ກອງປະຊຸມສຳມະນາທິດສະດີ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດ ກູບາ ຄັ້ງທີ I
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 94 ຄັ້ງ | ເວລາ | 2024-12-22 00:00:00
ໃນຕອນບ່າຍ ຂອງວັນທີ 29 ເມສາ 2023, ສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ຄັ້ງທີ I ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດກູບາ ພາຍໃຕ້ຫົວຂໍ້ “ບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳການນຳພາ ຂອງພັກ” ທີ່ຫ້ອງປະຊຸມໂຮງແຮມເມືອງແທງ, ນະຄອນຫຼວງວຽງຈັນ, ສປປ ລາວ ໂດຍການເປັນປະທານຮ່ວມຂອງຝ່າຍລາວ ນຳໂດຍ ສະຫາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ແລະ ຝ່າຍກູບາ ນຳໂດຍ ສະຫາຍ Roberto Morales Ojeda ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກກອມມູນິດກູບາ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຍັງມີບັນດາສະຫາຍພະນັກງານການນໍາຂັ້ນສູງ, ບັນດາສະຫາຍຄະນະປະຈຳສະພາທິດສະດີສູນກາງພັກ, ສະມາຊິກສະພາທິດສະດີສູນກາງພັກ, ບັນດານັກວິທະຍາສາດ, ນັກທິດສະດີ, ບັນດາຜູ້ຕາງໜ້າຈາກຄະນະພັກກະຊວງ-ອົງການ ແລະພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເຂົ້າຮ່ວມ 130 ສະຫາຍ.
ໃນກອງປະຊຸມ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວໄດ້ກ່າວເປີດຢ່າງເປັນທາງການ ແລະ ຫຼັງຈາກນັ້ນສະຫາຍ Roberto Morales Ojeda ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກກອມມູນິດກູບາ ໄດ້ມີຄຳເຫັນຕໍ່ກອງປະຊຸມດັ່ງກ່າວ.
ກອງປະຊຸມຄັ້ງນີ້, ບັນດານັກວິທະຍາສາດ, ນັກທິດສະດີ ຂອງທັງສອງຝ່າຍ ໄດ້ຜັດປ່ຽນກັນຂຶ້ນສະ ເໜີບົດຄໍາເຫັນໃນຫົວຂໍ້ຫຍ່ອຍທີ່ປິ່ນອ້ອມກອງປະຊຸມ ເຊິ່ງຝ່າຍລາວປະກອບມີ 3 ບົດຄື: 1). ພັກນຳພາລະບົບການເມືອງ ແລະ ນຳພາພັດທະນາເສດຖະກິດຕາມທິດສັງຄົມນິຍົມຢູ່ ສປປ ລາວ; 2). ບົດຮຽນການກໍ່ສ້າງ, ບຳລຸງພະນັກງານ-ສະມາຊິກຊາວໜຸ່ມ ຂອງພັກ ສປປ ລາວ; 3). ພັກນຳພາຕໍ່ກັບສື່ສັງຄົມອອນລາຍ ເພື່ອຮັບປະກັນອະທິປະໄຕດ້ານເຕັກໂນໂລຢີ ແລະ ອຸດົມຄະຕິບົນພື້ອນຖານ Cyberspace ແລະ ຝ່າຍກູບາປະກອບມີ 03 ບົດຄື: 1). ການຈັດຕັ້ງພັກ ແລະ ນະໂຍບາຍຄວາມຮັບປະກັບຂອງນັກເສດຖະສາດ ເພື່ອຮັດແໜ້ນເດີນຕາມເສັ້ນທາງສັງຄົມນິຍົມຂອງກູບາ; 2). ບົດຮຽນໃນການຝຶກອົບຮົບ, ກໍ່ສ້າງ ແລະ ສົ່ງເສີມວຽກພັກ-ພະນັກງານສະມາຊິກພັກ, ໂຄງປະກອບຂອງຊາວໜຸ່ມ ທີ່ເປັນພື້ນຖານຂອງພະນັກງານສືບທອດ; 3). ພັກເອົາໃຈໃສ່ຮອບດ້ານ ກ່ຽວກັບສື່ສັງຄົມອອນລາຍ ແລະ ດີຈິຕອນ, ເພື່ອຮັບປະກັນອະທິປະໄຕດ້ານເຕັກໂນໂລຢີ ແລະ ອຸດົມການພື້ນຖານ Cyberspace, ພ້ອມດຽວກັນນັ້ນ,ຄະນະຜູ້ແທນ ຂອງທັງສອງຝ່າຍ ຍັງໄດ້ຜັດປ່ຽນກັນໃນການແລກປ່ຽນ ແລະຖອດຖອນບົດຮຽນບັນຫາຕ່າງໆທີ່ທັງສອງຝ່າຍໃຫ້ຄວາມສົນໃຈ.
ກອງປະຊຸມໄດ້ມີຄວາມເປັນເອກະພາບສູງຕໍ່ບັນດາຫົວຂໍ້ທີ່ສຳຄັນເຊັ່ນ: ບົດຮຽນໃນການຝຶກອົບຮົມ, ກໍ່ສ້າງ ແລະ ສົ່ງເສີມວຽກພັກ-ພະນັກງານສະມາຊິກພັກ, ໂຄງຂອງປະກອບຂອງຊາວໜຸ່ມ ທີ່ເປັນພະນັກງານສືບທອດ ແລະ ການນຳໃຊ້ສື່ສັງຄົມອອນລາຍ ເພື່ອຮັບປະກັນອະທິປະໄຕເຕັກໂນໂລຢີ ແລະ ອຸດົມຄະຕິບົນພື້ນຖານ Cyberspace ໂດຍພາຍໃຕ້ການນຳພາອັນເຂັ້ມແຂງຂອງພັກ, ພັກຍັງມີບົດບາດຕັດສິນຊີ້ຂາດໃຫ້ແກ່ໄຊຊະ ນະຂອງການປະຕິວັດສັງຄົມນິຍົມ, ພັກກອມມູນິດກັບສັງຄົມນິຍົມແມ່ນອົງປະກອບເອກະພາບທີ່ບໍ່ສາມາດຕັດແຍກອອກຈາກນັ້ນໄດ້, ພັກນໍາພາເຕົ້າໂຮມກຳລັງເພື່ອພາລະກິດອັນຍິ່ງໃຫຍ່, ນຳພາປະຊາຊົນເດີນຕາມເສັ້ນທາງແຫ່ງຄວາມຜາສຸກ. ພັກເປັນປັດໄຈສໍາຄັນຕັດສິນໄຊຊະນະຂອງການສ້າງ ແລະບູລະນະລະບອບປະຊາທິປະ ໄຕປະຊາຊົນກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວຢູ່ ສປປ. ລາວ ແລະການສ້າງສັງຄົມນິຍົມຂອງ ກູບາ.
ກອງປະຊຸມສໍາມະນາທິດສະດີລະຫວ່າງສອງພັກ ລາວ- ກູບາ ຄັ້ງນີ້ ໄດ້ດໍາເນີນເປັນເວລາເຄິ່ງວັນຈຶ່ງສໍາເລັດລົງດ້ວຍບັນຍາກາດອັນອົບອຸ່ນໄມຕີຈິດມິດຕະພາບຂອງສອງພັກສອງຊາດລາວ-ກູບາ.
ແຫຼ່ງຂ່າວ: ພະແນກຄຸ້ມຄອງວິຊາການ ແລະການຄົ້ນຄວ້າ; ຫ້ອງການສະພາທິດສະດີສູນກາງພັກ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ