ປະທານສະພາ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 114 ຄັ້ງ | ເວລາ | 2024-12-24 00:00:00
ໃນຕອນບ່າຍຂອງວັນທີ 11 ຕຸລາ 2023 ທີ່ ສະພາແຫ່ງຊາດ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ຄາມິກາວະ ໂຢໂກະ (Ms. KAMIKAWA Yoko), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຍີ່ປຸ່ນ ແລະ ຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 11-12 ຕຸລາ 2023.
ໃນໂອກາດນີ້, ທ່ານ ປະທານສະພາແຫ່ງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍ ທ່ານ ນ. ຄາມິກາວະ ໂຢໂກະ ທີ່ໄດ້ຮັບແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໃນຫວ່າງບໍ່ດົນມານີ້, ພ້ອມທັງ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຂອງ ທ່ານ ນ. ຄາມິກາວະ ໂຢໂກະ ແລະ ຄະນະໃນຄັ້ງນີ້, ເຊິ່ງເປັນຂີດໝາຍອັນສໍາຄັນໃນການສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ, ກໍຄືການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ, ລວມທັງເປັນການສະເຫຼີມສະຫຼອງການພົວພັນ ແລະ ການຮ່ວມມື ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ໃນປີ 2023 ນີ້.
ທ່ານ ໄຊສົມພອນ ພົມວິຫານ ໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ທ່ານ ໂຮໂຊດະ ຮິໂຣຢູກິ, ປະທານສະພາຜູ້ແທນຣາຊະດອນຍີ່ປຸ່ນ ແລະ ທ່ານ ກິຊິດະ ຟຸມິໂອະ, ນາຍົກລັດຖະມົນຕີຍີ່ປຸ່ນ, ພ້ອມທັງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ການພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ຮັບການພັດທະນາຂຶ້້ນຢ່າງບໍ່ຢຸດຢັ້ງ, ເຫັນໄດ້ຈາກ ມີການພົວພັນຮ່ວມມື ແລະ ການໄປມາຫາສູ່ເຊິ່ງກັນ ແລະ ກັນ ຂອງປະຊາຊົນສອງຊາດ ຢ່າງເປັນປົກກະຕິ, ໂດຍສະເພາະ ສອງອົງການນິຕິບັນຍັດ ລາວ ແລະ ຍີ່ປຸ່ນ, ລວມທັງຄະນະມິດຕະພາບ ລັດຖະສະພາ ລາວ-ຍີ່ປຸ່ນ ແລະ ຍີ່ປຸ່ນ-ລາວ. ພ້ອມນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ໃຫ້ຄວາມ
ຢືນຢັນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບ ສະພາແຫ່ງຊາດຍີ່ປຸ່ນ ຢ່າງໃກ້ຊິດ ແລະ ປະກອບສ່ວນຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໃນການສົ່ງເສີມການຮ່ວມມືຂອງສອງອົງການນິຕິບັດຍັດ ສປປ ລາວ ແລະ ຍີ່ປຸ່ນ, ເພື່ອນໍາເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ ກໍຄືເພື່ອການພັດທະນາໃນພາກພື້ນ ແລະ ສາກົນ ພ້ອມທັງໄດ້ແຈ້ງໃຫ້ຊາບວ່າ ສະພາແຫ່ງຊາດລາວ ມີແຜນຈະໄປຢ້ຽມຢາມຍີ່ປຸ່ນ ໃນປີໜ້າ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືກັນ ໃນດ້ານສະພາລະຫວ່າງສອງປະເທດ. ໃນໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າສໍາລັບການພັດທະນາເສດຖະກິດ-ສັງຄົມ ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນ ການພັດທະນາດ້ານຊັບພະຍາກອນມະນຸດ, ສາທາສະນະສຸກ, ກະສິກໍາ-ປ່າໄມ້, ການພັດທະນາໂຄງລ່າງພື້ນຖານ, ການຊ່ວຍເຫຼືອເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງທັນການ, ລວມທັງການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ (UXO) ຢູ່ ສປປ ລາວ, ພິເສດ ແມ່ນການຊ່ວຍເຫຼືອໃນການພັດທະນາ ແລະ ສ້າງບຸກຄະລາກອນໃນຂະແໜງກົດໝາຍ ຂອງ ສປປ ລາວ ເປັນເວລາຫຼາຍກວ່າ 20 ປີ ກໍຄື ການປະມວນກົດໝາຍແພ່ງສໍາເລັດ ໂດຍສະເພາະໃນໄລຍະທີ່ ທ່ານ ນາງ ຄາມິກາວະ ໂຢໂກະ ເປັນລັດຖະມົນຕີກະຊວງຍຸຕິທໍາ, ພ້ອມທັງສະແດງຄວາມຂອບໃຈຝ່າຍຍີ່ປຸ່ນ ທີ່ຈະພິຈາລະນາໃນທາງບວກຕໍ່ການຊ່ວຍປັບປຸງສະໜາມກິລາ ເຈົ້າອານຸວົງ ໃຫ້ເປັນສັນຍາລັກການພົວພັນມິດຕະພາບ ລາວ-ຍີ່ປຸ່ນ. ສອງຝ່າຍ ໄດ້ສືບຕໍ່ໃຫ້ຄວາມໝັ້ນໝາຍຕໍ່ກັນ ໃນການສະໜັບສະໜູນເຊິ່ງກັນ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024, ແລະ ຝ່າຍຍີ່ປຸ່ນ ຍິນດີສືບຕໍ່ສະໜັບສະໜູນລາວ ໃນການເປັນປະທານ AIPA ໃນປີໜ້າເຊັ່ນກັນ.
ໃນຂະນະດຽວກັນ, ທ່ານ ນາງ ຄາມິກາວະ ໂຢໂກະ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ໄດ້ຍືນຢັນວ່າ ຈະປະສານສົມທົບ ແລະ ເຮັດວຽກຮ່ວມກັບຝ່າຍລາວ ຢ່າງໃກ້ຊິດ ໂດຍສະເພາະແມ່ນກະຊວງການຕ່າງປະເທດ ທີ່ເປັນໃຈກາງໃນການຊຸກຍູ້ຂະແໜງການທີ່ກ່ຽວຂ້ອງຂອງຍີ່ປຸ່ນ ແລະ ລາວ ໃນການຮ່ວມມືໃນດ້ານຕ່າງໆ ແລະ ສຶບຕໍ່ປະຕິບັດແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະບານ ກໍຄື ສອງອົງການນິຕິບັນຍັດ ຍີ່ປຸ່ນ-ລາວ ໃຫ້ປະສົບຜົນສໍາເລັດຕາມຄາດໝາຍ.
ຂ່າວ: ກະຊວງການຕ່າງປະເທດ, ພາບ: ສຸກສະຫວັນ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ