ສລດ ກອງປະຊຸມສໍາມະນາໃນຫົວຂໍ້ Internet Exchange, Data Center and Digital Platform
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 77 ຄັ້ງ | ເວລາ | 2024-12-22 00:00:00
ໃນຕອນບ່າຍຂອງວັນທີ 07 ມິຖຸນາ 2023, ທີ່ຫ້ອງປະຊຸມ ຊັ້ນ 4 ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ສູນບໍລິຫານລັດດິຈິຕອນ (ສລດ), ກຕສ ຮ່ວມກັບ ບໍລິສັດ Real LAOS Partnership (RLP) ໄດ້ຈັດກອງປະຊຸມສຳມະນາໃນຫົວຂໍ້ Internet Exchange, Data Center and Digital Platform ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນ ບໍລິຫານລັດດິຈິຕອນ ແລະ ທ່ານ ປອ. ໄຊບັນດິດ ຣາຊະພົນ, ຜູ້ກໍ່ຕັ້ງບໍລິສັດ Real Laos Partnership (RLP), ມີຜູ້ຕາງໜ້າເຂົ້າຮ່ວມຈາກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ບໍລິສັດ REAL LAOS PARTNERSHIP ແລະ ຜູ້ຕາງໜ້າຈາກ ຫ້ອງການ, ກົມ, ສະຖາບັນ, ອົງການ, ສູນ ພາຍໃນ ກຕສ ຈຳນວນ 30 ກວ່າທ່ານ.
ຈຸດປະສົງຂອງການຈັດກອງປະຊຸມສຳມະນາຄັ້ງນີ້ ກໍເພື່ອສ້າງກິດຈະກຳການຮ່ວມມືແລກປ່ຽນຄວາມຮູ້ ລະຫວ່າງ ພາກລັດ ແລະ ພາກເອກະຊົນ ເພື່ອນໍາສະເໜີແນວໂນ້ມການພັດທະນາເຕັກໂນໂລຊີການສື່ສານ, ການຄຸ້ມຄອງ ລະບົບເຄືອຂ່າຍ, ສູນຂໍ້ມູນດິຈິຕອນ, ບັນດາ Platform ຂອງວຽກງານການຫັນເປັນດິຈິຕອນ.
ທ່ານ ຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ກ່າວຕໍ່ກອງປະຊຸມສຳມະນາຄັ້ງນີ້ວ່າ: “ການພັດທະນາ ແລະ ສົ່ງເສີມການນຳໃຊ້ເຕັກໂນໂລຊີ ດິຈິຕອນ, ລະບົບເຄືຍຂ່າຍອິນເຕີເນັດ, ການຄຸ້ມຄອງຂໍ້ມູນ, ສູນຂໍ້ມູນຂ່າວສານ ແລະ ບັນດາ Platform ການຫັນເປັນດິຈິຕອນ ແມ່ນມີຄວາມສຳຄັນຫຼາຍ ເພາະວ່າບັນດາລະບົບຕ່າງໆ ແມ່ນເຄື່ອງມືຮັບໃຊ້ເຂົ້າໃນວຽກງານຂອງພາກລັດໃນການຫັນເປັນລັດຖະບານດິຈິຕອນ ແລະ ເປັນການສ້າງບາດກ້າວການຫັນປ່ຽນໃໝ່, ຮັບປະກັນເຮັດໃຫ້ວຽກງານມີຄວາມສະດວກວ່ອງໄວແທດເໝາະກັບຍຸກແຫ່ງອຸດສາຫະກໍາ 4.0 ແລະ ເພື່ອມາຊຸກຍູ້ວຽກງານ ຫັນເປັນເສດຖະກິດດິຈິຕອນ ຂອງ ສປປລາວ”
ກອງປະຊຸມໄດ້ຮັບຟັງການນໍາສະເໜີຂອງບັນດາຊ່ຽວຊານຈາກພາຍໃນ ແລະ ຕ່າງປະເທດ ທີ່ໄດ້ມາແລກປ່ຽນ ກ່ຽວກັບທາງເລືອກຂອງລະບົບ, ເຕັກໂນໂລຊີ ທີ່ນໍາໃຊ້ໃນ ສູນຂໍ້ມູນຂ່າວສານ ແລະ ການຄຸ້ມຄອງຂໍ້ມູນອິນເຕີເນັດ (Internet Exchange, Data Center and Digital Platform), ພ້ອມນີ້ ຕາງໜ້າຈາກ ສູນບໍລິຫານລັດ ແລະ ສູນອິນເຕິເນັດແຫ່ງຊາດ ໄດ້ນໍາສະເໜີ ພາລະບົດບາດ, ບັນດາລະບົບ, ການບໍລິການ ແລະ ແຜນພັດທະນາ ຂອງສູນ. ຕອນທ້າຍຂອງກອງປະຊຸມສຳມະນາ ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນຄວາມຮູ້ ແລະ ປະສົບການໃນການພັດທະນາ ແລະ ເປັນການສ້າງຄວາມອາດສາມາດ, ເຂົ້າໃຈຄວາມສໍາຄັນ, ສາມາດຖອດຖອນບົດຮຽນ ແລະ ປັບໃຊ້ໃນການພັດທະນາວຽກງານຂອງກະຊວງໃນຕໍ່ໜ້າ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ