ກອງປະຊຸມ ສະພາປະຊາຄົມເສດຖະກິດອາຊຽນ ຮ່ວມກັບ ຄະນະລັດຖະມົນຕີດິຈິຕອນອາຊຽນ ຄັ້ງທຳອິດ.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 46 ຄັ້ງ | ເວລາ | 2024-12-22 00:00:00
ໃນວັນທີ 18 ຕຸລາ 2021 ນີ້, ທ່ານ ບຸນສະເຫຼີມໄຊ ເຄນນາວົງ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ນໍາພາຄະນະເຂົ້າຮ່ວມ ກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ ຮ່ວມກັບ ຄະນະລັດຖະມົນຕີ ດິຈິຕອນ ອາຊຽນ (The Interface Meeting between the AEC Council and the ASEAN Digital Ministers) ຜ່ານລະບົບກອງປະຊຸມທາງໄກ. ຊື່ງກອງປະຊຸມດັ່ງກ່າວນີ້ ເປັນວາລະພິເສດໜຶ່ງ ຂອງ ກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 20 (The 20th ASEAN Economic Community Council (AEC) Meeting). ໂດຍການເປັນເຈົ້າພາບຂອງ ປະເທດບຣູໄນ. ມີບັນດາ ລັດຖະມົນຕີ ເສດຖະກິດ ອາຊຽນ, ລັດຖະມົນຕີດິຈິຕອນອາຊຽນ, ເລຂາທິການໃຫຍ່ອາຊຽນ, ເຈົ້າໜ້າທີ່ອາວຸໂສດ້ານເສດຖະກິດ, ເຈົ້າໜ້າທີ່ ອາວຸໂສ ດິຈິຕອນ ອາຊຽນ ແລະ ຄະນະຮັບຜິດຊອບ ຈາກ 10 ປະເທດສະມາຊິກອາຊຽນ ເຂົ້າຮ່ວມ.
ການຈັດກອງປະຊຸມໃນຄັ້ງນີ້, ແມ່ນເພື່ອປຶກສາຫາລື ບັນຫາສຳຄັນໃນການມີສ່ວນຮ່ວມຂອງວຽກງານ ດິຈິຕອນ ໃນການຫັນເປັນທັນສະໄໝ ໂດຍສະເພາະ ແມ່ນວຽກງານເສດຖະກິດ ໃຫ້ສາມາດຂັບເຄື່ອນໄປໄດ້, ເຖິງ ຈະພົບຄວາມຫຍຸ້ງຍາກຈາກການແຜ່ລະບາດຂອງພະຍາດ COVID-19 ໃນປະຈຸບັນ. ຊຶ່ງເນື້ອໃນທີ່ໄດ້ນໍາມາ ປຶກສາຫາລືກັນ ປະກອບມີ: (1)ການຫັນເປັນດິຈິຕອນຂອງອາຊຽນ: ຮ່າງຖະແຫຼງການຜູ້ນໍາ ວ່າດ້ວຍການຫັນເປັນ ດິຈິຕອນຂອງອາຊຽນ, ແຜນງານ Bandar Seri Begawan, ແຜນແມ່ບົດດິຈິຕອນອາຊຽນ 2025 (ADM2025); (2)ແລກປ່ຽນທັດສະນະກ່ຽວກັບ ຂະບວນການສົ່ງເສີມ ແລະ ການເຮັດວຽກຮ່ວມກັນ ລະຫວ່າງ ບັນດາຂະແໜງການຕ່າງໆ ທີ່ຢູ່ພາຍໃຕ້ເສົາຄໍ້າປະຊາຄົມເສດຖະກິດ ໃນການຂັບເຄື່ອນ ການຫັນເປັນດິຈິຕອນຂອງ ອາຊຽນ; (3)ການຮັບຮອງເອົາຮ່າງຖະແຫຼງການຜູ້ນໍາ ວ່າດ້ວຍການຫັນເປັນດິຈິຕອນຂອງອາຊຽນ (Leaders’ Statement on Advancing the Digital Transformation of ASEAN).
ໃນໂອກາດນີ້, ກອງປະຊຸມໄດ້ຕົກລົງຮັບຮອງເອົາຖະແຫຼງການຜູ້ນໍາອາຊຽນ ວ່າດ້ວຍ ການຫັນເປັນດິ ຈິຕອນ ຂອງອາຊຽນ ເພື່ອນຳເອົາໄປລາຍງານ ໃຫ້ແກ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 ພິຈາລະນາ ໂດຍຈະຈັດຂຶ້ນໃນລະຫວ່າງວັນທີ 26-28 ຕຸລາ 2021 ທີ່ຈະມາເຖິງນີ້ ທີ່ ປະເທດບຮູໄນ. ພ້ອມນີ້, ໃນກອງປະຊຸມ ເລຂາທິການໃຫຍ່ອາຊຽນ ແລະ ບັນດາ ລັດຖະມົນຕີເສດຖະກິດ ອາຊຽນ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາ ລັດຖະມົນຕີດິຈິຕອນອາຊຽນ ທີ່ໄດ້ຊີ້ນຳໃນການຮ່າງເນື້ອໃນເອກະສານ ຮ່າງຖະແຫຼງການຜູ້ນຳ ວ່າດ້ວຍການຫັນເປັນ ດິຈິຕອນອາຊຽນ ແລະ ຊົມເຊີຍຕໍ່ລັດຖະມົນຕີດິຈິຕອນ ອາຊຽນ ທີ່ເຫັນໄດ້ເຖິງຄວາມສຳຄັນຂອງວຽການຫັນເປັນ ດິຈິຕອນ ໃນພາກພື້ນ. ຊຶ່ງເນື້ອໃນດັ່ງກ່າວ ໄດ້ຕິດພັນກັບວຽກງານທຸກເສົ້າຄໍ້າໃນອາຊຽນ ແລະ ເຫັນໄດ້ວ່າຂະ ແໜງການ ດິຈິຕອນ ເປັນບັນຫາສຳຄັນໜຶ່ງໃນການຊ່ວຍສະໜັບສະໜຸນ ໃຫ້ຂະແໜງການຕ່າງໆ ສາມາດບັນລຸຕາມຈຸດປະສົງ ແລະ ເປົ້າໝາຍທີ່ໄດ້ວາງໄວ້.
ພ້ອມດຽວກັນນີ້, ກອງປະຊຸມໄດ້ເປັນເອກະພາບກັນ ສືບຕໍ່ຮ່ວມມືກັນ ແລະ ມີສ່ວນຮ່ວມໃນທຸກພາກ ສ່ວນ, ທຸກຂະແໜງການໃນພາກພື້ນຂອງອາຊຽນ ຊຶ່ງໄດ້ເປັນປັດໃຈພື້ນຖານໜຶ່ງ ໃນການຊ່ວຍຂັບເຄື່ອນ ວຽກງານທີ່ໄດ້ຮັບຮອງກັນໃນຄັ້ງນິ້ ໃຫ້ບັນລຸຕາມເປົ້າໝາຍ ຂອງຖະແຫຼງການຜູ້ນໍາອາຊຽນໃນຄັ້ງນີ້.
ຂ່າວໂດຍ: ພະແນກອາຊຽນ, ກົມແຜນການ ແລະ ການຮ່ວມມື.
ພາບ-ກວດແກ້: ຫ້ອງການກະຊວງ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ