ມອບ-ຮັບ ແລະ ເປີດນໍາໃຊ້ ລະບົບຊອບແວປະຕິບັດການ ຄວາມປອດໄພໄຊເບີ (SOC) ແລະ ລະບົບການຮຽນອອນລາຍແບບເປີດກວ້າງ (MOOCs)
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 48 ຄັ້ງ | ເວລາ | 2024-12-22 00:00:00
ໃນຕອນເຊົ້າຂອງວັນທີ 11 ມັງກອນ 2023 ນີ້, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບ ລະບົບຊອບແວປະຕິບັດການ ຄວາມປອດໄພໄຊເບີ (SOC) ແລະ ລະບົບການຮຽນອອນລາຍແບບເປີດກວ້າງ (MOOCs) ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ.
ໃນພິທີດັ່ງກ່າວ ຕາງໜ້າໃຫ້ແກ່ລັດຖະບານ ສສ ຫວຽດນາມ ມອບໂດຍ ທ່ານ ຫງວ໋ຽນ ແມັງ ຮຸ່ງ, ກໍາມະການສູນກາງພັກຄອມມູນິດຫວຽດນາມ, ລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ ແລະ ຕາງໜ້າລັດຖະບານ ສປປ ລາວ ຮັບໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ.
ລະບົບຊອບແວປະຕິບັດການຄວາມປອດໄພໄຊເບີ (CSOC) ປະກອບມີ: ລະບົບສູນກາງຕິດຕາມຄວາມປອດໄພຂໍ້ມູນຂ່າວສານ, ລະບົບຕິດຕາມ ແລະ ປ້ອງກັນເວັບໄຊທ໌, ລະບົບຕິດຕາມ, ກວດຈັບຄອມພິວເຕີຜູ້ນໍາໃຊ້, ລະບົບປ້ອງກັນຄວາມປອດໄພເຄືອຂ່າຍຄອມພິວເຕີ ແລະ ລະບົບຄວບຄຸມການເຂົ້າເຖິງເຄືອຂ່າຍ. ສໍາລັບ ລະບົບການຮຽນອອນລາຍແບບເປີດກ້ວາງ (MOOCs) ແມ່ນລະບົບການສັງລວມ ແລະ ແປຫຼັກສູດຈາກພາສາຫວຽດນາມ ມາເປັນພາສາລາວ ແລະ ປ້ອນຂຶ້ນລະບົບ ຈໍານວນ 18 ວິຊາ, ປະກອບມີ 3 ໝວດວິຊາ ຄື: ການຫັນເປັນດິຈິຕ໋ອນ, ຄວາມຮູ້ດ້ານວິຊາສະເພາະ ແລະ ທັກສະທົ່ວໄປ. ຫຼັກສູດການຫັນເປັນດິຈິຕ໋ອນ ເໝາະສຳລັບຜູ້ຮຽນທີ່ເປັນພະນັກງານ ຈາກຂະແໜງການ ແລະ ບັນດາວິສາຫະກິດ. ຫຼັກສູດວິຊາສະເພາະ ແມ່ນເໝາະສົມສໍາລັບຜູ້ຮຽນທີ່ຂຶ້ນກັບບັນດາອົງການຈັດຕັ້ງ ຊຶ່ງມີເນື້ອໃນລົງເລິກ ແລະ ຕາມຂົງເຂດທີ່ແຕກຕ່າງກັນເປັນຕົ້ນ: ເສດຖະກິດ, ການສຶກສາ, ກະສິກໍາ, ສາທາລະນະສຸກ. ຫຼັກສູດກ່ຽວກັບທັກສະທົ່ວໄປ ແມ່ນສໍາລັບປະຊາຊົນ ທີ່ທຸກຄົນສາມາດເຂົ້າເຖິງ ເພື່ອຍົກສູງທັກສະຂອງຕົນ ເປັນ ຕົ້ນ: ທັກສະທາງສັງຄົມ, ທຸລະກິດ, ການຄຸ້ມຄອງການເງິນ ແລະ ອື່ນໆ.
ລະບົບຊອບແວປະຕິບັດການຄວາມປອດໄພໄຊເບີ ໄດ້ຖືກຕິດຕັ້ງ ຢູ່ທີ່ສູນປະຕິບັດການຄວາມປອດໄພໄຊເບີແຫ່ງຊາດ ແລະ ລະບົບການຮຽນອອນລາຍແບບເປີດກວ້າງ ທັງສອງລະບົບຊອບແວ ແມ່ນໄດ້ຮັບການຊ່ວຍເຫຼືອ ຈາກກະຊວງ ຖະແຫລ່ງຂ່າວ ແລະ ການສື່ສານ ກໍຄື ລັດຖະບານ ສສ ຫວຽດນາມ. ທັງສອງລະບົບນີ້ ແມ່ນມີຄຸນປະໂຫຍດຢ່າງໃຫຍ່ຫຼວງ ມາສູ່ ພັກ ແລະ ລັດຖະບານ ກໍຄືປະຊາຊົນລາວບັນດາເຜົ່າ ໃນການເຝົ້າລະວັງຄວາມປອດໄພໃນລະບົບເຄືອຂ່າຍອິນເຕີິເນັດຕະຫຼອດ 24 ຊົ່ວໂມງ ແລະ ການເປີດກວ້າງໃຫ້ນັກຮຽນ, ນັກສຶກສາ, ພະນັກງານ ແລະ ປະຊາຊົນ ສາມາດຄົ້ນຄວ້າຂໍ້ມູນການຮຽນ ໂດຍຜ່ານລະບົບອອນລາຍ ບໍ່ວ່າຈະເປັນ ຫຼັກສູດການຫັນເປັນດິຈິຕ໋ອນ, ຫຼັກສູດຄວາມຮູ້ດ້ານວິຊາສະເພາະ ແລະ ຫຼັກສູດທັກສະທົ່ວໄປ.
ໃນຕອນແລງຂອງວັນດຽວກັນ ກໍໄດ້ມີພິທີເປີດນໍາໃຊ້ລະບົບ ຢ່າງເປັນທາງການ ທີ່ສູນອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງພັກ, ລັດຖະມົນຕີ ກຕສ ແລະ ທ່ານ ຫງ໋ວຽນ ແມັງ ຮຸ່ງ ກຳມະການສູນກາງພັກຄອມມູນິດຫວຽດນາມ, ລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ, ທ່ານ ຫງວຽນ ບັກ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ກົມ/ທຽບເທົ່າ ພ້ອມດ້ວຍພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ.
ພາບ ແລະ ຂ່າວ: ພະແນກປະຊາສໍາພັນ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ