ຮ່ວມລົງນາມສຶກສາຄວາມເປັນໄປໄດ້ໂຄງການພັດທະນາລະບົບບໍລິການທັນສະໄໝ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 73 ຄັ້ງ | ເວລາ | 2024-12-22 00:00:00
ກົມເຕັກໂນໂລຊີດິຈິຕ໋ອນ ຮ່ວມກັບ ບໍລິສັດ ໄຊຍະສິດ ທີ່ປຶກສາໄອທີ ຈໍາກັດຜູ້ດຽວ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືສຶກສາຄວາມເປັນໄປໄດ້ ໂຄງການພັດທະນາລະບົບບໍລິການທັນສະໄໝ ເພື່ອຊຸກຍູ້ສົ່ງເສີມວຽກງານການຄຸ້ມຄອງ, ການບໍລິຫານ ແລະ ການບໍລິການຂອງກະຊວງ ໃຫ້ແກ່ພາກສ່ວນຕ່າງໆໃນສັງຄົມ ແນ່ໃສ່ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນວິໄສທັດ, ແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດຂອງລັດຖະບານ ໃນຕອນແລງວັນທີ 09 ສິງຫາ 2022 ຜ່ານມານີ້, ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ.
ທ່ານ ແກ້ວນະຄອນ ໄຊສຸລຽນ, ຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ໃຫ້ຮູ້ວ່າ: ເພື່ອຈັດຕັ້ງຜັນຂະຫຍາຍແຜນວິໄສທັດ, ແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດຂອງລັດຖະບານ ທີ່ສະພາແຫ່ງຊາດໄດ້ຮັບຮອງໄປແລ້ວນັ້ນ ໂດຍສະເພາະແມ່ນການຜັນຂະຫຍາຍຍຸດທະສາດການພັດທະນາຖານລະບົບ ພລັດຟອມ ແລະ ຫັນເປັນດິຈິຕ໋ອນຂອງສັງຄົມເທື່ອລະກ້າວນັ້ນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈຶ່ງໄດ້ຮ່ວມກັບ ບໍລິສັດ ໄຊຍະສິດ ທີ່ປຶກສາໄອທີ ຈໍາກັດຜູ້ດຽວ ດຳເນີນການສຶກສາ ແລະ ພັດທະນາບັນດາລະບົບບໍລິການຕ່າງໆຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຊັ່ນ: ລະບົບບໍລິການຂໍອະນຸຍາດດຳເນີນທຸລະກິດ, ຂໍອະນຸຍາດນຳເຂົ້າອຸປະກອນ, ຂໍຢັ້ງຢືນມາດຕະຖານເຕັກນິກ ແລະ ລະບົບບໍລິການຕ່າງໆພາຍໃນກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເພື່ອໃຫ້ກາຍເປັນຕົວແບບການຫັນເປັນທັນສະໄໝ ຂອງວຽກງານບໍລິການຂອງພາກລັດ ໂດຍໃຫ້ມີການເຊື່ອມຕໍ່ກັບລະບົບຊຳລະທັນສະໄໝຂອງກະຊວງການເງິນ ແນ່ໃສ່ອຳນວຍຄວາມສະດວກໃຫ້ແກ່ຜູ້ມາໃຊ້ບໍລິການ, ຮັບປະກັນຄວາມໂປ່ງໃສ່ ແລະ ສາມາດກວດສອບໄດ້.
ພ້ອມດຽວກັນນັ້ນ, ທ່ານ ອາລຸນຍະເດດ ສະຣິດທິລາດ, ຮອງຜູ້ອຳນວຍການ ບໍລິສັດ ໄຊຍະສິດ ທີ່ປຶກສາໄອທີ ຈໍາກັດຜູ້ດຽວ ຍັງໄດ້ກ່າວວ່າ: ການປະຕິຮູບລະບົບບໍລິການທັນສະໄໝ ແລະ ກ້າວສູ່ດິຈິຕ໋ອນເປັນວຽກບູລິມະສິດຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍໄດ້ມີວິໄສທັດ ຮອດປີ 2030 ແລະ ຍຸດທະສາດພັດທະນາ ຮອດປີ 2025. ສະນັ້ນ, ທາງບໍລິສັດ ໄຊຍະສິດ ທີ່ປຶກສາໄອທີ ຈໍາກັດຜູ້ດຽວ ຈຶ່ງສະເໜີຂໍເຂົ້າມາມີສ່ວນຮ່ວມໃນການສ້າງ ແລະ ປັບປຸງລະບົບທັນສະໄໝ ຫຼຶ ເຄື່ອງມືທັນສະໄໝ ເພື່ອຫຼຸດຊ່ອງຫວ່າງການຮົ່ວໄຫຼ ແລະ ປະກົດການຫຍໍ້ທໍ້ໃນຂະແໜງການສື່ສານ.
ພິທີລົງນາມເຊັນບົດບັນທຶກໃນຄັ້ງນີ້ຝ່າຍກະຊວງເຕັກໂນໂລຊີ ແລະ ການສື່ສານໂດຍແມ່ນ ທ່ານ ນ. ສິຣິລັກ ໄຊຍະບຸນຊູ, ຮອງຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ, ທ່ານ ວະລະໄຊ ດາລາລອຍ, ຮອງຫົວໜ້າຫ້ອງການ, ຝ່າຍບໍລິສັດ ໄຊຍະສິດ ທີ່ປຶກສາໄອທີ ຈໍາກັດຜູ້ດຽວ ໂດຍແມ່ນທ່ານ ອາລຸນຍະເດດ ສະຣິດທິລາດ ແລະ ທ່ານ ນ. ຈັນສຸດາ ສີສະຫວັດ, ຮອງຜູ້ອຳນວຍການ ບໍລິສັດ ໄຊຍະສິດ ທີ່ປຶກສາໄອທີ ຈໍາກັດຜູ້ດຽວ ໂດຍມີທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ບຸນປອນ ວັນນະຈິດ, ຮອງລັດຖະມົນຕີກະຊວງການເງິນ, ບັນດາຫົວໜ້າກົມ/ທຽບເທົ່າ, ຄະນະຮອງປະທານບໍລິສັດ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ພາບ+ຂ່າວ: ພະແນກປະຊາສໍາພັນ, ຫ້ອງການກະຊວງ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ