ລາວພົບຜູ້ຕິດເຊື້ອໂຄວິດ-19 ຮອບ 2 ກໍລະນີທີ 20 ເປັນຄົນເກົາຫຼີ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 68 ຄັ້ງ | ເວລາ | 2024-12-25 00:00:00
ອີງຕາມການຖະແຫຼງຂອງຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ເມື່ອວັນທີ 24 ກໍລະກົດ 2020 ທີ່ນະຄອນຫຼວງວຽງຈັນ, ໂດຍທ່ານ ຮສ.ດຣ.ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຢືນຢັນວ່າ ປະເທດລາວໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 20 ຫຼັງຈາກທີ່ ສປປ ລາວ ສາມາດຄວບຄຸມການລະບາດຂອງໄວຣັດໂຄວິດ-19 ໄດ້ເປັນເວລາ 101ວັນ.
ຜູ້ຕິດເຊື້ອໂຄວິດ-19ກໍລະນີທີ 20 ທີ່ໄດ້ຮັບການຢັ້ງຢືນ ເປັນເພດຊາຍ ອາຍຸ 32 ປີ, ສັນຊາດເກົາຫຼີ, ອາຊີບ: ວິຊາການໄຟຟ້າ , ບ່ອນເຮັດວຽກ: ເຂື່ອນໄຟຟ້ານໍ້າງຽບ (ຜູ້ກ່ຽວຍັງບໍ່ທັນໄປເຮັດວຽກຢູ່ເຂື່ອນເທື່ອ ເພາະຍັງກັກໂຕຕາມລະບຽບການ) ກັກໂຕຢູ່ໂຮງແຮມໄດ້ທີ່ຖືກກຳໜົດເປັນບ່ອນກັກກັນໃນນະຄອນຫຼວງວຽງຈັນ ບໍ່ມີອາການສະແດງອອກ
- 
	
- ຕາມການລາຍງານຂອງຜູ້ກ່ຽວ ກ່ອນເດີນທາງມາ ສປປ ລາວ ຜູ້ກ່ຽວບໍ່ມີອາການຫຍັງ ແລະ ໄດ້ກວດ ໂຄວິດ-19 ດ້ວຍ RT-PCR ໃຫ້ຜົນລົບ.
 - ກ່ອນເດີນທາງມາປະເທດລາວ, ຜູ້ກ່ຽວອາໄສຢູ່ນຳຄອບຄົວ ບໍ່ມີພີ່ນ້ອງເປັນພະຍາດ COVID-19.
 
 
ວັນທີ 18 ກໍລະກົດ 2020.
- 
	
- ເດີນທາງຈາກປະເທດຍີ່ປຸ່ນ (ໂອສະກາ=>ໂຕກຽວ) ມາຜ່ານ ສສ ເກົາຫຼີ (ອິນຊອນ) ມາ ສປປ ລາວ ຜ່ານທາງສະໜາມ ບິນວັດໄຕ, ໂດຍຖ້ຽວບິນ QV922A, ເລກທີຕັ່ງນັ່ງ : 015E
 - ຜູ້ກ່ຽວເດີນທາງມາກັບກຸ່ມໝູ່ 4 ຄົນ, ໃນຖ້ຽວບິນQV922A ມີຜູ້ໂດຍສານ 109 ຄົນ.
 - ເດີນທາງຈາກສະໜາມບິນມາໂຮງແຮມດວ້ຍລົດຕູ້ເຊົ່າ (ຊຶ່ງໂຮງແຮມເຊົ່າມາ), ມີທັງໝົດ 6 ຄົນນັ່ງລົດຄັນດຽວກັນ ລວມທັງຜູ້ກ່ຽວ.
 - ນັບແຕ່ວັນທີ 18 ຫາ ວັນທີ 23 ກໍລະກົດ , ຜູ້ກ່ຽວບໍ່ໄດ້ເດີນທາງອອກຈາກຫ້ອງ. ກິນອາຫານຢູ່ໃນຫ້ອງໂດຍມີພະນັກ ງານນຳອາຫານ ແລະ ນ້ຳດື່ມໄປປະໄວ້ໜ້າຫ້ອງໃຫ້ ແລະ ບໍ່ມີໃຜເຂົ້າໄປໃນຫ້ອງ, ໄດ້ວັດແທກອຸນຫະພູມທຸກມື້ ເຊົ້າ-ແລງໂດຍພະນັກງານໂຮງແຮມ ແຕ່ບໍ່ໄດ້ເຂົ້າຫ້ອງ ຮັກສາໄລຍະຫ່າງ 1 ແມັດ (ອຸນຫະພູມສະເລ່ຍ 36,3 – 36,6 ອົງສາເຊ).
 - ບໍ່ມີພະນັກງານເຂົ້າໄປອະນາໄມໃນຫ້ອງນອນ ເພາະກົດລະບຽບຂອງໂຮງແຮມຄືຜູ້ກ່ຽວຕ້ອງຮັບຜິດຊອບເອງ, ທາງໂຮງແຮມໄດ້ຈັດກຽມອຸປະກອນທີ່ຈຳເປັນໄວ້ໃນຫ້ອງພັກໃຫ້ແກ່ຜູ້ກ່ຽວຕາມກຳໜົດ 14 ວັນ.
 
 
ວັນທີ 22 ກໍລະກົດ 2020
- 
	
- ທີມງານ ສວລ ຮວ່ມກັບພະແນກສາທານະຄອນຫຼວງ, ຫ້ອງການສາທາເມືອງສີໂຄດຕະບອງ ໄດ້ໄປເກັບຕົວຢ່າງຢູ່ໂຮງແຮມ.
 
 
ວັນທີ 23 ກໍລະກົດ 2020
- 
	
- ເວລາປະມານ 21:00 ໂມງ ຜົນກວດອອກມາພົບເຊື້ອ COVID-19
 - ຄົນເຈັບດັງກ່າວແມ່ນທາງໂຮງໝໍໄປຮັບເອົາມາປິ່ນປົວຢູ່ໂຮງໝໍມິດຕະພາບ
 
 
ຜູ້ສຳຜັດໃກ້ຊິດ ທີ່ໄຈ້ແຍກໄດ້ໃນເບື້ອງຕົນແມ່ນ 17 ຄົນ.
ແຫຼ່ງ: ກະຊວງສາທາລະນະສຸກ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
 - =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
 - =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
 - =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
 - =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
 - =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
 - =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
 - =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
 
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
 - >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
 - >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
 - >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
 - >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
 - >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
 - >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
 - >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
 - >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
 - >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
 
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
 - =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
 - =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
 - => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
 - =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
 - =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
 - =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
 - =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
 - =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
 - =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
 - =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
 - =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
 - =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
 - =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
 

