ສະພາທິດສະດີສູນກາງພັກ ສະຫຼຸບການເຄື່ອນໄຫວ ປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 72 ຄັ້ງ | ເວລາ | 2024-12-24 00:00:00
ໃນວັນທີ 01 ກຸມພາ 2023 ທີີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມ ສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023 ໂດຍການເປັນປະທານ ແລະ ກ່າວເປີດ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ມີ: ຄະນະປະຈຳສະພາທິດສະດີສູນກາງພັກ, ສະມາຊິກສະພາທິດສະດີສູນກາງພັກ ແລະ ບັນດາສະຫາຍ ຜູ້ຕາງໜ້າ ຄະນະພັກ, ຄະນະນຳ, ຄະນະກົມ ຈາກກະຊວງ-ອົງການອ້ອມຂ້າງສູນກາງ ແລະ ພະນັກງຫຼັກແຫຼ່ງຫ້ອງການສະພາທິດສະດີສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ສະຫາຍ ສອນທະນູ ທຳມະວົງ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໄດ້ຂຶ້ນຜ່ານບົດສະ ຫຼຸບຕີລາຄາ ການຈັດຕັ້ງເຄື່ອນໄຫວຂອງສະພາທິດສະດີສູນກາງພັກ ປະຈຳປີ 2022 ແລະທິດທາງແຜນການປີ 2023 ໂດຍຍົກໃຫ້ເຫັນບັນດາຜົນງານໃນ 1 ປີຜ່ານມາ ເປັນຕົ້ນ: ວຽກຄົ້ນຄວ້າທິດສະດີ ແລະພຶດຕິກຳ ໃນປີ 2022 ມີ 1 ໂຄງການທີີ່ໄດ້ຮັບຮອງເອົາເນື້ອໃນຜົນຂອງການຄົ້ນຄວ້າ,ມີ 4 ໂຄງການ ໄດ້ດຳເນີນກອງປະຊຸມສໍາມະນາວິທະຍາສາດ ເພື່ອລະດົມຄວາມຄິດເຫັນ, ມີ 1 ໂຄງການກຳລັງຈະຮັບຮອງເອົາ ເນື້ອໃນຜົນຂອງການຄົ້ນຄວ້າ,ມີ 3 ໂຄງການທີີ່ກຳລັງກະກຽມສະເໜີຈັດກອງປະຊຸມສຳມະນາວິທະຍາສາດ,ສຳເລັດການຮັບຮອງຜົນການຄົ້ນຄວ້າ ແນວຄິດໄກສອນ ພົມວິຫານ 9 ຂົງເຂດ ແລະໄດ້ຮັບການຈັດພິມສະບັບເບື້ອງຕົ້ນ ແລະປະກາດຜົນຂອງການຄົ້ນຄວ້າຢ່າງເປັນທາງການ,ສຳເລັດການດຳເນີນກອງປະຊຸມຜ່ານແລະຮັບຮອງເອົາບົດວິພາກຫຼັກສູດທິດສະດີ 3 ຂັ້ນຄື: ຂັ້ນຕົ້ນ, ຂັ້ນກາງ ແລະຂັ້ນສູງ,ປັບປຸງສ້າງຮ່າງບົດຄົ້ນຄວ້າທາງດ້ານທິດສະດີ ແລະພຶດຕິກຳ ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢູ່ລາວ ສະບັບຮ່າງທີ 5 ຊຶ່ງມີທັງໝົດ 171 ໜ້າ,ວຽກງານຄົ້ນຄວ້າສ້າງໂຄງການການເມືອງ ຂອງພັກປະຊາຊົນປະຕິວັດລາວ ຊຶ່ງໄດ້ສຳເລັດການແບ່ງຄວາມຮັບຜິດຊອບພາຍໃນຄະນະຮັບຜິດຊອບສ້າງໂຄງການການເມືອງຂອງພັກ ແລະ ຮັບຮອງເອົາແຜນດຳເນີນງານແຕ່ນີ້ຮອດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ການກະກຽມສ້າງໂຄງຮ່າງ ຂອງໂຄງການການເມືອງ, ວຽກງານກອງປະຊຸມສຳມະນາວິທະຍາສາດລະດັບຕ່າງໆ ຢູ່ພາຍໃນປະເທດ ແລະ ການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ໃນນັ້ນ ສຳເລັດການດຳເນີນກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບບາງບັນຫາບົດຮຽນການແກ້ໄຂ ສະພາບເສດຖະກິດ-ການເງິນຮ່ວມກັບບັນດາກະຊວງ-ອົງການ, ຂະແໜງການອ້ອມຂ້າງສູນກາງ ແລະ ຮ່ວມກັບຊ່ຽວຊານ ສປ ຈີນ,ກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ 60 ປີສາຍພົວພັນການທູດ 45 ປີ ວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ, ສຳເລັດການດຳເນີນກອງປະຊຸມສຳມະນາທິດສະດີສອງພັກ ລາວ-ຫວຽດນາມ ຄັ້ງທີ IX, ກອງປະຊຸມພົບປະສອງສະພາທິດສະດີສູນກາງພັກ ລາວ-ຫວຽດນາມ. ໃນກອງປະຊຸມກໍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ບົດຮຽນທີີ່ຖອດຖອນໄດ້ ພ້ອມກັນນັ້ນກໍ ກຳນົດທິດທາງແຜນການຈັດຕັ້ງເຄື່ອນໄຫວວຽກງານໃນປີ 2023 ໂດຍສະເພາະ ຄາດໝາຍສູ້ຊົນຂອງວຽກງານຕ່າງໆ ໃຫ້ສຳເລັດຜົນ ແລະມີປະສິດທິພາບ. ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ເນື້ອໃນພາລະບົດບາດຂອງສະພາທິດສະດີສູນກາງພັກ ສະບັບປັບປຸງໃໝ່ຕໍ່ກອງປະຊຸມດ້ວຍບັນຍາກາດອັນຟົດຟື້ນ ແລະ ເຫັນໄດ້ເຖິງເນື້ອໃນສຳຄັນ ຂອງພາລະບົດບາດ ແລະ ຜົນສຳເລັດອັນສຳຄັນ ຂອງສະພາທິດສະດີສູນກາງພັກ ທີີ່ຍາດມາໄດ້ໃນໄລຍະ 1 ປີ ຜ່ານມາ.
ຂ່າວ: ສະພາທິດສະດີສູນກາງພັກ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ