ລິເລີ່ມໂຄງການຄຸ້ມຄອງທີ່ດິນແບບຍືນຍົງຢູ່ ສປປ ລາວ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 86 ຄັ້ງ | ເວລາ | 2024-12-22 00:00:00
ທ້າຍເດືອນມີນາ ຜ່ານມາ ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການສະວິດ ເພື່ອການພັດທະນາ ແລະ ການຮ່ວມມື ໄດ້ຈັດກອງປະຊຸມຄະນະຊີ້ນໍາໂຄງການຄັ້ງທໍາອິດ ຢູ່ນະຄອນຫຼວງວຽງຈັນ ເພື່ອລິເລີ່ມໂຄງການຄຸ້ມຄອງທີ່ດິນ ແລະ ການລົງທຶນທີ່ຍືນຍົງ ສຳລັບຊີວິດການເປັນຢູ່ທີ່ຍືດຍຸ່ນຕໍ່ກັບການປ່ຽນແປງດິນຟ້າອາກາດ ຕໍ່ໄປນີ້ໂຄງການດັ່ງກ່າວເອີ້ນວ່າ: ໂຄງການຊີວິດຈາກດິນ ຊຶ່ງມີຈຸດປະສົງ ສົ່ງເສີມການຄຸ້ມຄອງທີ່ດິນ ແລະ ການລົງທຶນທີ່ຍືນຍົງ ສຳລັບຊີວິດການເປັນຢູ່ທີ່ຍືດຍຸ່ນຕໍ່ກັບການປ່ຽນແປງດິນຟ້າອາກາດ. ໃນກອງປະຊຸມດັ່່ງກ່າວ ມີບັນດາຜູ້ຕາງໜ້າຈາກກະຊວງ, ສະຖາບັນກ່ຽວຂ້ອງ ແລະ ຜູ້ຕາງໜ້າຈາກປະເທດສະວິດ ແລະ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ.
ໂຄງການນີ້ ມີທັງໝົດ 25 ກົມວິຊາການ ຈາກ 6 ກະຊວງຂອງລັດມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ ການທີ່ມີສ່ວນຮ່ວມກັບຫຼາຍຂະແໜງການດັ່ງກ່າວນັ້ນ ມັນສະທ້ອນໃຫ້ເຫັນຄວາມສະຫຼັບສັບຊ້ອນ ຂອງວຽກງານການຄຸ້ມຄອງການນຳໃຊ້ຊັບພະຍາກອນທີ່ດິນ ເພື່ອເປົ້າໝາຍທາງການຄ້າ ໂຄງການຊີວິດຈາກດິນ ແມ່ນສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ ຂອງມະຫາວິທະຍາໄລເບີນ ປະເທດສະວິດ ເປັນໃຈກາງປະສານງານ ກັບບັນດາຂະແໜງການທີ່ກ່ຽວຂ້ອງ ຂອງລັດຖະບານ ແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດ ເປົ້າໝາຍຫຼັກ ຂອງໂຄງການແມ່ນເພື່ອຊ່ວຍລັດຖະບານແຫ່ງ ສປປ ລາວ ໃນການຍົກສູງການຄຸ້ມຄອງທີ່ດິນ ຜ່ານການປັບປຸງຂອດການປະສານງານ ລະຫວ່າງ ຂະແໜງການສົ່ງເສີມຄຸນນະພາບການລົງທຶນໃນຂົງເຂດທີ່ດິນ ແລະ ການຍົກສູງຄວາມຮູ້ ຂີດຄວາມສາມາດ ແລະ ຂະບວນການ ເພື່ອຜົນປະໂຫຍດຂອງຊຸມຊົນທີ່ມີຄວາມບອບບາງ.
ແນວໂນ້ມປັດຈຸບັນ ເຫັນວ່າການນຳໃຊ້ທີ່ດິນຜະລິດເປັນສິນຄ້າ ແມ່ນໄດ້ປະກອບສ່ວນອັນສຳຄັນ ໃຫ້ແກ່ການເຕີບໂຕຂອງເສດຖະກິດຢູ່ ສປປ ລາວ ແຕ່ເຫັນວ່າການນຳໃຊ້ທີ່ດິນດັ່ງກ່າວ ແມ່ນມັກຈະມາພ້ອມກັບຄວາມສ່ຽງ ເຊັ່ນ: ຄວາມບໍ່ຍືນຍົງ ລວມມີການສູນເສຍສິດທິການນຳໃຊ້ຊັບພະຍາກອນ ທຳມະຊາດ ຂອງປະຊາຊົນຢູ່ຊົນນະບົດ ການນໍາໃຊ້ເຕັກນິກທີ່ສ້າງຜົນເສຍຕໍ່ກັບທີ່ດິນ ມົນລະພິດຈາກການນໍາໃຊ້ສານເຄມີກະສິກໍາ ຊຶ່ງໄດ້ກາຍເປັນສິ່ງທ້າທາຍໃຫ້ແກ່ຄວາມໝັ້ນຄົງດ້ານຊີວິດການເປັນຢູ່ຂອງຊາວກະສິກອນຢູ່ຊົນນະບົດ ມົນລະພິດດ້ານສິ່ງແວດລ້ອມ ແລະ ການຫຼຸຸດລົງຢ່າງໄວວາຂອງຄວາມອຸດົມສົມບູນຂອງດິນ. ນອກຈາກນັ້ນ, ການປ່ຽນແປງດິນຟ້າອາກາດ ຊຶ່ງສະແດງອອກຜ່ານໄພພິບັດນໍ້າຖ້ວມ, ຝົນຕົກໜັກ ແລະ ໄພແຫ້ງແລ້ງທີ່ແກ່ຍາວ ໄດ້ເຮັດໃຫ້ມີການແຂ່ງຂັນການນຳໃຊ້ທີ່ດິນຢູ່ ສປປ ລາວ ເພີ່ມຂຶ້ນ. ໂຄງການຊີວິດຈາກດິນ ແນໃສ່ສ້າງຂີດຄວາມສາມາດ ຂອງລັດຖະບານ ແຫ່ງ ສປປ ລາວ ໃນການນຳໃຊ້ເຄື່ອງມື ຂໍ້ມູນ-ຂ່າວສານ ແລະ ຄວາມຮູ້ອັນໃໝ່ໃນການກຳນົດແນວທາງການຄຸ້ມຄອງການນຳໃຊ້ທີ່ດິນສຳລັບເປົ້າໝາຍທາງການຄ້າໃຫ້ຍື່ນຍົງ.
ທ່ານ ທັດສະກາ ສະພັງທອງ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ ປ່າໄມ້ ທັງເປັນຮອງປະທານຄະນະຊີ້ນໍາໂຄງການ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ໄດ້ກ່າວວ່າ: ໂຄງການນີ້ ແມ່ນສອດຄ່ອງກັບ ຍຸດທະສາດການພັດທະນາກະສິກຳ ຮອດປີ 2025 ແລະ ວິໄສທັດ 2030 ຂອງລັດຖະບານ ທ່ານໄດ້ເນັ້ນເຖິງຄວາມສໍາຄັນ ຂອງໂຄງການຊີວິດຈາກດິນ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ແລະ ການຮັບປະກັນການຄຸ້ມຄອງທີ່ດິນທີ່ຍືນຍົງ ຂອງປະເທດ.
ທ່ານ ກາບຣີລ ດັສ (Jean-Gabriel Duss) ຫົວໜ້າ ອົງການສະວິດ ເພື່ອການພັດທະນາ ແລະ ການຮ່ວມມືປະຈຳພາກພື້ນແມ່ນໍ້າຂອງ ຕາງໜ້າໃຫ້ປະເທດສະວິດ ກ່າວວ່າ: ຂ້າພະເຈົ້າເຊື່ອໝັ້ນ ໂຄງການນີ້ ຈະປະກອບສ່ວນໃນການສົ່ງເສີມການເຕີບໂຕທາງດ້ານເສດຖະກິດ ໃຫ້ມີປະສິດທິຜົນ ສະອາດ ທົ່ວເຖິງ ແລະ ຍືດຍຸ່ນຕໍ່ກັບການປ່ຽນແປງດິນຟ້າອາກາດ ຊຶ່ງມັນສອດຄ່ອງກັບບຸລິມະສິດ ຂອງປະເທດສະວິດ ຢູ່ໃນພາກພື້ນແມ່ນໍ້າຂອງ
ທ່ານຍັງກ່າວຕື່ມວ່າ: ປະເທດສະວິດ ມີຄວາມມຸ່ງໝັ້ນ ທີ່ຈະສະໜັບສະໜູນ ສປປ ລາວ ໃນການບັນລຸການພັດທະນາທີ່ຍືນຍົງ ແລະ ທົ່ວເຖິງ ໂດຍສະເພາະແມ່ນການລົງທຶນເຂົ້າໃນການຄຸ້ມຄອງທີ່ດິນທີ່ຍືນຍົງ ແລະ ຊີວິດການເປັນຢູ່ທີ່ສາມາດຍືດຍຸ່ນຕໍ່ກັບການປ່ຽນແປງດິນຟ້າອາກາດ ຊຶ່ງມັນເປັນສິ່ງສຳຄັນໃນການຮັບປະກັນ ບໍ່ໃຫ້ຜູ້ໃດຖືກປະໄວ້ຂ້າງຫຼັງ.
ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ສອນເພັດ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ