ເຊັນສັນຍາໂຄງການກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 50 ຄັ້ງ | ເວລາ | 2024-12-22 00:00:00
ໂຄງການກໍ່ສ້າງສູນຝຶກອົບຮົມດ້ານໄອຊີທີ ເພື່ອຍົກລະດັບສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໃຫ້ກາຍເປັນສະຖາບັນໜຶ່ງທີ່ຊ່ວຍສ້າງ ແລະ ພັດທະນາບຸກຄະລາກອນໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ ເພື່ອຕອບສະໜອງໃຫ້ແກ່ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດຂອງ ສປປ ລາວ ໂດຍໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານແຫ່ງ ສປ. ຈີນ ໃນມູນຄ່າລວມຂອງການກໍ່ສ້າງປະມານ 85,72 ລ້ານຢວນ.
ທ່ານ ປອ. ປະດັບໄຊ ໄຊຍະໂຄດ, ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ທັງເປັນຫົວໜ້າຄະນະຄຸ້ມຄອງໂຄງການກ່າວວ່າ: ໂຄງການກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແມ່ນໂຄງການອອກແບບກໍ່ສ້າງສູນຝຶກອົບຮົມດ້ານໄອຊີທີ ເປັນອາຄານ 5 ຊັ້ນ ຈຳນວນ 1 ຫຼັງ ໂດຍມີເນື້ອທີ່ທັງໝົດ 5,524.56 ຕາແມັດ ປະກອບດ້ວຍຫ້ອງຮຽນທຳມະດາ, ຫ້ອງຮຽນທັນສະໄໝ, ຫ້ອງທົດລອງ, ຫ້ອງການ, ຫ້ອງສະໝຸດ, ຫ້ອງປະຊຸມໃຫຍ່ ເປັນຕົ້ນ. ໃນອາຄານປະກອບດ້ວຍອຸປະກອນການຮຽນ-ການສອນ ທີ່ຈຳເປັນ, ອຸປະກອນຫ້ອງທົດລອງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ພາຍຫຼັງໂຄງການລິເລີ່ມການກໍ່ສ້າງ ຄູ-ອາຈານ ແລະ ນັກສຶກສາຈໍານວນໜຶ່ງ ຈະໄດ້ຮັບການຝຶກອົບຮົມ ແລະ ສອບເສັງວັດລະດັບ ເພື່ອກຽມພ້ອມຮອງຮັບໃນການເປີດສູນ.
ທ່ານ ຍັງໄດ້ໃຫ້ຮູ້ວ່າ: ໂຄງການດັ່ງກ່າວ, ເປັນໂຄງການທຳອິດທີ່ໄດ້ດຳເນີນການ ແລະ ຄຸ້ມຄອງໃນຮູບແບບຝ່າຍລາວຈັດຕັ້ງປະຕິບັດເອງ ດ້ວຍຜ່ານຮູບແບບການປະມູນເພື່ອຄັດເລືອກເອົາບໍລິສັດທີ່ຈະມາຮັບຜິດຊອບ ອອກແບບ-ກໍ່ສ້າງ, ຜ່ານການຄັດບໍລິສັດທີ່ມີຄວາມພ້ອມທາງດ້ານເຕັກນິກ ແລະ ຖືກຕ້ອງຕາມເງື່ອນໄຂທີ່ກຳນົດໄວ້ ໂດຍໄດ້ເລືອກເອົາ ກຸ່ມບໍລິສັດ ກໍ່ສ້າງທາງລົດໄຟ ແຫ່ງປະເທດຈີນຈໍາກັດ (China Railway Construction Group Co., Ltd) ເປັນຜູ້ຊະນະການປະມູນໂຄງການ ຊຶ່ງຄາດຄະເນວ່າຈະສາມາດເລີ່ມການກໍ່ສ້າງໃນທ້າຍເດືອນມີນາ ປີ 2022 ແລະ ຈະສຳເລັດການກໍ່ສ້າງ ສົ່ງມອບໂຄງການໃນທ້າຍເດືອນ ພະຈິກ ປີ 2023.
ພິທີເຊັນສັນຍາໂຄງການກໍ່ສ້າງດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 11 ມີນາ 2022 ຜ່ານມານີ້, ທີ່ໂຮງແຮມ ດອນຈັນ ພາເລດ, ນະຄອນຫຼວງວຽງຈັນ ລົງນາມໂດຍທ່ານ ປອ. ປະດັບໄຊ ໄຊຍະໂຄດ, ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ທ່ານ ນ. ປາລິດາ (Li Yan) ຜູ້ຈັດການການຂາຍ ຕາງໜ້າ ກຸ່ມບໍລິສັດກໍ່ສ້າງທາງລົດໄຟແຫ່ງປະເທດຈີນ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ທ່ານ ຈ້າວ ເວີນຢູ (ZHAO WENYU) ທີ່ປຶກສາເສດຖະກິດການຄ້າ ສະຖານທູດຈີນປະຈໍາລາວ ພ້ອມດ້ວຍ ບັນດາທ່ານແຂກທີ່ຖືກເຊີນ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ