ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ພົບປະສອງຝ່າຍກັບ ທ່ານ ຫງ໋ຽນ ແມ້ງ ຮຸ່ງ.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 48 ຄັ້ງ | ເວລາ | 2024-12-22 00:00:00
ໃນວັນທີ 01 ກັນຍາ 2021, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍຄະນະ ແລະ ຄະນະອໍານວຍການບໍລິສັດ ລາວໂທລະຄົມມະນາຄົມ ຈໍາກັດ, ຄະນະອໍານວຍການບໍລິສັດ ສະຕ້າ ເທເລຄອມ ໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍກັບ ທ່ານ ຫງ໋ຽນ ແມ້ງ ຮຸ່ງ, ລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ຜ່ານລະບົບກອງປະຊຸມທາງໄກ.
ກອງປະຊຸມພົບປະສອງຝ່າຍໃນຄັ້ງນີ້ ຖືເປັນນິມິດໝາຍອັນດີ ແລະ ມີຄວາມໝາຍສໍາຄັນ ທີ່ພັກ-ລັດຖະບານ ແລະ ປະຊາຊົນສອງຊາດ ພວມຊື່ນຊົມຕໍ່ຜົນສຳເລັດ ຂອງການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ຫງວຽນ ຊວນ ຟຸກ ກຳມະການສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະໃນລະຫວ່າງ ວັນທີ 9-10 ສິງຫາ ທີ່ຜ່ານມານີ້. ພ້ອມນີ້, ຍັງເປັນມິດ ໝາຍອັນດີໃຫ້ແກ່ການກະກຽມ ຈັດຕັ້ງການສະເຫຼີມສະຫຼອງປີສາມັກຄິມິດຕະພາບໃນປີ 2022 ກໍ່ຄືວັນຄົບຮອບວັນສ້າງຕັ້ງ ສາຍພົວພັນ ການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ. ໃນໂອກາດນີ້, ສອງຝ່າຍໄດ້ລາຍງານສະພາບການພັດທະນາໂດຍຫຍໍ້ຂະແໜງ ການຂອງຕົນ ແລະ ຕີລາຄາຄືນຜົນສຳເລັດ ການຮ່ວມມືໃນໄລຍະຜ່ານມາ ເພື່ອເປັນທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ.
ໃນການຮ່ວມມືສອງຝ່າຍຄັ້ງນີ້, ສອງຝ່າຍໄດ້ເນັ້ນບັນດາວຽກງານທີ່ພົ້ນເດັ່ນເປັນຕົ້ນ: ຂົງເຂດວຽກງານ ໄປສະນີ, ໂທລະຄົມມະນາຄົມ, ອິນເຕີເນັດ, ການຈັດສັນຄື້ນຄວາມຖີ່, ວົງຈອນດາວທຽມ, ການຫັນເປັນລັດຖະບານທັນສະໄໝ (ດິຈິຕອນ), ຄວາມປອດໄພທາງຂໍ້ມູນຂ່າວສານ, ການຫັນເປັນດິຈິຕອນ, ນະວັດຕະກຳ ເຕັກໂນໂລຊີດິຈິຕອນ ສະໄໝໃໝ່, ການພັດທະນາບຸກຄະລາກອນ ແລະ ຍົກສູງຄວາມອາດສາມາດ ໃນຂອບເຂດຂອງການພັດທະນາດິຈິຕອນ. ພ້ອມນັ້ນ, ໃນໄລຍະຜ່ານມາ ສອງຝ່າຍກໍໄດ້ມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຄະນະວິຊາການ ຢ່າງເປັນປະຈໍາ, ໂດຍມີໂຄງການຮ່ວມກັນຫຼາຍໂຄງການ ເຊັ່ນ: ຊ່ວຍສ້າງບຸກຄະລາກອນດ້ານ ໄອຊີທີ ໂດຍຍົກລະດັບທັງ ປ.ຕີ ແລະ ປ.ໂທ, ຈັດຝຶກອົບຮົມຄູອາຈານ ແລະ ພະນັກງານດ້ານ ໄອຊີທີ ເປັນຕົ້ນແມ່ນ ວິຊາການບໍລິຫານຄື້ນຄວາມຖີ່, ວິຊາການບໍລິຫານລະຫັດຊື່ອິນເຕີເນັດ, ວິຊາການດ້ານຄວາມປອດໄພທາງອິນເຕີເນັດ. ພ້ອມກັນນັ້ນ, ກອງປະຊຸມໄດ້ຮຽກຮ້ອງໃຫ້ມີການຍົກສູງຄວາມຮັບຜິດຊອບ ໃນການສືບຕໍ່ຊຸກຍູ້ຜັກດັນ ການຮ່ວມລະຫວ່າງສອງກະຊວງ ແລະ ສືບຕໍ່ອໍານວຍຄວາມສະດວກ, ສົ່ງເສີມການຮ່ວມມືລະຫວ່າງພາກເອກະຊົນຂອງສອງຊາດ ໂດຍສະເພາະ ບົດບາດໃນການສ້າງສັງຄົມຜູ້ປະກອບການດ້ານທຸລະກິດລິເລີ່ມ (Start up) ດ້ວຍເຕັກໂນໂລຊີ ເພື່ອເປັນທ່າແຮງໃນການຮ່ວມມືກັນໃນຂົງເຂດ ທີ່ໄດລົງນາມໃນບົດບັນທຶກຄວາມເຂົ້າໃຈ ບົນພື້ນຖານຫຼັກການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີຄວາມສາມັກຄີພິເສດ ແລະ ຮ່ວມມືຮອບດ້ານ.
ໃນໂອກາດດຽວກັນນີ້, ສອງຝ່າຍໄດ້ລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ໃນຂົງເຂດ ໄອຊີທີ ແລະ ການຫັນເປັນທັນສະໄໝ ດ້ວຍລະບົບດິຈິຕອນ ເພື່ອສືບຕໍ່ຊຸກຍູ້ ແລະ ເສີມຂະຫຍາຍການຮ່ວມມືສອງຝ່າຍ ໃຫ້ນັບມື້ນັບໄດ້ຮັບໝາກຜົນ ພ້ອມທັງເປັນການສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ມີຄວາມເລີກເຊິ່ງ ແລະ ແໜ້ນແຟ້ນເພີ່ມຂຶ້ນເລື້ອຍໆຂື້ນ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ