ກອງປະຊຸມສັບປະດາສາກົນດ້ານໄຊເບີຂອງສີງກະໂປ (SICW) ຄັ້ງທີ 07 ແລະ ກອງປະຊຸມ ລັດຖະມົນຕີອາຊຽນດ້ານຄວາມປອດໄພໄຊເບີ (AMCC) ຄັ້ງທີ 07 ທີ່ ປະເທດ ສິງກະໂປ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 62 ຄັ້ງ | ເວລາ | 2024-12-24 00:00:00
ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຊຶ່ງນຳໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ສັບປະດາສາກົນດ້ານໄຊເບີ ຂອງ ສິງກະໂປ (SICW) ຄັ້ງທີ 07 ແລະ ກອງປະຊຸມສຳມະນາ ລັດຖະມົນຕີອາຊຽນດ້ານຄວາມປອດໄພໄຊເບີ (AMCC) ຄັ້ງທີ 07 ທີ່ປະເທດ ສິງກະໂປ ໃນລະຫວ່າງວັນທີ 18-20 ຕຸລາ 2022 ນີ້, ຈັດຂຶ້ນໂດຍ ອົງການຄວາມປອດໄພທາງໄຊເບີຂອງ ສິງກະໂປ(Cyber Security Agency of Singapore) ຊຶ່ງເປັນປະທານໂດຍ ທ່ານ ນາງ JOSEPHINE TEO, ລັດຖະມົນຕີ ກະຊວງຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ລັດຖະມົນຕີຮັບຜິດຊອບດ້ານຄວາມປອດໄພທາງໄຊເບີ ຂອງ ປະເທດ ສິງກະໂປ, ມີບັນດາລັດຖະມົນຕີດ້ານໄອຊີທີອາຊຽນ ລວມທັງເລຂາທິການໃຫຍ່ອາຊຽນ, ອົງການຈັດຕັ້ງສາກົນ, ຜູ້ນຳຈາກບັນດາອຸດສາຫະກຳ, ສະຖາບັນການສຶກສາ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວຈັດຂຶ້ນພາຍໃຕ້ຄຳຂວັນ: “ຮັກສາຄວາມປອດໄພໃນໂລກດິຈິຕອນ: ການມີຄວາມຮັບຜິດຊອບຮ່ວມກັນ” (Digital Security: A shared responsibility) ຊຶ່ງກອງປະຊຸມດັ່ງກ່າວ ໄດ້ປຶກສາຫາລື ແນວທາງ ແລະ ວິທີການຮັບມືຮ່ວມກັບຫຼາຍພາກສ່ວນ ເປັນຕົ້ນແມ່ນ ຂະແໜງອຸດສາຫະກຳ, ອົງການຈັດຕັ້ງສາກົນ ແລະ ວິສາຫະກິດຕ່າງໆ ທີ່ນຳໃຊ້ປະໂຫຍດຈາກການຫັນເປັນ ດິຈິຕອນ ເພື່ອກຽມພ້ອມ ຮັບມືກັບໄພຄຸກຄາມທາງໄຊເບີທີ່ນັບມື້ນັບເພີ່ມຂຶ້ນເລື້ອຍໆ ໂດຍສະເພາະແມ່ນ ຄວາມສັບຊ້ອນທີ່ເພີ່ມຂຶ້ນຂອງການນຳໃຊ້ລະຫັດດິຈິຕອນ(digital domain), ການແກ້ໄຂຂໍ້ຂັດແຍ່ງລະຫວ່າງເຂດພູມສັນຖານໃຫ້ມີຄວາມ ຫົດຢືດ, ປອດໄພ ແລະ ຮັບປະກັນໃຫ້ສາມາດຂັບເຄື່ອນປະເທດຊາດກ້າວເຂົ້າສູ່ຍຸກເສດຖະກິດຈິຕອນທີ່ທັນສະໄໝ ແລະ ສະຫງົບສຸກ.
ບັນຫາພົ້ນເດັ່ນທີ່ຍົກເປັນຫົວຂໍ້ບູລິມະສິດໃນການສົນທະນາຮ່ວມກັນຄື: ການເສີມສ້າງຄວາມເຂັ້ມແຂງດ້ານ ການຮ່ວມມືກັບບັນດາຄູ່ຮ່ວມຫຼາຍຝ່າຍ ທີ່ແນ່ໃສ່ການເຮັດວຽກຮ່ວມກັນເພື່ອຈັດການກັບໄພຄຸກຄາມທາງໄຊເບີ ລວມເຖິງບັນຫາທີ່ຕິດພັນເປັນຕົ້ນແມ່ນ: 1) ການແລກປ່ຽນທັດສະນະ ແລະ ມຸມມອງດ້ານຄວາມປອດໄພທາງໄຊເບີໃນຍຸກ ປັດຈຸບັນ; 2) ປຶກສາຫາລື ກ່ຽວກັບ ການນໍາໃຊ້ ICTs ໃຫ້ມີຄວາມປອດໄພ ທີ່ລວມເຖິງ ການພັດທະນາບັນດາລະບຽບການ, ນະໂຍບາຍ ແລະ ບັນຖັດຖານ ໃນການຄຸ້ມຄອງໃຫ້ມີຄວາມເຂັ້ມແຂງ; ແລະ 3) ອັບເດດຂໍ້ມູນຂ່າວສານ ກ່ຽວກັບ ການຈັດຕັ້ງປະຕິບັດບັນດາກິດຈະກຳທີ່ເຮັດຮ່ວມກັນຂອງບັນດາປະເທດສະມາຊິກອາຊຽນ ໂດຍສະເພາະການເຂົ້າຮ່ວມໂຄງການຝຶກອົບຮົມ ASCCE ແລະ AJCCBC ທີ່ແນ່ໃສ່ສົ່ງເສີມການສ້າງຂີດຄວາມສາມາດໃນການປ້ອງກັນການໂຈມຕີທາງໄຊເບີ, ແລກປ່ຽນຂໍ້ມູນຂ່າວສານ ດ້ານວິຊາການ, ຊອກຫາແນວທາງໃນການແກ້ໄຂບັນຫາຮວ່ມກັນ, ປ້ອງກັນ ແລະ ຮັບມືກັບໄພຄຸກຄາມທາງໄຊເບີ ທີ່ອາດຈະເກີດຂື້ນທັງໃນປັດຈຸບັນ ແລະ ໃນຕໍ່ໜ້າ. ນອກນີ້, ທີ່ປະຊຸມຍັງໄດ້ໂອ້ລົມ ແລະ ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກໃນໄລຍະຜ່ານມາໃຫ້ທີ່ປະຊຸມຮັບຊາບ ເພື່ອລາຍງານຕໍ່ໃນກອງປະຊຸມຂັ້ນ ADGMIN ທີ່ຈະຈັດຂຶ້ນເປັນປະຈຳໃນທຸກໆປີ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ