ໂຄງການຄົ້ນຄວ້າ ລະດັບຊາດ “ການສ້າງເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ຢູ່ ສປປ ລາວ”
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 116 ຄັ້ງ | ເວລາ | 2024-12-22 00:00:00
ໃນວັນທີ 27 ພຶດສະພາ 2024 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 2 ສຳນັກງານສະພາທິດສະດີສູນກາງພັກ (ຫຼັກ 06)ສະພາທິດສະດີສູນກາງພັກ ໄດ້ເປີດກອງປະຊຸມວິທະຍາສາດ ເພື່ອພິຈາລະນາ-ຮັບຮອງເອົາເນື້ອໃນຜົນການຄົ້ນຄວ້າໂຄງການລະດັບຊາດໃນຫົວຂໍ້ “ການສ້າງເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ຢູ່ ສປປ ລາວ” ໂດຍການເປັນປະທານ ຂອງທ່ານ ປອ. ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ເຂົ້າຮ່ວມມີຮອງປະທານສະພາທິດສະດີສູນກາງ; ຄະນະປະຈຳສະພາທິດສະດີສູນກາງພັກ; ຄະນະເລຂາວິທະຍາສາດສະພາທິດສະດີສູນກາງພັກ; ຫ້ອງການສະພາທິດສະດີສູນກາງພັກ.
ໂຄງການຄົ້ນຄວ້າລະດັບຊາດໃນຫົວຂໍ້ “ການສ້າງເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ຢູ່ ສປປ ລາວ” ເປັນໜຶ່ງໃນບັນດາໂຄງການຄົ້ນຄວ້າທາງດ້ານທິດສະດີ-ພຶດຕິກຳ ທີ່ຄະນະເລຂາທິການສູນກາງພັກໄດ້ອະນຸມັດ. ໂຄງການດັ່ງກ່າວໄດ້ສຳເລັດການດຳເນີນການຄົ້ນຄວ້າ ແລະໄດ້ຜ່ານກອງປະຊຸມສຳມະນາວິທະຍາສາດເປີດກວ້າງລະດົມຄຳຄິດເຫັນ ທັງພາຍໃນຄະນະຮັບຜິດຊອບໂຄງການ ແລະ ຮ່ວມກັບຄະນະກຳມະການດ້ານເສດຖະກິດ, ຄະນະປະຈຳສະພາທິດສະດີສູນກາງພັກ ທີ່ໄດ້ປະກອບຄຳເຫັນໃສ່ໃນໄລຍະຜ່ານມາ.
ຜ່ານການຈັດຕັ້ງປະຕິບັດບັນດາໂຄງການຄົ້ນຄວ້າໃນໄລຍະຜ່ານມາ ຮອດປັດຈຸບັນນີ້ສາມາດຮັບຮອງເອົາເນື້ອໃນຜົນການຄົ້ນຄວ້າໂຄງການລະດັບຊາດໄດ້ 3 ໂຄງການ ໃນນັ້ນ ໄດ້ສະເໜີຈັດພິມເປັນສະບັບສົມບູນ 1 ໂຄງການ. ບັນດາຜະລິດຕະພັນດັ່ງກ່າວຖືໄດ້ວ່າເປັນຜົນງານການຄົ້ນຄວ້າ ຂອງສະພາທິດສະດີສູນກາງພັກ ກໍຄືບັນດາສະຫາຍໃນຄະນະຮັບຜິດຊອບໂຄງການຄົ້ນຄວ້າໃນຫົວຂໍ້ຕ່າງໆ ທີ່ໄດ້ສຸມທຸກກຳລັງສະຕິປັນຍາເຂົ້າໃນການດຳເນີນການຄົ້ນຄວ້າຈົນສາມາດນຳສະເໜີໃຫ້ສະພາທິດສະດີສູນກາງພັກພິຈາລະນາຮັບຮອງເອົາ.
ສຳລັບໂຄງການຄົ້ນຄວ້າ ຫົວຂໍ້ “ການສ້າງເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ຢູ່ ສປປ ລາວ” ເຫັນໄດ້ວ່າ ຄະນະຮັບຜິດຊອບໂຄງການໄດ້ມີຄວາມເອົາໃຈໃສ່ຢ່າງຈົດຈໍ່ ເພາະເປັນຫົວຂໍ້ທີ່ສຳຄັນທັງສ່ອງແສງເຖິງທິດສະດີ-ພຶດຕິກຳ ແລະ ບົດຮຽນຕົວຈິງໃນການສ້າງເສດຖະກິດຕະຫຼາດ ຂອງບັນດາປະເທດເພື່ອນມິດຍຸດທະສາດ ເພື່ອໝູນໃຊ້ເຂົ້າໃນການສ້າງເສດຖະກິດຕະຫຼາດຢູ່ປະເທດເຮົາ ແລະ ຕອບສະໜອງໃຫ້ແກ່ການສືບຕໍ່ຄົ້ນຄວ້າສະໜອງຂໍ້ມູນຢ່າງມີວິທະຍາສາດໃນການປັບປຸງບູລະນະແນວທາງສ້າງເສດຖະກິດຂອງພັກເຮົາໃນຂັ້ນຕໍ່ໄປ.
ກອງປະຊຸມໄດ້ຮັບຟັງການສະເໜີລາຍງານຫຍໍ້ບົດສັງລວມເນື້ອໃນໂຄງການຄົ້ນຄວ້າຈາກຄະນະຮັບຜິດຊອບໂຄງການ ເຊິ່ງເປັນການສ່ອງແສງໃຫ້ເຫັນໄດ້ເຖິງເນື້ອໃນທາງດ້ານທິດສະດີ-ພຶດຕິກຳ ແລະບັນດາບົດຮຽນຕ່າງໆໃນການສ້າງເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ; ບັນດາສະຫາຍຄະນະກຳມະການໄດ້ພ້ອມກັນມີຄຳເຫັນຢ່າງກົງໄປກົງມາຢ່າງມີວິທະຍາສາດ ຕໍ່ກັບບັນດາເນື້ອໃນຕ່າງໆ ຂອງບົດຄົ້ນຄວ້າ ເຊິ່ງບັນດາຄຳເຫັນສ່ວນໃຫຍ່ໄດ້ມີຄວາມເປັນເອກະພາບ ແລະ ສະເໜີໃຫ້ຄະນະຮັບຜິດຊອບຄົ້ນຄວ້ານຳໄປປັບປຸງບາງເນື້ອໃນໃຫ້ຈະແຈ້ງຕື່ມ. ພ້ອມດຽວກັນນັ້ນ, ກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບລົງຄະແນນສຽງຮັບຮອງເອົາຜົນ ຂອງການຄົ້ນຄວ້າ.
ຜ່ານການຮັບຮອງເອົາຜົນຂອງການຄົ້ນຄວ້າລະດັບຊາດໃນຫົວຂໍ້ດັ່ງກ່າວ ປະທານກອງປະຊຸມ ໄດ້ມີຄຳເຫັນເພີ່ມເຕີມບາງປະການ ດັ່ງນີ້:
1). ຄະນະຮັບຜິດຊອບໂຄງການດັ່ງກ່າວ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບ ແລະສຸມໃສ່ໃນການນຳເອົາເນື້ອໃນຄຳເຫັນ ຂອງຄະນະກຳມະການວິທະຍາສາດທີ່ໄດ້ມີຄຳເຫັນໃນການຕີລາຄາເນື້ອໃນບົດຄົ້ນຄວ້າໄປປັບປຸງ ແລະລາຍງານມາຍັງສະພາທິດສະດີສູນກາງພັກຢ່າງເປັນລາຍລັກອັກສອນ ເພື່ອສະເໜີຕໍ່ຄະນະປະຈຳສະພາທິດສະດີສູນກາງພັກມີຄຳເຫັນ ແລະຈັດພິມເປັນສະບັບສົມບູນ.
2). ຄະນະຮັບຜິດຊອບໂຄງການປະສານກັບຫ້ອງການສະພາທິດສະດີສູນກາງພັກສຸມໃສ່ໃນການກວດກາດ້ານເຕັກນິກ-ໄວຍະກອນ, ການສ້າງມາແກັດເປັນປື້ມແລ້ວສົ່ງໃຫ້ຫ້ອງການສະພາທິດສະດີສູນກາງພັກກວດກາຄືນ.
3). ຫ້ອງການສະພາທິດສະດີສູນກາງພັກເປັນໃຈກາງໃນການຕິດຕາມ ແລະຊຸກຍູ້ການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆ ເພື່ອເຮັດໃຫ້ການດຳເນີນໂຄງການໄດ້ສຳເລັດຕາມລະດັບຄາດໝາຍ ພ້ອມນັ້ນ ກໍຮ່າງຂໍ້ຕົກລົງວ່າດ້ວຍການຮັບຮອງເນື້ອໃນຜົນການຄົ້ນຄວ້າໂຄງການ ເພື່ອສະເໜີຕໍ່ສະພາທິດສະດີສູນກາງພັກລົງລາຍເຊັນຢ່າງເປັນທາງການ.
ກອງປະຊຸມໄດ້ດຳເນີນເປັນເວລາເຄິ່ງວັນ ແລະ ປິດລົງໃນເວລາ 11:30 ຂອງວັນດຽວກັນດ້ວຍຜົນສຳເລັດຢ່າງຈົບງາມ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ