ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 5 ປີຜ່ານມາ (2016-2021) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2021-2025) ຂອງ ຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 52 ຄັ້ງ | ເວລາ | 2024-12-22 00:00:00 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 0000-00-00 00:00:00
ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 5 ປີຜ່ານມາ (2016-2021) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2021-2025) ໃນວັນທີ 25 ມີນາ 2022, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ປະທານ ຄຄອຊ, ມີບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ/ທຽບເທົ່າ ຈາກທຸກພາກສ່ວນໃນຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ເຂົ້າຮ່ວມ.
ທ່ານ ແກ້ວວີສຸກ ໂສລະພົມ, ຫົວໜ້າສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທັງເປັນຫົວໜ້າກອງເລຂາ ຄຄອຊ ໄດ້ຜ່ານຮ່າງ ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ ໃນ 5 ປີຕໍ່ໜ້າ ເວົ້າລວມ, ເວົ້າສະເພາະ ແມ່ນວຽກງານການສ້າງນິຕິກຳ ໃນການຄຸ້ມຄອງ ແລະ ພັດທະນາ ອິນເຕີເນັດ ໃນ ສປປ ລາວ ເປັນຕົ້ນແມ່ນ ບັນດານິຕິກຳ ແລະ ກົດໝາຍ ທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງດ້ານໂທລະຄົມມະນາຄົມ, ອິນເຕີເນັດ ແລະ ການລວມສູນສື່ສານ, ວິໄສທັດ ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນ, ດຳລັດວ່າດ້ວຍລະບົບສາຍສົ່ງໂທລະຄົມມະນາຄົມ, ດຳລັດວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ. ພ້ອມນັ້ນ, ຄຄອຊ ຍັງໄດ້ເນັ້ນໜັກວຽກງານການຫັນເປັນທັນສະໄໝ ກໍຄື ການສ້າງລະບົບໃນວຽກງານລັດຖະບານເອເລັກໂຕຣນິກ ເປັນຕົ້ນແມ່ນ ລະບົບສື່ສານພາກລັດ (G-Chat), ລະບົບຫ້ອງການທັນສະໄໝ (e-Office), ລະບົບກອງປະຊຸມທາງໄກ (Video Conference), ລະບົບຖານຂໍ້ມູນລັດຖະບານ (G-Drive/G-Share).
ວຽກງານທີ່ພົ້ນເດັ່ນອີກອັນໜຶ່ງ ກໍແມ່ນການຂຶ້ນທະບຽນເລກໝາຍໂທລະສັບ ຊຶ່ງຈະກາຍເປັນພື້ນຖານໃຫ້ແກ່ຫຼາຍໆວຽກງານ ເປັນຕົ້ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການທະນາຄານທັນສະໄໝ, ວຽກງານການຫັນເປັນດິຈິຕ໋ອນ. ນອກຈາກນັ້ນ, ຄະນະ ຄຄອຊ ຍັງໄດ້ເອົາໃຈໃສ່ພິເສດ ໃນວຽກງານຄຸ້ມຄອງຫາງສຽງໃນສື່ສັງຄົມອອນລາຍ ເພື່ອຮັບປະກັນໄດ້ຄວາມສະຫງົບສຸກຢູ່ໃນສັງຄົມ ໂດຍສະເພາະແມ່ນບັນດາຫາງສຽງທີ່ສ້າງຂຶ້ນໂດຍກຸ່ມຄົນທີ່ບໍ່ດີ ທີ່ຫວັງສ້າງຄວາມປັ່ນປ່ວນໃນສັງຄົມ ແລະ ໃສ່ຮ້າຍປ້າຍສີ ຕໍ່ຕ້ານການນຳພາຂອງພັກ-ລັດ ແລະ ບັນດາຂ່າວທີ່ບໍ່ມີມູນຄວາມຈິງ ເຜີຍແຜ່ລົງອິນເຕີເນັດ ກໍ່ຄວາມວຸ້ນວາຍໃນສັງຄົມ, ກໍໃຫ້ເກີດມີຜົນກະທົບໂດຍກົງຕໍ່ວຽກງານການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ.
ໃນໄລຍະ 02 ປີ ຜ່ານມາ, ການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງ ໃນທົ່ວໂລກ, ໂດຍສະເພາະຕໍ່ດ້ານເສດຖະກິດ ທີ່ເຮັດໃຫ້ຫຼາຍກິດຈະການ ແລະ ທຸລະກິດ ຖືກຢຸດຊະງັກ, ແຕ່ກົງກັນຂ້າມ ມັນກໍໄດ້ເຮັດໃຫ້ເກີດມີເສດຖະກິດໃໝ່ຫຼາຍຮູບແບບ. ສະເພາະຢູ່ພາຍໃນ ສປປ ລາວ ລັດຖະບານ ກໍຄື ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມພະຍາດ ໂຄວິດ-19 ກໍໄດ້ອອກ ຄຳສັ່ງແນະນຳ ແລະ ມາດຕະການຜ່ອນຜັນ ຊຶ່ງເປັນໄລຍະການເຝົ້າລະວັງ ແລະ ການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19, ຊຶ່ງໄດ້ເຮັດມີການດຳລົງຊີວິດຮູບແບບໃໝ່ປົກກະຕິ ຫຼື New Normal ທີ່ຍັງໄດ້ສືບຕໍ່, ມີການນໍາໃຊ້ ໄອຊີທີ ແລະ ເຕັກໂນໂລຊີດິຈິຕ໋ອນ ຫຼາຍຂຶ້ນ ໂດຍສະເພາະແມ່ນ ການສື່ສານ, ການຕິດຕາມຂໍ້ມູນຂ່າວສານຜ່ານອິນເຕີເນັດ, ລວມທັງການ ຊື້-ຂາຍ ເຄື່ອງໃຊ້ ແລະ ການສັ່ງອາຫານການກິນ ຜ່ານທາງອອນລາຍຫຼາຍຂຶ້ນ, ມີການເຮັດວຽກຮູບແບບໃໝ່ ເປັນຕົ້ນ ການປະຊຸມທາງໄກແບບອອນລາຍ, ຊ່ວຍເຮັດໃຫ້ປະຢັດງົບປະມານ ແລະ ເວລາ. ແຕ່ເມື່ອຜ່ານໄລຍະເວລາໃດໜຶ່ງ, ສິ່ງໃໝ່ໆເຫຼົ່ານັ້ນ ກໍໄດ້ກາຍເປັນອັນລຶ້ງເຄີຍ ໃນການດຳລົງຊີວິດ ແລະ ການເຮັດວຽກຂອງທົ່ວສັງຄົມ, ເຮັດໃຫ້ພວກເຮົາຫຍັບເຂົ້າໃກ້ການຫັນເປັນດິຈິຕ໋ອນ ແບບບໍ່ຮູ້ໂຕ, ຊຶ່ງເຫຼົ່ານີ້ ກໍແມ່ນສ່ວນໜຶ່ງຂອງໝາກຜົນການເຮັດວຽກ ແລະ ການຊີ້ນຳ-ນຳພາ ຂອງ ຄຄອຊ ໃນວຽກງານການສ້າງ ແລະ ປັບປຸງ ລະບົບໂຄງລ່າງພື້ນຖານ ແລະ ການຄຸ້ມຄອງ ດ້ານໂທລະຄົມມະນາຄົມ, ອິນເຕີເນັດ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ເຕັກໂນໂລຊີດິຈິຕ໋ອນ, ຄວາມປອດໄພທາງໄຊເບີ ເປັນຕົ້ນ.
ຄຄອຊ ໄດ້ວາງທິດທາງ ແຜນການໃນ 5 ປີ ຕໍ່ໜ້າ ໂດຍອີງໃສ່ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025), ວິໄສທັດການພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ ໄລຍະ 10 ປີ (2021-2030), ແຜນພັດທະນາ ເສດຖະກິດດິຈິຕ໋ອນ ແຫ່ງຊາດ ໄລຍະ 5 ປີ (2021-2025), ພ້ອມທັງບັນດາໝາກຜົນໃນການຈັດຕັ້ງປະຕິບັດວຽກງານຂອງ ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ໃນໄລຍະ 5 ປີ ຜ່ານມາ ແລະ ບັນດາຫນ້າວຽກທີ່ຍັງຄົງຄ້າງ. ຄຄອຊ ໄດ້ວາງທິດທາງແຜນການ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ໃນການຊີ້ນຳ ແລະ ປະສານງານກັບກະຊວງ ແລະ ອົງການຕ່າງໆ ກ່ຽວກັບວຽກງານອິນເຕີເນັດ, ເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ, ເນື້ອໃນຂໍ້ມູນຂ່າວສານຜ່ານອິນເຕີເນັດ, ຄວາມປອດໄພດ້ານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໃຫ້ມີຄວາມຮັບປະກັນຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ໂດຍຈະສຸມໃສ່ສ້າງ ແລະ ປັບປຸງ ບັນດານິຕິກຳທີ່ຈຳເປັນ, ພັດທະນາບຸກຄະລາກອນ ໃຫ້ມີຄວາມຮູ້ຄວາມສາມາດ ເພື່ອສົ່ງເສີມ ແລະ ພັດທະນາ ໂຄງລ່າງພື້ນຖານທາງເຕັກໂນໂລຊີດິຈິຕ໋ອນ, ການຕິດຕາມກວດກາ ແລະ ຕອບໂຕ້ຫາງສຽງໃນສື່ສັງຄົມອອນລາຍ, ການຫັນເປັນລັດຖະບານດິຈິຕ໋ອນ, ການຫັນເປັນເສດຖະກິດດິຈິຕ໋ອນ, ການຫັນການຈັດເກັບລາຍຮັບ, ຄຸ້ມຄອງລາຍຈ່າຍ ເປັນດິຈິຕ໋ອນ ແລະ ການຄຸ້ມຄອງຄວາມປອດໄພທາງດ້ານໄຊເບີ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ