ຄະນະຜູ້ແທນຂັ້ນສູງ ສືບຕໍ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 78 ແລະ ກອງປະຊຸມປິ່ນອ້ອມລະດັບສູງ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 68 ຄັ້ງ | ເວລາ | 2024-12-25 00:00:00
ໃນວັນທີ 22 ກັນຍາ ນີ້ ທີ່ນິວຢອກ ສ ອາເມຣິກາ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໃນຖານະທີ່ ສປປ ລາວ ເປັນປະເທດປະສານ ງານການພົວພັນ ອາຊຽນ-ອົງການຮ່ວມມືເສດຖະກິດ (Economic Cooperation Organization-ECO), ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົງການຮ່ວມມືເສດຖະກິດ ຄັ້ງທີ 15 ຮ່ວມກັບ ທ່ານ ເຈຮຸນ ໄບຣາມົບ (Jeyhun Bayramov) ລັດຖະມົນຕີຕ່າງປະເທດອາແຊກໄບຊານ ໃນຖານະປະທານຂອງ ECO. ກອງປະຊຸມຄັ້ງນີ້ ຍັງມີບັນດາລັດຖະມົນຕີຕ່າງປະເທດ ແລະ ຄະນະຜູ້ແທນ ຂອງປະເທດສະມາຊິກອາຊຽນ, ECO, ຕີມໍເລັດສະເຕ ແລະ ກອງເລຂາ ຂອງທັງສອງອົງການ ເຂົ້າຮ່ວມ.
ກອງປະຊຸມ ໄດ້ທົບທວນການຮ່ວມມືລະຫວ່າງອາຊຽນ ແລະ ECO ໂດຍສະເພາະການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ (MoU) ປີ 2006 ລະຫວ່າງ ກອງເລຂາອາຊຽນ ແລະ ກອງເລຂາ ECO ແລະ ແຜນວຽກເພື່ອຈັດຕັ້ງປະຕິບັດ MoU ດັ່ງກ່າວ. ພ້ອມກັນນັ້ນ, ທັງສອງຝ່າຍ ຍັງໄດ້ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການຮັດແໜ້ນການຮ່ວມມືໃນຂົງເຂດທີ່ເປັນທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການຄ້າ ແລະ ການລົງທຶນ, ການເຊື່ອມຈອດ, ການຫັນປ່ຽນພະລັງງານທີ່ຍືນຍົງ, ການຫັນເປັນດີຈີຕອນ, ກະສິກໍາ, ການຄຸ້ມຄອງຄວາມສ່ຽງໄພພິບັດ, ການຄວບຄຸມຢາເສບຕິດ, ການທ່ອງທ່ຽວ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນ. ພ້ອມດຽວກັນນັ້ນ, ກອງປະຊຸມໄດ້ຮັບຮອງແຜນວຽກການຮ່ວມມືອາຊຽນ-ECO ສໍາລັບໄລຍະປີ 2024-2028 ເພື່ອເປັນພື້ນຖານໃຫ້ແກ່ການຮ່ວມມືໃນອະນາຄົດ.
ນອກຈາກນັ້ນ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີຂອງກຸ່ມເພື່ອນປົກປ້ອງກົດບັດອົງການສະຫະປະຊາ ຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ອີວານ ກີລ (Yvan Gil) ລັດຖະມົນຕີກະຊວງການຕ່າງ ປະເທດເວເນຊູເອລາ ແລະ ໄດ້ຮັບກຽດເຂົ້າຮ່ວມໂດຍລັດຖະມົນຕີ ແລະ ຮອງລັດຖະມົນຕີຈາກປະເທດສະມາຊິກຂອງກຸ່ມ ຈຳນວນ 20 ທ່ານ ແລະ ຜູ້ຕາງໜ້າຈາກປະເທດສັງເກດການຈຳນວນໜຶ່ງ. ກອງປະຊຸມ ໄດ້ພ້ອມກັນປຶກສາຫາລື ກ່ຽວກັບວຽກງານທີ່ຕິດພັນກັບບັນຫາການປົກປ້ອງກົດບັດ ສປຊ ໂດຍສະເພາະແມ່ນການເພີ່ມທະວີການຮ່ວມມືຫຼາຍຝ່າຍ ແລະ ຄວາມສາມັກຄີລະຫວ່າງປະເທດ, ຕ້ານທຸກໄພຂົ່ມຂູ່ທີ່ເປັນການລະເມີດກົດບັດ ສປຊ ລວມທັງການນຳໃຊ້ມາດຕະການບີບບັງຄັບຝ່າຍດຽວຕໍ່ບາງປະເທດທີ່ເປັນການລະເມີດກົດບັດ ສປຊ ກໍຄືກົດໝາຍສາກົນ, ການນຳໃຊ້ບັນຫາສິດທິມະນຸດແບບສອງມາດຕະຖານເພື່ອຫວັງຜົນປະໂຫຍດທາງການເມືອງ ແລະ ບັນຫາອື່ນໆ ລວມທັງທິດທາງການຮ່ວມມືຂອງກຸ່ມໃນຕໍ່ໜ້າ; ໃນກອງປະຊຸມຄັ້ງນີ້ ຍັງໄດ້ມີການຮັບຮອງເອົາຖະແຫຼງການການເມືອງຈຳນວນ 4 ສະບັບ; ພ້ອມກັນນັ້ນ, ທ່ານ ຮອງລັດຖະມົນຕີ ກໍໄດ້ເຂົ້າຮ່ວມກອງປະຊຸມປະຈຳປີຂັ້ນລັດຖະມົນຕີ ຄັ້ງທີ 47 ຂອງກຸ່ມ 77 ແລະ ຈີນ. ກອງປະຊຸມໄດ້ທົບທວນຄືນຄວາມຄືບໜ້າຂອງການຮ່ວມມື ແລະ ປຶກສາຫາລື ທິດທາງການຮ່ວມມືໃນຕໍ່ ໜ້າ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມບັນດາປະມຸກລັດ ແລະ ຫົວໜ້າລັດຖະ ບານຂອງກຸ່ມ 77 ແລະ ຈີນ ໄດ້ຈັດຂຶ້ນໃນວັນທີ 15-16 ກັນຍາ 2023 ທີ່ ລາຮາວານ ສ ກູບາ. ໃນໂອກາດນີ້, ກອງປະຊຸມໄດ້ຮັບຮອງເອົາປະເທດອູກັນດາ ເປັນປະທານ ກຸ່ມ 77 ແລະ ຈີນ ສໍາລັບສົກປີ 2024 ຕໍ່ຈາກ ສ ກູບາ.
ຫຼັງຈາກນັ້ນ, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ເຄື່ອນໄຫວພົບປະສອງຝ່າຍກັບ ທ່ານ ນາງ ຄິດຕີ ວານເດີ ເຮເດັນ ຮອງຜູ້ອຳນວຍການບໍລິຫານອົງການ UNICEF ຊຶ່ງທັງສອງຝ່າຍໄດ້ແລກປ່ຽນ ແລະ ປຶກສາຫາລື ກ່ຽວກັບການເພີ່ມທະວີການຮ່ວມມື ລວມທັງການກະກຽມສະເຫຼີມສະຫຼອງການຮ່ວມມືລະ ຫວ່າງ ສປປ ລາວ ແລະ ອົງການ UNICEF ຄົບຮອບ 50 ປີ (ແຕ່ປີ 1973 ຫາ 2023) ຊຶ່ງມີແຜນຈະຈັດຂຶ້ນ ຢູ່ ສປປ ລາວ ໃນເດືອນຕຸລາ-ພະຈິກ 2023.
(ຂ່າວ: ກະຊວງການຕ່າງປະເທດ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ