ປະທານປະເທດ ໂອ້ລົມການນຳຫຼັກແຫຼ່ງ-ບຳນານ ນະຄອນ-ຫຼວງພະບາງ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 127 ຄັ້ງ | ເວລາ | 2024-12-22 00:00:00 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 0000-00-00 00:00:00
ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ໂອ້ລົມພະນັກງານບຳນານ-ພະນັກງານຫຼັກແຫຼ່ງ ແລະ ອົງການປົກຄອງບ້ານ ໃນນະຄອນ-ຫຼວງພະບາງ ຢູ່ຫ້ອງວ່າການແຂວງ ໃນວັນທີ 7 ຕຸລາ 2023, ໂດຍທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ-ຫຼວງພະບາງ ໄດ້ລາຍງານຜົນສຳເລັດການພັດທະນາເສດຖະກິດ-ສັງຄົມ ວ່າ: ພື້ນຖານທ່າແຮງບົ່ມຊ້ອນຂອງນະຄອນ-ຫຼວງພະບາງ ມີຫຼາຍດ້ານ, ໃນນັ້ນ, ຢູ່ໃນເຂດຕົວເມືອງ ແມ່ນເນັ້ນໃສ່ສົ່ງເສີມການພັດທະນາການບໍລິການ ຕິດພັນກັບການທ່ອງທ່ຽວ ເປັນທ່າແຮງຫຼັກ ຊຸກຍູ້ການເຕີບໂຕຂອງເສດຖະກິດ ແລະ ສ້າງວຽກເຮັດງານທຳ ໃຫ້ປະຊາຊົນ ໂດຍມີການວາງຜັງເມືອງ, ຈັດສັນຕົວເມືອງ, ແບ່ງເຂດພັດທະນາຊັດເຈນ.
ສຳລັບຢູ່ເຂດນອກຕົວເມືອງ ແມ່ນເນັ້ນໃສ່ສົ່ງເສີມການຜະລິດກະສິກຳ ປູກຝັງ-ລ້ຽງສັດເປັນຕົ້ນແມ່ນການລ້ຽງສັດໃຫຍ່ ແລະ ປູກຕົ້ນໄມ້ອຸດສາຫະກຳ ສົ່ງອອກຕ່າງປະເທດ, ພ້ອມທັງສົ່ງເສີມການປູກພືດຜັກສະອາດ ປອດສານພິດ ສົ່ງເຂົ້າການບໍລິການການທ່ອງທ່ຽວ ຊຶ່ງເຫັນວ່າມີການຂະຫຍາຍຕົວເພີ່ມຂຶ້ນ ແລະ ເປັນຂະບວນການຫຼາຍຂຶ້ນ ໂດຍມີການກຳນົດເປັນເຂດຈຸດສຸມ ແລະ ຈັດຕັ້ງເປັນກຸ່ມການຜະ ລິດ. ອົງການປົກຄອງນະຄອນ-ຫຼວງພະບາງ ຖືສຳຄັນການປົກປັກຮັກສາມໍລະດົກໂລກໃຫ້ຄົງຄຸນຄ່າ-ຍືນຍົງ, ປັດຈຸບັນມີອາຄານອະນຸລັກ 611 ຫຼັງ ແລະ ໜອງນໍ້າອະນຸລັກ 183 ໜອງ, ມີການປົກປັກຮັກສາ ແລະ ປະຕິບັດຮີດຄອງປະເພນີ, ວັດທະນະທໍາອັນດີງາມຂອງຊາວລາວບັນດາເຜົ່າ ພິເສດແມ່ນການຈັດງານບຸນປະເພນີ ແລະ ການກໍ່ສ້າງ-ບູລະນະວັດວາອາຮາມ, ເອົາໃຈໃສ່ຄຸ້ມຄອງການກໍ່ສ້າງຢູ່ໃນເຂດມໍ ລະດົກ ແລະ ເຂດກັນຊົນ ໃຫ້ຖືກຕາມລະບຽບການຄຸ້ມຄອງມໍລະດົກໂລກ, ຄະນະຮັບຜິດຊອບ ປະຕິບັດເປັນປະຈຳ, ເອົາໃຈໃສ່ວຽກຮັກສາຄວາມສະອາດ, ຄວາມເປັນລະບຽບຮຽບຮ້ອຍຂອງຕົວເມືອງ, ຄວາມປອດໄພ, ຄວາມສວຍງາມ, ສະຫວ່າງ ແລະ ສີຂຽວຂອງຕົວເມືອງ, ພັດທະນາພື້ນຖານໂຄງລ່າງ ສິ່ງອຳນວຍຄວາມສະດວກຕ່າງໆ ພິເສດແມ່ນການກໍ່ສ້າງທາງເບຕົງເຂົ້າບ້ານ ໂດຍທຶນສົມທົບຂອງປະຊາຊົນ ແມ່ນມີຄວາມຄືບໜ້າດີ.
ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ມີຄຳເຫັນເນັ້ນໃຫ້ການນຳຂອງແຂວງ, ນະຄອນ-ຫຼວງພະບາງ ພ້ອມກັນສຶກສາອົບຮົມລູກຫຼານໃຫ້ຮັບຮູ້ໄດ້ແນວທາງຂອງພັກຢ່າງເລິກເຊິ່ງ, ຫຼີກເວັ້ນການບໍລິ ໂພກຂ່າວສານທີ່ບິດເບືອນແນວທາງຂອງພັກ-ລັດ ອອກແຮງໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ, ຊຸກຍູ້ສົ່ງເສີມຄອບຄົວທີ່ຍັງທຸກຍາກ ໂດຍນຳໃຊ້ທ່າແຮງບົ່ມຊ້ອນ ເພື່ອໃຫ້ເຂົາເຈົ້າມີຊີ ວິດການເປັນຢູ່ທີ່ດີຂຶ້ນ.
ພາຍຫຼັງສຳເລັດການໂອ້ລົມ, ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໄດ້ໄດ້ຢ້ຽມຢາມ ບ້ານຫັດຖະກຳຊ່າງຄ້ອງ ຊຶ່ງປະຊາຊົນສ່ວນໃຫຍ່ໄດ້ຢຶດຖືອາຊີບການຕໍ່າຫູກ ທໍໄໝແບບດັ່ງເດີມ ແລະ ການຜະລິດເຈ້ຍສາ ເປັນຂອງທີ່ລະນຶກຈຳໜ່າຍເປັນສິນຄ້າ ຕື່ມອີກ.
ຂ່າວ :ນະຄອນຫຼວງພະບາງ, ພາບ: ນັກຂ່າວ ຫສພ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ