວນໜຶ່ງ ລວມເປັນມູນຄ່າທັງໝົດ 40 ກວ່າລ້ານກີບ ໃຫ້ແຂວງໄຊຍະບູລີ ເພື່ອໃຫ້ແຕ່ລະແຂວງນໍາໄປໝູນໃຊ້ເຂົ້າໃນວຽກງານຫ້ອງການ ແລະ ວຽກງານແກ້ໄຂໄພພິບັດທຳມະຊາດນ້ຳຖ້ວມຢູ່ບັນດາເມືອງ. ພ້ອມກັນນັ້ນ, ທ່ານປະທານ ສນຊ ພ້ອມດ້ວຍຄະນະ ກໍ່ໄດ້ໄປຢ້ຽມຢາມໂຄງການລ້ຽງງົວ ຢູ່ເມືອງຕົ້ນເຜິ້ງ ແລະ ໂຄງການລ້ຽງງົວຢູ່ເມືອງຫ້ວຍຊາຍ ຕື່ມອີກ.
ແຫຼ່ງ: ປະຊາຊົນ, ຂ່າວ+ພາບ: ເຢ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ