ກອງປະຊຸມສະພາມົນຕີ ຄະນະກຳມາທິການແມ່ນໍ້າຂອງສາກົນ (ຄມສ) ຄັ້ງທີ 31
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 66 ຄັ້ງ | ເວລາ | 2024-12-24 00:00:00
ກອງປະຊຸມສະພາມົນຕີ ຄະນະກຳມາທິການແມ່ນໍ້າຂອງສາກົນ (ຄມສ) ຄັ້ງທີ 31 ແລະ ກອງປະຊຸມ ທີ່ກ່ຽວຂ້ອງ
ກອງປະຊຸມ ສະພາມົນຕີ ຄະນະກຳມາທິການແມ່ນໍ້າຂອງສາກົນ (ຄມສ) ແມ່ນກອງປະຊຸມ ປະຈຳປີ ໃນລະດັບ ຂັ້ນລັດຖະມົນຕີ ຂອງບັນດາປະເທດສະມາຊິກ ຄະນະກຳມາທິການແມ່ນໍ້າຂອງສາກົນ ເຊິ່ງປະກອບມີ ສປປ ລາວ, ສສ ຫວຽດນາມ, ກຳປູເຈຍ ແລະ ໄທ. ສຳລັບ ກອງປະຊຸມສະພາມົນຕີ ຄະນະກຳມາທິການແມ່ນໍ້າຂອງສາກົນ ປະຈຳປີ ຄັ້ງທີ 31 ແລະ ກອງປະຊຸມສະພາມົນຕີ ຄມສ ຮ່ວມກັບບັນດາປະເທດຄູ່ຮ່ວມພັດທະນາ ຄັ້ງທີ 29 ໄດ້ຈັດຂຶ້ນໃນວັນທີ 27 ພະຈິກ 2024 ທີ່ ໂຮງແຮມ ພູລແມນ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ໂດຍການເປັນປະທານຂອງ ທ່ານ ນາງ ບຸນຄຳ ວໍລະຈິດ, ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ), ປະທານຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ແລະ ປະທານສະພາມົນຕີ ຄະນະກຳມາທິການແມ່ນ້ຳຂອງສາກົນ ປະຈຳປີ 2024.
ໃນກອງປະຊຸມຄັ້ງນີ້ ໄດ້ໃຫ້ກຽດກ່າວຕ້ອນຮັບຄະນະ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໂດຍທ່ານ ນາງ ສີລິພອນ ສຸພັນທອງ, ຮອງເຈົ້າແຂວງຫຼວງພະບາງ ແລະ ການເຂົ້າຮ່ວມຂອງ ຄະນະຜູ້ແທນທີ່ເປັນສະມາຊິກສະພາມົນຕີ ຈາກປະເທດສະມາຊິກ ຄມສ, ເຊິ່ງປະກອບມີ ຣາຊະອານາຈັກກຳປູເຈຍ, ສປປ ລາວ, ຣາຊະອານາຈັກໄທ ແລະ ສສ. ຫວຽດນາມ, ປະເທດຄູ່ຮ່ວມເຈລະຈາ (ສປ ຈີນ ແລະ ມຽນມາ), ບັນດາປະເທດຄູ່ຮ່ວມພັດທະນາ, ຊ່ຽວຊານ ແລະ ວິຊາການຈາກກອງເລຂາ ຄມສ ທັງໝົດປະມານ 150 ກວ່າທ່ານ. ສຳລັບຄະນະຜູ້ແທນຈາກ ສປປ ລາວ ປະກອບມີ ທ່ານ ຈັນທະເນດ ບົວລະພາ, ຮອງລັດຖະມົນຕີ ກຊສ, ຮອງປະທານຄະນະກຳມະການແມ່ນໍ້າຂອງແຫ່ງຊາດ, ສະມາຊິກສຳຮອງ ສະພາມົນຕີ ຄມສ ສຳລັບ ສປປ ລາວ, ທ່ານ ຈັນທະບູນ ສຸກອາລຸນ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ພອນປະເສີດ ພູລິພັນ, ຫົວໜ້າກອງເລຂາ ຄະນະກຳມະການແມ່ນໍ້າຂອງແຫ່ງຊາດ ພ້ອມດ້ວຍຜູ້ຕາງໜ້າຈາກ ກະຊວງການຕ່າງປະເທດ, ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຈາກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມນຳ.
ຈຸດປະສົງຫຼັກຂອງກອງປະຊຸມ ຄັ້ງນີ້ ແມ່ນເພື່ອ 1) ທົບທວນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ກຳນົດທິດທາງແຜນການຂອງ ຄມສ ໃນຕໍ່ໜ້າ; 2) ພິຈາລະນາອະນຸມັດເອກະສານສຳຄັນຈຳນວນໜຶ່ງຂອງ ຄມສ ແລະ 3) ປຶກສາຫາລືກັບຄູ່ຮ່ວມພັດທະນາ ກ່ຽວກັບແຜນການຮ່ວມມືໃນຕໍ່ໜ້າ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ກັບ ການພັດທະນາອ່າງແມ່ນໍ້າຂອງ.
ໃນກອງປະຊຸມ, ຄັ້ງນີ້ ທ່ານ ນາງ ບຸນຄຳ ວໍລະຈິດ, ລັດຖະມົນຕີ ກຊສ, ປະທານຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ແລະ ປະທານສະພາມົນຕີຄະນະກຳມາທິການແມ່ນ້ຳຂອງສາກົນ ປີ 2024 ໃນນາມປະທານກອງປະຊຸມ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ໂດຍໄດ້ ສະແດງຄວາມຍິນດີຕ້ອນຮັບບັນດາແຂກທີ່ມາເຂົ້າຮ່ວມກອງປະຊຸມ ເຊິ່ງບາງຕອນຂອງບົດກ່າວ ຂອງທ່ານລັດຖະມົນຕີ ກຊສ ຍັງໄດ້ ຍົກໃຫ້ເຫັນເຖິງຄວາມໝາຍ ແລະ ຄວາມສຳຄັນຂອງ ແມ່ນໍ້າຂອງ ແລະ ສັນຍາແມ່ນໍ້າຂອງປີ 1995 ຕໍ່ການຮ່ວມມື ແລະ ການພັດທະນາອ່າງແມ່ນໍ້າຂອງຕາມທິດຍືນຍົງ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນທີອາໄສຢູ່ລຽບຕາມແມ່ນໍ້າຂອງ. ນອກຈາກນັ້ນ ກໍ່ຍັງໄດ້ຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈ ບັນດາປະເທດສະມາຊິກ ຄມສ, ຄູ່ຮ່ວມເຈລະຈາ, ຄູ່ຮ່ວມພັດທະນາ ແລະ ກອງເລຂາ ຄມສ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູບ ໃນການຈັດຕັ້ງປະຕິບັດວຽກງານຂອງ ຄະນະກຳທິການແມ່ນໍ້າຂອງສາກົນຕະຫຼອດມາ. ໃນຕອນທ້າຍ ທ່ານລັດຖະມົນຕີ ຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມຈົ່ງຕັ້ງໜ້າເຂົ້າຮ່ວມ ແລະ ປະກອບຄຳເຫັນໃສ່ບັນດາຫົວຂໍ້ຕ່າງໆຂອງກອງປະຊຸມຢ່າງຈິງຈັງ ເພື່ອເປັນແນວທາງໃນການພັດທະນາອ່າງແມ່ນໍ້າຂອງໃຫ້ມີຄວາມຍືນຍົງ.
ກອງປະຊຸມ ຄັ້ງນີ້, ບັນດາ ສະມາຊິກສະພາມົນຕີ ຄະນະກໍາມາທິການແມ່ນໍ້າຂອງສາກົນ ໄດ້ພ້ອມກັນປຶກສາຫາລື ແລະ ພິຈາລະນາຮັບຮອງເອົາເອກະສານສຳຄັນຈຳນວນໜຶ່ງ ເປັນຕົ້ນແມ່ນ: ອະນຸມັດແຜນວຽກປະຈໍາປີ 2025-2026 ຂອງຄະນະກຳມາທິການແມ່ນໍ້າຂອງສາກົນ, ຮັບຮອງເອົາຫົວໜ້າບໍລິຫານ ກອງເລຂາ ຄະນະກຳມາທິການແມ່ນໍ້າຂອງສາກົນ ຄົນໃໝ່ (CEO of the MRCS) ຊຶ່ງເປັນຮອບວຽນຂອງ ຣາຊາອານາຈັກ ໄທ ທີ່ຈະດຳລົງຕຳແໜ່ງດັ່ງກ່າວໃນໄລຍະເວລາ 3 ປີ (2025 – 2027) ຕາມຜົນການຄັດເລືອກແບບເປີດກວ້າງ. ກອງປະຊຸມຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າ ແລະ ທົບທວນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຈາກກອງເລຂາຄະນະກຳມາທິການແມ່ນໍ້າຂອງສາກົນ ແລະ ທິດທາງແຜນການວຽກງານໃນຕໍ່ໜ້າຂອງຕົນເຊັ່ນ: ຍຸດທະສາດການພັດທະນາອ່າງແມ່ນໍ້າຂອງ ຮອດປີ 2030, ການຈັດຕັ້ງປະຕິບັດບັນດາລະບຽບການ ຂອງ ຄມສ ແລະ ວຽກງານອື່ນໆ ຈຳນວນໜຶ່ງ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ຊຸກຍູ້ບັນດາປະເທດຄູ່ຮ່ວມພັດທະນາ ພິຈາລະນາສືບຕໍ່ໃຫ້ການສະໜັບສະໜູນແກ່ຄະນະກໍາມາທິການແມ່ນໍ້າຂອງສາກົນໃນຕໍ່ໜ້າ ເພື່ອຈັດຕັ້ງປະຕິບັດບັນດາກິດຈະກຳທີ່ຖືກຮັບຮອງໃນແຜນວຽກໃນສົກປີ 2025-2026 ໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນສູງ
ຂ່າວໂດຍ: ອະພິເດດ ແສງດາລາ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ