ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມຄະນະຜູ້ແທນ ລາວ ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫຍ່
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 68 ຄັ້ງ | ເວລາ | 2024-12-22 00:00:00
ໃນວັນທີ 20 ກັນຍາ 2022 ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ, ນະຄອນນິວຢອກ, ສະຫະລັດອາເມລິກາ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 77 ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ຈາບາ ໂກໂຣຊິ (CSABA KŐRÖSI), ປະທານສະມັດຊາໃຫຍ່ ສປຊ ສະໄໝ ທີ 77 ພາຍໃຕ້ຫົວຂໍ້ “ບາດລ້ຽວສໍາຄັນແຫ່ງຍຸກສະໄໝ: ວິທີທາງແບບຫັນປ່ຽນໃໝ່ໃນການແກ້ໄຂບັນດາສິ່ງທ້າທາຍທີ່ເກາະກ່ຽວກັນ” (A watershed moment: transformative solutions to interlocking challenges) ໂດຍມີຜູ້ແທນລະດັບປະມຸກລັດ, ຫົວໜ້າລັດຖະບານຫຼາຍກວ່າ 150 ທ່ານ, ລະດັບຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດລົງມາ 40 ກວ່າທ່ານ ຈາກປະເທດສະມາຊິກ ສປຊ ທັງໝົດ 193 ປະເທດ ເຂົ້າຮ່ວມ ແລະ ຈະໄດ້ຜັດປ່ຽນກັນຂຶ້ນກ່າວປາໄສ ເພື່ອສະແດງທັດສະນະ ແລະ ວິໄສທັດຂອງແຕ່ລະປະເທດຕໍ່ກັບບັນຫາສໍາຄັນຕ່າງໆຂອງໂລກ ເຊັ່ນ: ບັນຫາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ການລຶບລ້າງຄວາມທຸກຍາກ, ການເລັ່ງລັດຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານໂລກ; ການຮ່ວມມືເພື່ອສະກັດກັ້ນ ແລະ ຮັບມືກັບຜົນກະທົບຂອງພະຍາດໂຄວິດ-19 ແລະ ຟື້ນຟູເສດຖະກິດພາຍຫຼັງການລະບາດຂອງພະຍາດດັ່ງກ່າວ; ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທາງທຳມະຊາດ; ຂໍ້ຂັດແຍ່ງທາງດ້ານການຄ້າ ແລະ ການທະຫານ ແລະ ບັນຫາອື່ນໆ.
ໃນໂອກາດນີ້, ທ່ານ ອັນໂຕນີໂອ ກູເຕເຣສ (António Guterres), ເລຂາທິການໃຫຍ່ ອົງການ ສປຊ ໄດ້ລາຍງານຕໍ່ກອງປະຊຸມ ໂດຍຍົກໃຫ້ເຫັນບັນຫາຕ່າງໆທີ່ປະຊາຄົມໂລກ ພວມສືບຕໍ່ປະເຊີນໜ້າໃນປັດຈຸບັນ, ເຊິ່ງບັນດາປະເທດສະມາຊິກຈໍາເປັນຕ້ອງໄດ້ເພີ່ມທະວີຄວາມພະຍາຍາມໃນການຊອກຫຼາຍວິທີທາງໃນການແກ້ໄຂບັນຫາຢ່າງສັນຕິວິທີ ພ້ອມທັງໄດ້ເນັ້ນຄວາມສໍາຄັນໃນການນຳໃຊ້ຮູບແບບການປຶກສາຫາລື, ການເຈລະຈາ ແລະ ການນໍາໃຊ້ການທູດ ເພື່ອສ້າງໃຫ້ໂລກມີສັນຕິພາບ ແລະ ສະຖຽນລະພາບ ກໍຄືການຫັນປ່ຽນແນວທາງໃນການແກ້ໄຂບັນຫາ ເພື່ອຄວາມຈະເລີນຮຸ່ງເຮືອງຂອງມະນຸດຊາດ ແລະ ໂລກຂອງພວກເຮົາ. ພ້ອມກັນນັ້ນ, ປະທານສະມັດຊາໃຫຍ່ ສະໄໝທີ 77 ໄດ້ເນັ້ນເຖິງຄວາມຈຳເປັນໃນການຊອກຫາວິທີທາງແກ້ໄຂບັນຫາສິ່ງທ້າທາຍສາກົນ ດ້ວຍຄວາມສາມັກຄີ, ມີຄວາມຍືນຍົງ ແລະ ດ້ວຍວິທະຍາສາດ ເພາະໂລກຂອງເຮົາໃນປັດຈຸບັນ ກຳລັງຕົກຢູ່ໃນສະພາບການຊ້ຳເຮື້ອ ທີ່ຕ້ອງການຄວາມຊ່ວຍເຫຼືອສຸກເສີນທາງດ້ານມະນຸດສະທຳ ເນື່ອງຈາກບັນຫາການປ່ຽນແປງດິນຟ້າອາກາດ, ພະຍາດໂຄວິດ-19 ແລະ ຂໍ້ຂັດແຍ່ງຕ່າງໆ ທີ່ສົ່ງຜົນກະທົບເຮັດໃຫ້ເກີດມີໄພອຶດຫິວໃນທົ່ວໂລກ ຢູ່ໃນລະດັບທີ່ຮ້າຍແຮງ.
ໃນມື້ດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ເຂົ້າຮ່ວມກ່າວຄໍາເຫັນໃນກອງປະຊຸມລະດັບສູງຂອງກຸ່ມເພື່ອນມິດເພື່ອສະໜັບສະໜູນຂໍ້ລິເລີ່ມດ້ານການພັດທະນາ ທີ່ ທ່ານ ສີ ຈິ້ນຜິງ (Xi Jinping), ປະທານປະເທດ ແຫ່ງ ສປ ຈີນ ໄດ້ປະກາດໃນປີຜ່ານມາ (Group of Friends of Global Development Initiative: GDI) ໂດຍການເປັນປະທານຂອງ ທ່ານ ຫວັງ ອີ (Wang Yi), ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ພ້ອມນັ້ນຍັງໄດ້ພົບປະສອງຝ່າຍກັບ ທ່ານ ເຈຮູນ ບາຍຣາມອບ (Jeyhun Bayramov), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສາທາລະນະລັດ ອາແຊກໄປຈານ (Azerbaijan) ແລະ ທ່ານ ນິໂກລາ ເຊລາໂກວິກ (Nikola Selakovic), ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສາທາລະນະລັດ ແຊກບີ (Serbia) ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມືສອງຝ່າຍ ກໍຄືບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.
ທ່ານ ສະເຫຼີມໄຊ ກົມມະສິດ ຈະໄດ້ຂຶ້ນກ່າວປາໄສໃນກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫຍ່ ສປຊ ໃນຕອນເຊົ້າຂອງວັນທີ 24 ກັນຍາ 2022. ໃນໄລຍະເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນລາວຍັງຈະໄດ້ເຂົ້າຮ່ວມ ແລະ ກ່າວປາໄສໃນກອງປະຊຸມລະດັບສູງປິ່ນອ້ອມຕ່າງໆ ເຊັ່ນ: ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນແບບບໍ່ເປັນທາງການ, ກອງປະຊຸມລັດຖະມົນຕີຂອງຂະບວນການບໍ່ຮ່ວມກຸ່ມ, ກອງປະຊຸມລັດຖະມົນຕີກຸ່ມ 77 ແລະ ຈີນ, ກອງປະຊຸມລັດຖະມົນຕີກຸ່ມປະເທດດ້ອຍພັດທະນາ (LDC) ແລະ ກອງປະຊຸມລັດຖະມົນຕີກຸ່ມປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ອຶ່ນໆ. ນອກຈາກນີ້, ຫົວໜ້າຄະນະຜູ້ແທນລາວ ຍັງ ຈະພົບປະສອງຝ່າຍກັບຫົວໜ້າຄະນະຜູ້ແທນຂອງບາງປະເທດ ແລະ ອົງການຈັດຕັ້ງສາກົນຈຳນວນໜຶ່ງ.
ຂ່າວກະຊວງການຕ່າງປະເທດ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ