ກອງປະຊຸມສະຫຼຸບວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ປີ 2023 ແລະ ທິດທາງແຜນການ ປີ 2024
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 71 ຄັ້ງ | ເວລາ | 2024-12-22 00:00:00
ກອງປະຊຸມສະຫຼຸບວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ປີ 2023 ແລະ ທິດທາງແຜນການ ປີ 2024 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 22-23 ມັງກອນ 2024, ທີ່ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ປອ ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້. ຊຶ່ງມີ ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານຮອງປະທານກໍາມາທິການ ຈາກສະພາແຫ່ງຊາດ, ທ່ານຮອງລັດ ຖະມົນຕີ, ທ່ານຮອງຫົວໜ້າອົງການທຽບເທົ່າ, ທ່ານເຈົ້າແຂວງ-ຮອງເຈົ້າແຂວງ, ນະຄອນຫຼວງ, ພະນັກງານຫຼັກແຫຼ່ງ ກະ ຊວງກະສິກຳ ແລະ ປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ຈຸດປະສົງ ເພື່ອຮັບຟັງການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນ ນະບົດ ໃນປີ 2023 ຜ່ານມາ ແລະ ຄົ້ນຄວ້າ ປຶກສາຫາລື ກຳນົດທິດທາງແຜນການຈັດຕັ້ງປະຕິບັດ ວຽກງານປີ 2024. ໃນທີ່ປະຊຸມໄດ້ຮັບຟັງການລາຍງານກ່ຽວກັບ: ສະຫຼຸບ ຕີລາຄາ ການຈັດຕັ້ງປະຕິບັດ ແຜນພັດທະນາ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024; ກອບຍຸດທະສາດ ຊຸກຍູ້ສົ່ງເສີມການຜະລິດພືດບຸລິມະສິດເປັນສິນຄ້າກະສິກໍາ ທີ່ຕິດພັນກັບການສ້າງໂຮງງານປຸງແຕ່ງ; ການລົງທຶນໃນຂະແໜງກະສິກໍາ, ປ່າ ໄມ້ ແລະ ພັດທະນາຊົນນະບົດ ປະກອບມີ ການຄຸ້ມຄອງການລົງທຶນຂອງລັດ, ການຄຸ້ມຄອງໂຄງການ ODA ແລະ ການຄຸ້ມຄອງການລົງທຶນຂອງພາກທຸລະກິດ; ການຄຸ້ມຄອງການຜະລິດ ແລະ ການສະໜອງຊີ້ນ, ໄຂ່, ປາ ແລະ ອາຫານສັດ; ການຄຸ້ມຄອງການຜະລິດ ແລະ ການສະໜອງ ເຂົ້າ, ພືດຜັກ ແລະ ຄຸ້ມຄອງການຈັດເກັບ, ປຸງແຕ່ງ ແລະ ສົ່ງອອກມັນຕົ້ນ; ການຈັດຕັ້ງການຜະລິດ ເພື່ອສະໜອງວັດຖຸດິບ ໃຫ້ໂຮງງານປຸງແຕ່ງກະສິກໍາ; ການຄຸມຄອງການຜະລິດ ແລະ ການສະໜອງຝຸ່ນ; ການຈັດຕັ້ງປະຕິບັດ ຄໍາສັ່ງ ເລກທີ 11/ນຍ, ນະໂຍບາຍອື່ນໆ ທີ່ຕິດພັນກັບວຽກງານປ່າໄມ້, ສິນເຊື່ອກາກບອນປ່າໄມ້, ການຄຸ້ມຄອງໂຮງງານອຸດສາຫະກໍາປຸງແຕ່ງໄມ້; ການຈັດຕັ້ງວຽກງານພັດທະນາຂົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມຄໍາສັ່ງ 097/ກມສພ ແລະ ຄໍາສັ່ງແນະນໍາ ເລກທີ 233/ຄລສພ; ການຜະລິດເຂົ້າ ເພື່ອສະໜອງພາຍໃນ ທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ; ການຜະລິດຊີ້ນໝູ, ການຜະລິດປາ ແລະ ການຜະລິດໄຂ່, ເພື່ອສະໜອງພາຍໃນ ທົດແທນການນໍາເຂົ້າ; ການຜະລິດພືດຜັກ, ການຜະລິດຝຸ່ນ ແລະ ການຜະລິດອາຫານສັດ ເພື່ອສະໜອງພາຍໃນ ທົດແທນການນໍາເຂົ້າ ແລະ ດຸ່ນດ່ຽງໄປແຂວງໃກ້ຄຽງ; ການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກໍາ; ການຄຸ້ມຄອງ ແລະ ການສະໜອງສິນເຊື່ອ ໃນຂະແໜງກະສິກໍາ ແລະ ລ້ຽງສັດ.
ໃນເວລາຕໍ່ມາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ປີ 2023 ແລະ ທິດທາງແຜນການ ປີ 2024.ໃນໂອກາດນີ້, ທ່ານ ປອ ເພັດ ພົມພີພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ລາຍງານໃຫ້ຊາບ ກ່ຽວກັບ:ການຈັດຕັ້ງປະຕິບັດວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ລວມທັງ ຜົນການດໍາເນີນກອງປະຊຸມໃນຄັ້ງນີ້ ຊຶ່ງກອງປະຊຸມ ໄດ້ເປັນເອກະພາບກັນ ສະຫຼຸບຕີລາຄາການ ຈັດຕັ້ງປະຕິບັດ ແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນປີຜ່ານມາ ໂດຍສະເພາະ ຜົນສຳເລັດອັນພົ້ນເດັ່ນ, ຂໍ້ຄົງຄ້າງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ມາດຕະການ ແລະ ວິທີການແກ້ໄຂ ເພື່ອເປັນພື້ນຖານແກ່ການຈັດຕັ້ງປະຕິບັດວຽກງານ ທີ່ກຳນົດໄວ້ໃນທິດທາງ ແລະ ແຜນການ ໃຫ້ບັນລຸຄາດໝາຍ ແລະ ມີຜົນສໍາເລັດຫຼາຍຂຶ້ນກວ່າເກົ່າ.
ໃນໂອກາດດຽວກັນນີ້, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ກອງປະຊຸມ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດ ແລະ ຄວາມຮັບຜິດຊອບສູງ ຂອງພະນັກງານ-ລັດ ຖະກອນ ທົ່ວຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ທີ່ສາມາດປະຕິບັດໄດ້ໃນປີຜ່ານມາ; ໄດ້ນຳເອົາບາງທິດຊີ້ນຳຂອງທ່ານ ປະທານປະເທດ ທີ່ໄດ້ພົບປະໂອ້ລົມຕໍ່ກອງປະຊຸມປະຈຳປີ 2023 ຂອງກະຊວງການເງິນ ມາເຜີຍແຜ່ ເພື່ອໃຫ້ຂະແໜງກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ນຳໄປຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍ ເຂົ້າໃນວຽກງານທີ່ຕິດພັນກັບຂະແໜງການຂອງຕົນ ໃຫ້ເກີດເປັນຮູບປະທໍາຕົວຈິງ. ຄຽງຄູ່ກັນນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນບາງບັນຫາຂໍ້ຄົງຄ້າງ ທີ່ຕິດພັນກັບຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ກໍ່ຄື ການຕີລາຄາໃນກອງປະຊຸມຄັ້ງນີ້ ເພື່ອພ້ອມກັນນຳໄປຄົ້ນຄວ້າປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ, ມີປະສິດທິພາບ, ປະສິດທິຜົນກວ່າເກົ່າສູ້ຊົນຈັດຕັ້ງປະຕິບັດ ເປັນຕົ້ນ: ການຜະລິດ ເພື່ອຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ຍັງບໍ່ທັນໜັກແໜ້ນ, ແຮງຈູງໃຈຂອງຜູ້ຜະລິດ ແລະ ຜູ້ປະກອບການຍັງຕໍ່າ ເຮັດໃຫ້ຫຼາຍແຂວງຍັງເພິ່ງພາອາໄສການນໍາເຂົ້າສະ ບຽງອາຫານ ຈາກຕ່າງປະເທດຈຳນວນຫຼາຍ; ຕົ້ນທຶນການຜະລິດຍັງສູງ, ການສ້າງຕັ້ງກຸ່ມການຜະລິດ ຍັງບໍ່ທັນເຂັ້ມແຂງ, ການປຸງແຕ່ງ ແລະ ການສ້າງມູນຄ່າເພີ່ມ ຍັງບໍ່ທັນເປັນຂະບວນການທີ່ແຂງແຮງ; ເຖິງຈະມີເນື້ອທີ່ກ້ວາງຂວາງ ແຕ່ການຜະລິດສ່ວນຫຼາຍ ຍັງອີງໃສ່ແຕ່ທໍາມະຊາດ, ຍັງເປັນການຜະລິດກະສິກຳແບບລະດູການ, ຂະໜາດນ້ອຍ ແລະ ກະແຈກກະຈາຍ ບໍ່ທັນມີຈຸດສຸມ, ສະມັດຕະພາບການຜະລິດຕໍ່າ, ການນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນການຜະລິດ ຍັງມີຈຳກັດ; ການຄຸ້ມຄອງປ່າໄມ້, ລວມທັງ ເຂດປ່າປ້ອງກັນ ແລະ ສະຫງວນ ຍັງຂາດການມີສ່ວນຮ່ວມຂອງປະ ຊາຊົນໃນທ້ອງຖິ່ນ, ທີ່ດິນຫຼາຍແຫ່ງ ຍັງຖືກຈັບຈອງເປັນເຂດສໍາປະທານຂອງໂຄງການພັດທະນາ ເຮັດໃຫ້ຊັບພະຍາ ກອນປ່າໄມ້ ຍັງສືບຕໍ່ຖືກທຳລາຍ. ສຳລັບທິດທາງແຜນການໃນຕໍ່ໜ້າ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດວຽກງານໃຫ້ບັນລຸບັນດາ ແລະ 13 ວຽກສະໜັບສະໜູນທີ່ສໍາຄັນ ທີ່ຕິດພັນກັບ 4 ແຜນກງານຂອງຂະແໜງ ຄື: 1. ແຜນງານຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ; 2. ແຜນງານການຜະລິດເປັນສິນຄ້າ; 3.ແຜນງານຄຸ້ມຄອງປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ແລະ 4. ແຜນງານພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ ສໍາລັບ: ດ້ານສະບຽງອາຫານ ແລະ ໂພຊະນາການ: ສືບຕໍ່ສຸມໃສ່ການຜະລິດຮັບໃຊ້ພາຍໃນ ໃຫ້ສາມາດກຸ້ມທ້ອງຖິ່ນຂອງຕົນ; ສືບຕໍ່ຍູ້ແຮງການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ໃຫ້ຫຼາຍຂຶ້ນ; ຟື້ນຟູ ແລະ ປັບປຸງ ໂຄງລ່າງພື້ນຖານການຜະລິດກະສິກຳ ໃຫ້ມີປະສິດທິພາບສູງ; ຍົກລະດັບສູນຄົ້ນຄວ້າ ແລະ ການສະໜອງທຶນ ໃຫ້ແກ່ສູນບໍລິການເຕັກນິກກະສິກຳ ແນໃສ່ສະໜອງແນວພັນພືດ-ແນວພັນສັດ ແລະ ເຕັກນິກວິຊາການ ໃຫ້ແກ່ຜູ້ທຳການຜະລິດ ເພື່ອຫຼຸດຜ່ອນຕົ້ນທຶນການຜະລິດ, ເພີ່ມຜົນຜະລິດທີ່ມີຄຸນນະພາບ ແລະ ລາຄາ ທີ່ສາມາດແຂ່ງຂັນກັບປະເທດອ້ອມຂ້າງ ແລະ ສາກົນ; ສຸມໃສ່ປະຕິບັດ 2 ນະໂຍບາຍ ຄື: ນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການລ້ຽງສັດ-ສັດນ້ຳ ແລະ ນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການປູກພືດ; ສືບຕໍ່ປັບປຸງນິຕິກໍາ ກ່ຽວກັບການເກັບຊື້ຜົນຜະລິດກະສິກໍາ ໃຫ້ເຂົ້າສູ່ລະບຽບ, ບໍ່ຄວນອະນຸຍາດໃຫ້ມີການເກັບຊື້ ແລະ ສົ່ງອອກແບບຊະຊາຍ ໂດຍຄວບຄຸມບໍ່ໄດ້; ເອົາໃຈ ໃສ່ຄຸ້ມຄອງປົກປັກຮັກສາ 3 ປະເພດປ່າ ລວມທັງທີ່ດິນປ່າໄມ້ ບໍ່ໃຫ້ຖືກບຸກລຸກຈັບຈອງ ໂດຍສະເພາະ ປ່າສະຫງວນ, ປ່າປ້ອງກັນຍອດນໍ້າ, ທັງເຂັ້ມງວດໃນການຈັດຕັ້ງປະຕິບັດຄໍາສັ່ງເລກທີ15/ນຍ ແລະ ຄຳສັ່ງ 11/ນຍ; ຈັດຕັ້ງຜັນຂະ ຫຍາຍ ດຳລັດ 01/ລບ ວ່າດ້ວຍປ່າປ້ອງກັນ ແລະ ດຳລັດ 02/ລບ ວ່າດ້ວຍປ່າຜະລິດ ເພື່ອສົ່ງເສີມການປູກໄມ້ ແລະ ຟື້ນຟູປ່າໄມ້, ພ້ອມທັງ ຄຸ້ມຄອງການນໍາໃຊ້ປ່າໄມ້ ແລະ ເຄື່ອງປ່າຂອງດົງ ໃຫ້ມີຄວາມຍືນຍົງ; ສົ່ງເສີມການອະນຸລັກປ່າໄມ້ ດ້ວຍຮູບແບບຫັນເປັນໂຄງການສິນເຊື່ອກາກບອນ ທີ່ຕິດພັນກັບການທ່ອງທ່ຽວທຳມະຊາດ. ສຳລັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ: ສືບຕໍ່ລົງສູ່ຮາກຖານຕົວຈິງ ໂດຍຕິດແທດກັບປະຊາຊົນ-ຊາວກະສິກອນ ເພື່ອຊອກຫາວິທີແກ້ໄຂບັນຫາຖືກກັບສະພາບຕົວຈິງ; ສ້າງແຜນການ, ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນການຈັດຕັ້ງປະຕິບັດວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມນິຕິກຳທີ່ກຳນົດໄວ້; ສົມທົບກັບຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງ ເພື່ອກວດກາຄືນ ໂຄງການພັດທະນາຊົນນະບົດ, ການກຳນົດຈຸດສຸມ, ການສຸມທຶນຮອນ ເພື່ອໃຫ້ມີບ້ານຕົວແບບດ້ານຕ່າງໆຫຼາຍຂຶ້ນ ແລະ ສາມາດລຶບລ້າງຄວາມທຸກຍາກ ຂອງປະຊາຊົນເປັນກ້າວໆ; ປະເມີນ ແລະ ດັດສົມບັນດາໂຮງງານ ທີ່ຂະແໜງກະສິກຳ ແລະ ປ່າໄມ້ຄຸ້ມຄອງ ໃຫ້ສອດຄ່ອງກັບຄວາມສາມາດຕົວຈິງ; ສຸມໃສ່ຄົ້ນ ຄວ້າປັບປຸງບັນດານິຕິກໍາ, ກົນໄກຂັ້ນຂອດການອະນຸມັດການລົງທຶນ ໃຫ້ໂລ່ງລ່ຽນ, ວ່ອງໄວ, ສ້າງສະພາບແວດລ້ອມ, ອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນ ແລະ ຜູ້ປະກອບການ ໃຫ້ຫຼາຍຂຶ້ນ; ປັບປຸງກໍາລັງການຜະລິດ, ກຸ່ມສະຫະກອນ, ສະມາຄົມ ເພື່ອຍົກສູງຄວາມສາມາດການຜະລິດ ແລະ ຈຳໜ່າຍຜົນຜະລິດ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ໄປຕາມທິດ ກະທັດຮັດ, ໂປ່ງໃສ ແລະ ມີປະສິດທິພາບ; ຕັ້ງໜ້າພັດທະນາຊັບພະຍາກອນມະນຸດ ໃນດ້ານເຕັກນິກຕ່າງໆ ເພື່ອສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງວຽກງານ.
ແຫຼ່ງ: ກະຊວງ ກະສິກຳ ແລະ ປ່າໄມ້
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ