ກອງປະຊຸມປະຖົມມະລຶກ ຄະນະກຳມະການລະດັບຊາດ ເພື່ອການຫັນເປັນດິຈິຕອນ ຂອງ ສປປ ລາວ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 87 ຄັ້ງ | ເວລາ | 2024-12-24 00:00:00
ກອງປະຊຸມປະຖົມມະລຶກ ຄະນະກຳມະການລະດັບຊາດ ເພື່ອການຫັນເປັນດິຈິຕອນ ຂອງ ສປປ ລາວ (ຄຊດລ) ໄດ້ຈັດຂຶ້ນໃນວັນທີ 03 ສິງຫາ 2023, ທີີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ປະທານ ຄຊດລ, ມີທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ຮອງປະທານ ຄຊດລ ແລະ ບັນດາທ່ານລັດຖະມົນຕີ ກຳມະການ ຄຊດລ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ ຄຊດລ ທັງເປັນຜູ້ປະຈຳການ, ໄດ້ລາຍງານສະພາບການຫັນເປັນດິຈິຕອນຂອງ ສປປ ລາວ ຕໍ່ກອງປະຊຸມ ຊຶ່ງທ່ານໄດ້ຍົກໃຫ້ເຫັນ ຄວາມສຳຄັນ ແລະ ຈຳເປັນຢ່າງພາວະວິໄສ ຂອງການນຳເອົາເຕັກໂນໂລຊີດິຈິຕອນ ເຂົ້າມານຳໃຊ້ໃນທຸກຂົງເຂດຂອງການພັດທະນາເສດຖະກິດ-ສັງຄົມ ແລະ ການບໍລິຫານວຽກງານຂອງພັກ-ລັດ ກໍຄືໃນການດຳເນີນທຸລະກິດ ແລະ ຊີວິດການເປັນຢູ່ຂອງທົ່ວສັງຄົມ ໃນຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ການຜະລິດ ແລະ ການພົວພັນການຜະລິດ ມີປະສິດຕິພາບ ແລະ ມີຄຸນນະພາບໃໝ່ທີ່ດີຂຶ້ນກວ່າເກົ່າ. ການຫັນເປັນດິຈິຕອນຢູ່ປະເທດເຮົາ ຖືເປັນພາລະກິດປະຕິວັດທີ່ສຳຄັນ ໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຕາມແນວທາງປ່ຽນແປງໃໝ່ຂອງພັກເຮົາ ແລະ ເພື່ອບຸກທະລຸການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາໃນສະເພາະໜ້າ ແລະ ຍາວນານ ຊຶ່ງຈະຕ້ອງດຳເນີນຢ່າງເລິກເຊິ່ງໃນ 03 ດ້ານ ທີ່ກ່ຽວພັນຊຶ່ງກັນ ແລະ ກັນ ແບບກາຍອິນຊີ ຄື: (1) ສ້າງເສດຖະກິດດິຈິຕອນ ຊຶ່ງເປັນການນຳເອົາເຕັກໂນໂລຊີດິຈິຕອນ ເຂົ້າມາຊ່ວຍໃນການເພີ່ມປະສິດທິພາບ ແລະ ສ້າງມູນຄ່າເພີ່ມໃຫ້ກັບການດຳເນີນກິດຈະການທາງເສດທະກິດ, ການຜະລິດ, ການຈັດສົ່ງ, ການຂາຍ, ການບໍລິການ, ການຄຸ້ມຄອງ, ແລະ ສົ່ງເສີມວຽກນີ້ໃຫ້ເປັນທ່າແຮງ; (2) ສ້າງສັງຄົມດິຈິຕອນ ຊຶ່ງຈະເຮັດໃຫ້ສັງຄົມເຂົ້າເຖິງການບໍລິການຕ່າງໆ ໄດ້ຢ່າງທົ່ວເຖິງ ຫຼາຍຂຶ້ນ ແລະ ຈະເຮັດໃຫ້ຫລຸດຜ່ອນຄວາມແຕກໂຕນລະຫວ່າງຕົວເມືອງ ແລະ ຊົນນະບົດ; ແລະ (3) ສ້າງການລັດຖະບານດິຈິຕອນ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ການບໍລິການຂອງພາກລັດ ມີຄວາມທັນສະໄຫມ ໂປ່ງໃສ, ໂດຍຕິດພັນກັບການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນະພາບສູງ, ສ້າງພື້ນຖານໂຄງລ່າງ ICT ທີ່ທັນສະໄໝ, ກະກຽມຂະຫຍາຍການທົດລອງນຳໃຊ້ 5G, ສ້າງ ສປປ ລາວ ເປັນສູນກາງເຊື່ອມໂຍງເຊື່ອມຈອດ ແລະ ເປັນທາງຜ່ານດິຈິຕອນຂອງພາກພື້ນ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບປະກັນຄວາມປອດໄພດ້ານໄຊເບີ ຢ່າງໜັກແໜ້ນ.
ຈາກນັ້ນ, ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກຳມະການ ຫົວໜ້າຄະນະຊ່ວຍວຽກ ຄຊດລ ໄດ້ສະເໜີ ລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການລະດັບຊາດ ເພື່ອການຫັນເປັນດິຈິຕອນ ຂອງ ສປປ ລາວ ສະບັບເລກທີ 082/ປປທ ລົງວັນທີ 02 ມິຖຸນາ 2023, ໂດຍ ທ່ານ ນາຍົກລັດຖະມົນຕີ ເປັນປະທານ, ມີທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ເປັນຮອງປະທານ, ທ່ານລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນຮອງປະທານ ຜູ້ປະຈຳການ, ບັນດາທ່ານລັດຖະມົນຕີກະຊວງຕ່າງໆ, ທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ທ່ານປະທານສະຖານບັນຄົ້ນຄວ້າເສດຖະກິດ-ສັງຄົມແຫ່ງຊາດ ເປັນກຳມະການ, ທ່ານຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນກຳມະການ ຫົວໜ້າຄະນະຊ່ວຍວຽກ. ທ່ານ ແກ້ວວີສຸກ ຍັງໄດ້ສະເໜີຜ່ານຮ່າງດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄຊດລ, ຮ່າງຂໍ້ຕົກລົງການແບ່ງຄວາມຮັບຜິດຊອບ ຄຊດລ, ຮ່າງດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຊ່ວຍວຽກ ຄຊດລ, ແຜນຈັດກອງປະຊຸມ ຄຊດລ 2023-2025, ແຜນດຳເນີນງານ ຄຊດລ 2023-2025 ເພື່ອໃຫ້ທີ່ປະຊຸມໄດ້ປະກອບຄຳຄິດເຫັນຕໍ່ເອກະສານຕ່າງໆ ແນໃສ່ຮັບປະກັນການຈັດຕັ້ງປະຕິບັດວຽກງານຂອງ ຄຊດລ.
ໃນຕອນທ້າຍ ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ທິດຊີ້ນຳຂອງ ທ່ານປະທານກອງປະຊຸມ ໂດຍທ່ານໄດ້ເນັ້ນໜັກໃຫ້ ຄຊດລ ເອົາໃຈໃສ່ຫຼາຍດ້ານ ໂດຍສະເພາະແມ່ນເລັ່ງໃຫ້ທຸກກະຊວງ ແລະ ຂະແໜງການ ຄົ້ນຄວ້າ ໄຈ້ແຍກລະອຽດ ບັນດາແຜນກິດຈະກໍາ ແລະ ໂຄງການຕ່າງໆ ໃຫ້ຕິດພັນກັບ ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ແລະ ແຜນພັດທະນາຂະແໜງການ ເພື່ອສັງລວມ, ຄົ້ນຄວ້າ, ຈັດບຸລິມະສິດ ແລະ ສະເໜີ ຄຊດລ ເພື່ອຮັບຮອງເປັນແຜນໂຄງການ ແຕ່ນີ້ ຮອດປີ 2025. ພ້ອມນັ້ນ ກໍ້ໄດ້ມອບໃຫ້ແຕ່ລະກະຊວງ, ແຂວງ ແລະ ນະຄອນຫຼວງ ແຕ່ງຕັ້ງຄະນະຫັນເປັນດິຈິຕອນ ປະຈໍາພາກສ່ວນຕົນ ໂດຍມອບໃຫ້ທ່ານລັດຖະມົນຕີ, ທ່ານເຈົ້າແຂວງ ເປັນຫົວໜ້າຄະນະ ເພື່ອຊີ້ນໍານໍາພາ ໃນການຫັນເປັນດິຈິຕອນ ແລະ ພົວພັນປະສານງານ ກັບ ຄຊດລ. ທ່ານປະທານກອງປະຊຸມ ຍັງໄດ້ເນັ້ນໜັກໃຫ້ເລັ່ງສ້າງ, ປັບປຸງ ແລະ ຂະຫາຍລະບົບເຕັກນິກ ເປັນຕົ້ນແມ່ນ ການປັບປຸງ ແລະ ຂະຫຍາຍ ໂຄງລ່າງພື້ນຖານໂທລະຄົມມະນາຄົມ ແລະ ອິນເຕີເນັດ, ການປັບປຸງ ແລະ ຂະຫຍາຍສູນຂໍ້ມູນແຫ່ງຊາດ, ການສ້າງລະບົບບັດປະຈໍາຕົວແບບເອເລັກໂຕຣນິກ, ການສ້າງຖານຂໍ້ມູນແບບດິຈິຕອນຂອງແຕ່ລະກະຊວງ, ການສ້າງລະບົບເຊື່ອມໂຍງແລກປ່ຽນຂໍ້ມູນ ກັບແຕ່ລະກະຊວງ; ຍົກລະດັບລະບົບລັດແບບດິຈິຕອນ ແລະ ນຳໃຊ້ເຕັກໂນໂລຊີດິຈິຕອນ ໃນການການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ, ຄົ້ນຄວ້າຊອກຫາແຫ່ງທຶນ, ແຫຼ່ງງົບປະມານການຊ່ວຍເຫືຼອຈາກປະເທດ ເພື່ອນມິດຍຸດທະສາດ ແລະ ສາກົນ, ການຮ່ວມມືແບບ PPP ກັບພາກເອກະຊົນພາຍໃນປະເທດ, ເພື່ອປະກອບງົບປະມານເຂົ້າໃສ່ໃນການຈັດຕັ້ງປະຕິບັດ ບັນດາກິດຈະກໍາ ແລະ ໂຄງການ ທີ່ເປັນບູລິມະສິດ ໃຫ້ຕິດຕາມ, ກວດກາ, ປະເມີນ ແລະ ລາຍງານ ການຈັດຕັ້ງປະຕິບັດບັນດາໂຄງການໃຫ້ມີຄວາມປະຢັດ, ມີປະສິດທິພາບປະສິດທິພົນ ແລະ ຫຼີກລ້ຽງ ການລົງທຶນຊໍ້າຊ້ອນ ແລະ ເອົາໃຈໃສ່ກໍ່ສ້າງຍົກລະດັບໃຫ້ບັນດາພະນັກງານໃຫ້ມີທັກສະພື້ນຖານທາງດ້ານດິຈິຕອນ ທັງຢູ່ພາຍໃນ ແລະ ສ້າງເງື່ອນໄຂໃຫ້ມີການແລກປ່ຽນບົດຮຽນກັບຕ່າງປະເທດ ພ້ອມທັງ ເລັ່ງລົບລ້າງການກືກດິຈິຕອນ ໃນໄວໜຸ່ມ, ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນ ໃນຂອບເຂດທົ່ວປະເທດ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ