ຄະນະຜູ້ແທນ ສປປ ລາວ ສືບຕໍ່ເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ ສປຊ ພ້ອມທັງພົບປະກັບລັດຖະມົນຕີປະເທດເພື່ອມິດ ແລະ ອົງການອຸຍນີເຊັບ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 67 ຄັ້ງ | ເວລາ | 2024-12-24 00:00:00
ໃນວັນທີ 21 ກັນຍາ 2022, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ສືບຕໍ່ນໍາພາຄະນະຜູ້ແທນແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 77 ແລະ ກອງປະຊຸມປິ່ນອ້ອມລະດັບສູງຕ່າງໆ ທີ່ ນະຄອນນິວຢອກ, ສະຫະລັດອາເມລິກາ. ໃນນັ້ນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ຕາງໜ້າໃຫ້ຫົວໜ້າຄະນະຜູ້ແທນລາວ ກ່າວຄໍາເຫັນຕໍ່ກອງປະຊຸມລະດັບລັດຖະມົນຕີຂອງຂະບວນການບໍ່ຮ່ວມກຸ່ມ (Ministerial Meeting of Non-Aligned Movement) ຊຶ່ງໃນນັ້ນໄດ້ຢ້ຳຄືນການຍົກສູງ ແລະ ການປົກປ້ອງຫຼັກການພື້ນຖານຂອງຂະບວນການບໍ່ຮ່ວມກຸ່ມໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືເພື່ອການພັດທະນາ ໂດຍຜ່ານຂອບຫຼາຍຝ່າຍພາຍໃຕ້ອົງການ ສປຊ ກໍຄືການຮັດແໜ້ນຄວາມສາມັກຄີ ແລະ ຄວາມພະຍາຍາມຮ່ວມກັນໃນການແກ້ໄຂຜົນກະທົບຈາກວິກິດການຕ່າງໆໃນປັດຈຸບັນ ພ້ອມທັງໄດ້ຍົກໃຫ້ເຫັນວ່າ ການດຳເນີນມາດຕະການຝ່າຍດຽວ ບໍ່ສາມາດແກ້ໄຂບັນຫາສິ່ງທ້າທາຍຂອງໂລກໄດ້.
ໃນວັນດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມພົບປະສອງຝ່າຍກັບຄູ່ຮ່ວມຕຳແໜ່ງຈາກຫຼາຍປະເທດເພື່ອນມິດ ເຊັ່ນ: ທ່ານ ເອກກາດ ຣິ້ງເກີວິດ (Edgars Rinkevics), ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ ລັດເວີຍ, ທ່ານ ໄຟຊານ ເມກແດດ (Faisal Mekdad), ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ ອາຣັບ ຊີຣີ, ແລະ ທ່ານ ນາງ ເຣດໂນ ມາຊຸຍດີ (Retno Marsudi), ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ. ຕະຫຼອດໄລຍະການພົບປະດັ່ງກ່າວ ທັງສອງຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມໃຫ້ກັນ ແລະ ກັນຊາບ, ລວມທັງໄດ້ມີການແລກປ່ຽນທັດສະນະກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ກໍຄືການເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໂດຍສະເພາະໃນເວທີຂອງອົງການສະຫະປະຊາຊາດ.
ນອກຈາກນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ມີໂອກາດພົບປະກັບທ່ານ ນາງ ແຄັດເທີີຣິນ ຣັດໂຊລ໌ (Ms. Catherine Russel), ຜູ້ອໍານວຍການໃຫຍ່ ອົງການສະຫະປະຊາຊາດ ເພື່ອກອງທຶນເດັກ (UNICEF), ໂດຍທັງສອງຝ່າຍໄດ້ທົບທວນຄືນກ່ຽວກັບສະພາບການຮ່ວມມືຕະຫຼອດໄລຍະຫ້າທົດສະວັດຜ່ານມາ ເຊິ່ງອົງການ UNICEF ຖືເປັນອົງການເຄືອຂ່າຍ ສປຊ ທໍາອິດທີ່ເຂົ້າມາຕັ້ງຫ້ອງການຢູ່ລາວ. ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຂອບໃຈຕໍ່ອົງການ UNICEF ທີ່ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍຜ່ານການຈັດຕັ້ງປະຕິບັດແຜນງານການຮ່ວມມືລະຫວ່າງ ສປປ ລາວ-UNICEF ໃນແຕ່ລະໄລຍະ ທີ່ສຸມໃສ່ບູລິມະສິດການພັດທະນາຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ທີ່ກ່ຽວຂ້ອງກັບເດັກນ້ອຍ ແລະ ແມ່ຍິງ ຢູ່ ສປປ ລາວ.
ຂ່າວ: ກະຊວງການຕ່າງປະເທດ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ