ມອບ-ຮັບ ໜ້າທີ່ຫົວໜ້າສູນອິນເຕີເນັດແຫ່ງຊາດ ແລະ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຜູ້ເກົ່າ ແລະ ຜູ້ໃໝ່.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 51 ຄັ້ງ | ເວລາ | 2024-12-22 00:00:00
ພິທີມອບ-ຮັບ ໜ້າທີ່ຫົວໜ້າສູນອິນເຕີເນັດແຫ່ງຊາດ ແລະ ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ເພື່ອຊັບຊ້ອນປ່ຽນແທນ ແນໃສ່ເພື່ອຮອງຮັບໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຂອງສອງພາກສ່ວນດັ່ງກ່າວໄດ້ດຳເນີນຢ່າງປົກກະຕິ. ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 30 ພະຈິກ 2022 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງ(ສີສະເກດ) ໃຫ້ກຽດເຂົ້າຮ່ວມຂອງທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກຕສ, ມີບັນດາທ່ານຮອງລັດຖະມົນຕີ, ບັນດາຄະນະກົມ/ທຽບເທົ່າ ແລະ ຜູ້ອໍານວຍການໃຫຍ່ ບໍລິສັດ ວິສາຫະກິດ ອ້ອມຂ້າງ ພ້ອມດ້ວຍພະນັກງານພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີຄັ້ງນີ້ໄດ້ມີການເຊັນມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ແກ້ວວິສຸກ ໂສລະພົມ, ຫົວໜ້າສູນອິນເຕີເນັດແຫ່ງຊາດ(ຜູ້ເກົ່າ) ຖືກແຕ່ງຕັ້ງເປັນຮອງລັດຖະມົນຕີ ແລະ ທ່ານ ມີນາໄຊ ພິລາວົງ, ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ມາເປັນ ຫົວໜ້າສູນອິນເຕີເນັດແຫ່ງຊາດ(ຜູ້ໃໝ່) ແລະ ພ້ອມດຽວກັນ, ກໍໄດ້ເຊັນມອບ-ຮັບໜ້າທີ່ ລະຫວ່າງທ່ານ ມີນາໄຊ ພິລາວົງ, ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ(ຜູ້ເກົ່າ) ແລະ ທ່ານ ນາງ ເກສອນ ສຸລິວົງ, ຮັກສາການຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ(ຜູ້ໃໝ່).
ໃນໂອກາດເຂົ້າຮ່ວມພິທີຄັ້ງນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ມີຄໍາເຫັນ ແລະ ໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຜູ້ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ແລະ ໄດ້ເນັ້ນໜັກເປັນເຈົ້າການນໍາພາບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເພື່ອຫັນເປັນດິຈິຕ໋ອນໃນຂອບເຂດທົ່ວປະເທດ ໂດຍສະເພາະໃນທ້າຍເດືອນທັນວາ 2022 ຈະມີການຈັດງານສັບປະດາດິຈິຕ໋ອນ ປີ 2022 ແຫ່ງຊາດຂຶ້ນ ໂດຍກະຊວງໄດ້ຮັບກຽດຈັດຂຶ້ນເປັນຄັ້ງທໍາອິດ ຊຶ່ງປຽບເໝືອນສຽງລະຄັງປະຫວັດສາດທີ່ສໍາຄັນເພື່ອໃຫ້ທົ່ວປະເທດ ກໍຄືສາກົນໄດ້ຮັບຮູ້ວ່າ ສປປ ລາວ ໄດ້ເລີ່ມຕົ້ນຂະບວນການຫັນເປັນດິຈິຕ໋ອນ ຊຶ່ງຈະເປັນພາລະກໍາປະຫວັດສາດ ແລະ ໜ້າທີ່ການເມືອງ ທີ່ພັກ-ລັດ ມອບໝາຍໃຫ້. ຊຶ່ງການຫັນເປັນດິຈິຕ໋ອນ ແມ່ນຂະບວນການໜຶ່ງທີ່ຫຼີກລ້ຽງບໍ່ໄດ້ ຈະເປັນຂະບວນການທີ່ຈະສ້າງລັດດິຈິຕ໋ອນ ແລະ ສ້າງສັງຄົມດິຈິຕ໋ອນ ຈະເປັນວຽກງານໜຶ່ງຂອງສູນອິນເຕີເນັດແຫ່ງຊາດທີ່ຈະຕ້ອງໄດ້ເປັນເຈົ້າການ ໂດຍສະເພາະແມ່ນການເຊື່ອມຕໍ່ບັນດາຂໍ້ມູນ ແລະ ການຄຸ້ມຄອງນຳໃຊ້ອິນເຕີເນັດ ຊຶ່ງເປັນປັດໃຈພື້ນຖານທີ່ສໍາຄັນ ໂດຍຂະຫຍາຍສັນຍານອິນເຕີເນັດໄປໃຫ້ທົ່ວເຖິງທຸກຂົງເຂດພາຍໃນປະເທດ ພ້ອມນັ້ນ, ຈະຕ້ອງປົກປ້ອງຮັກສາຄວາມປອດໄພທາງໄຊເບີ, ການນໍາໃຊ້ອິນເຕີເນັດຢູ່ໃນສັງຄົມອອນລາຍ ເພື່ອຫຼີກລ້ຽງການໂຈລະກໍາຂໍ້ມູນ ແລະ ເຮັດໃຫ້ຜູ້ນໍາໃຊ້ມີຄວາມປອດໄພທາງດ້ານຂໍ້ມູນໃຫ້ມີປະສິດທິພາບ. ຄຽງຄູ່ກັນນັ້ນ, ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ກໍເປັນສູນໜຶ່ງທີ່ຈະນໍາເອົາຄວາມຮູ້, ນໍາເອົາບັນດາທິດສະດີ, ນໍາເອົາບັນດາເຕັກໂນໂລຊີໃໝ່ໆ ເຜີຍແຜ່ອອກໄປສູ່ສັງຄົມ ໂດຍສະເພາະແມ່ນການຈັດຝຶກອົບຮົມ, ສໍາມະນາ, ຈັດການຖ່າຍທອດ ແລະ ການສົ່ງເສີມ ເຕັກໂນໂລຊີດິຈິຕ໋ອນ ໃຫ້ກວ້າງຂວາງ.
ພາບ+ຂ່າວ: ເລັກເຊ່ຍ ສຸດທິວົງ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ