ກອງປະຊຸມ ຄະນະກຳມະການບໍລິຫານງານ ຄັ້ງທີ 46 ຂອງອົງການໂທລະຄົມມະນາຄົມ ອາຊີ-ປາຊີຟິກ (APT) ທີ່ ບາງກອກ, ຣາຊະອານາຈັກໄທ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 52 ຄັ້ງ | ເວລາ | 2024-12-22 00:00:00
ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ນຳໂດຍ ທ່ານ ນາງ ພາວັນນາ ດວງບຸບຜາ, ຮອງຫົວໜ້າຫ້ອງການ ກຕສ, ຮອງປະທານຄະນະກຳມະການບໍລິຫານງານ ອົງການໂທລະຄົມມະນາຄົມ ອາຊີ-ປາຊີຟິກ (APT) ສົກປີ 2021-2023 ໄດ້ເຂົ້າຮ່ວມກອງປະຊຸມ ຄະນະກຳມະການບໍລິຫານງານ ຄັ້ງທີ 46 (46th Session of the Management Committee (MC-46)) ຂອງ APT ໃນລະຫວ່າງວັນທີ 13-16 ທັນວາ 2022 ຜ່ານມານີ້, ທີ່ບາງກອກ, ຣາຊະອານາຈັກໄທ ມີຜູ້ເຂົ້າຮ່ວມຈາກ 30 ປະເທດສະມາຊິກ APT ແລະ ຄະນະຈາກບັນດາກົມ/ທຽບເທົ່າ ພາຍໃນ ກຕສ ໄດ້ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.
ກອງປະຊຸມຂອງຄະນະກຳມະການບໍລິຫານງານ ຄັ້ງທີ 46 (MC-46) ໄດ້ຈັດຂຶ້ນທຸກໆປີ ໂດຍມີວາລະປຶກສາຫາລືສຳຄັນ ເຊັ່ນ: ການລາຍງານ ບັນດາກິດຈະກຳ/ໂຄງການ ທີ່ໄດ້ຮັບອະນຸມັດ ໃນຊຸມປີຜ່ານມາ ທີ່ລວມ 01 ກິດຈະກຳ/ໂຄງການ ຂອງກົມແຜນການ ແລະ ການເງິນ (ກິດຈະກຳ ຫັນລະບົບຂໍ້ມູນ ຂອງ ສປປ ລາວ ເປັນທັນສະໄໝ), ພິຈາລະນາ ບັນດາກິດຈະກຳ/ໂຄງການ ທີ່ສະເໜີໃໝ່ ພາຍໃຕ້ກອງທຶນ APT, ບັນດາປະເທດຄູ່ຮ່ວມ ສປ ຈີນ (EBC-C), ສ. ເກົາຫຼີ (EBC-K) ແລະ ຍີ່ປຸ່ນ (EBC-J) ທີ່ລວມມີບັນດາ ກິດຈະກຳ/ໂຄງການ ຂອງ ກຕສ. ພ້ອມທັງ ທົບທວນຄືນບັນດາກິດຈະກຳ ປີ 2022 ແລະ ພິຈາລະນາແຜນກິດຈະກຳ, ຫົວຂໍ້ການຝຶກອົບຮົມໃໝ່ ຂອງສົກປີ 2023, ທົບທວນການຈັດຕັ້ງປະຕິບັດແຜນຍຸດທະສາດ 03 ປີ (2021-2023) ແລະ ຄົ້ນຄວ້າຮ່າງແຜນຍຸດທະສາດ ສະບັບໃໝ່ (2024-2026), ຄົ້ນຄວ້າຈັດສັນງົບປະມານໃຫ້ແກ່ແຜນງານ ປີ 2023, ເລືອກຕັ້ງ ປະທານ ແລະ ຮອງປະທານ ຄະນະກຳມະການບໍລິຫານງານ (MC) ຊຸດໃໝ່ ແລະ ປຶກສາຫາລືກະກຽມໃຫ້ແກ່ກອງປະຊຸມ ສະມັດຊາໃຫຍ່ ຄັ້ງທີ 16 (GA-16).
ກອງປະຊຸມຄັ້ງນີ້, ໄດ້ເລືອກຕັ້ງ ປະທານ ແລະ ຮອງປະທານ ຄະນະກຳມະການບໍລິຫານງານ ປະຈຳສົກປີ 2022-2024 ຄົນໃໝ່ ໂດຍແມ່ນ ທ່ານ Dr. Ahmad Reza Sharafat ຈາກປະເທດອີລານ ເປັນປະທານ ແລະ ຮອງປະທານ 02 ທ່ານ ຄື: ທ່ານ ນາງ ພາວັນນາ ດວງບຸບຜາ, ຮອງຫົວໜ້າຫ້ອງການ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ທ່ານ Dr. NARANMANDAKH Tumen-Ulzii ຈາກປະເທດມົງໂກນ ສືບຕໍ່ດຳລົງຕຳແໜ່ງເປັນ ສະໄໝທີ II. ພ້ອມກັນນັ້ນ, ທ່ານ ນາງ ພາວັນນາ ດວງບຸບຜາ ກໍຍັງໄດ້ຮັບຄັດເລືອກໃຫ້ເປັນປະທານ ຄະນະຄົ້ນຄວ້າສ້າງແຜນຍຸດທະສາດຂອງອົງການໂທລະຄົມມະນາຄົມອາຊີ-ປາຊິຟິກ (Correspondence Group on the Strategic Plan of the Asia-Pacific Telecommunity) ສົກປີ 2024-2026 ໂດຍມີ ສປ ຈີນ ແລະ ບັງກລາເທດ ເປັນຮອງປະທານ ຊຶ່ງຈະໄດ້ເລີ່ມຕົ້ນຄົ້ນຄວ້າ ໃນເດືອນມັງກອນ 2023 ນີ້. ໃນສະໄໝຜ່ານມາ ທ່ານ ນາງ ພາວັນນາ ດວງບຸບຜາ ຕາງໜ້າໃຫ້ ກຕສ ເຄີຍໄດ້ຮັບໜ້າທີ່ເປັນ ຮອງປະທານ ຄະນະຄົ້ນຄວ້າສ້າງແຜນຍຸດທະສາດຂອງອົງການໂທລະຄົມມະນາຄົມອາຊີ-ປາຊິຟິກ ສົກປີ 2021-2023 ແລະ ມີ ສປ ຈີນ ເປັນ ປະທານ ຄະນະຄົ້ນຄວ້າດັ່ງກ່າວ. ຊຶ່ງເປັນການສະແດງໃຫ້ເຫັນວ່າ ໄດ້ເປັນບາດກ້າວໜຶ່ງທີ່ສຳຄັນ ໃນການຍົກສູງພາລະບົດບາດ ຂອງ ສປປ ລາວ ໃນເວທີສາກົນ ເພື່ອຍາດແຍ່ງການຊ່ວຍເຫຼືອຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ຂອງ ສປປ ລາວ.
ຂ່າວໂດຍ : ພະແນກອົງການຈັດຕັ້ງສາກົນ, ຫ້ອງການ.
Link: ຂ່າວ ຂອງ APT: https://www.apt.int/2022-MC46
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ