ພິທີເປີດການນຳໃຊ້ລະບົບ Lao KYC.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 54 ຄັ້ງ | ເວລາ | 2024-12-22 00:00:00
ໃນຕອນບ່າຍຂອງວັນທີ 05 ກໍລະກົດ 2021 ນີ້, ທີ່ຫ້ອງປະຊຸມຊັ້ນ 6, ກະຊວງສາທາລະນະສຸກ ໄດ້ມີພິທີເປີດ ໂຄງການ “ລາວ ສູ້ສູ້” ຜ່ານໂປຣແກຣມ LaoKYC. ໂດຍການເປັນປະທານຮ່ວມຂອງທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ທ່ານ ດຣ. ບຸນແຝງ ພູມາໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ, ມີບັນດາແຂກຖືກເຊີນຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງສາທາລະນະສຸກ, ບັນດາກະຊວງ/ທຽບເທົ່າ ພ້ອມດ້ວຍຄະນະສະເພາະກິດແຫ່ງຊາດ ເຂົ້າຮ່ວມ.
ທ່ານ ປອ ສັນຕິສຸກ ສິມມາລາວົງ ໄດ້ກ່າວວ່າ: ເພື່ອເປັນການຄວບຄຸ້ມການແຜ່ລະບາດຂອງພະຍາດ Covid-19, ທາງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຈຶ່ງໄດ້ຮ່ວມມືກັບ ກະຊວງສາທາລະນະສຸກ ແລະ ບໍລິສັດ ເອັສບີເລັບ 856 ຈໍາກັດ ເຊິ່ງເປັນນັກພັດທະນາໂປຣແກຣມ ຄົນລາວ ຊ່ວຍກັນໃນການພັດທະນາເຄື່ອງມື ນີ້ຂຶ້ນມາ ຊຶ່ງພວກເຮົາເອີ້ນການບໍລິການນີ້ວ່າ “ລາວ ສູ້ ສູ້” ໂດຍການນຳໃຊ້ຜ່ານລະບົບໂປຣແກຣມ LaoKYC ທີ່ເປັນການໜູນໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍ ເພື່ອສ້າງຄວາມແນ່ນອນ, ຊັດເຈນ ແລະ ອຳນວຍຄວາມສະດວກໃຫ້ແກ່ຄະນະແພດໝໍ ໃນການຕິດຕາມການເດີນທາງ ຫຼື ການເຄື່ອນໄຫວຂອງຜູ້ຕິດເຊື້ອ, ຜູ້ມີຄວາມສ່ຽງ ໄດ້ຢ່າງຖືກຕ້ອງ ແລະ ຊັດເຈນ. ໂດຍມີໜ້າທີີ່ ແລະ ອົງປະກອບເຊັ່ນ: (1)iFeel (ອາການຂ້ອຍ):ລາຍງານອາການຂອງຕົນເອງໃນການກັກຕົວຢູ່ບ້ານ ຫຼື ສະຖານທີີ່ກັກຕົວເຊັ່ນ: ລາຍງານອຸນນະພູມຮ່າງກາຍ, ອາການໄຂ້, ໄອ, ເມື່ອຍ, ແລະ ອື່ນໆ, (2)iGo (ໄປໃສ): Check-In ກ່ອນເຂົົ້າສະຖານທີີ່ໃດໜຶ່ງ ໂດຍການສະແກນ QR Code ແລະ ລະບົບສາມາດຕິດຕໍ່ແຈ້ງເຕືອນທ່ານໄດ້ ຖ້າມີຄົນກຸ່ມສ່ຽງໄປສະຖານທີີ່ດັ່ງກ່າວ, (3)Timeline (ການເຄື່ອນໄຫວ): ເບິີ່ງທາມລາຍທ່ານເອງ ແລະ ໃຊ້ລາຍງານແພດໝໍໄດ້, (4)iVac (ສັກວັກຊິນ): ລົງທະບຽນ ແລະ ຈອງຄິວສັກວັກຊິນລ່ວງໜ້າ, (5)iTest (ໄປກວດ): ລົງທະບຽນ ແລະ ຈອງຄິວເຂົົ້າກວດເຊື້ອ ໂຄວິດ -19. ພ້ອມນີ້, ທ່ານຍັງໄດ້ກ່າວຕື່ມວ່າ: ໃນການສະໜອງລະບົບ LaoKYC ນີ້ ແມ່ນມີຄວາມໝາຍ, ຄວາມສຳຄັນ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງສະພາບການໃນປະຈຸບັນ ທີ່ມີການແຜ່ເຊື້ອພະຍາດຂອງພະຍາດ ໂຄວິດ-19 ແບບວົງກວ້າງຢູ່ ສປປ ລາວ. ພ້ອມນັ້ນ, ຍັງອໍານວຍຄວາມສະດວກໃນການສັກວັກຊີນ, ໃນການກວດຫາເຊື້ອ ໂຄວິດ-19 ໃຫ້ມີຄວາມເປັນລະບຽບ, ວ່ອງໄວ, ປອດໄພ ຕໍ່ປະຊາຊົນ ແລະ ແພດໝໍທີ່ໃຫ້ບໍລິການທົ່ວປະເທດ.
ສຳລັບລາຍລະອຽດຂອງການໃຫ້ບໍລິການໂປຮແກຮມ Lao KYC ທ່ານສາມາດສອບຖາມຂໍ້ມູນ ເພີ່ມຕື່ມໄດ້ທີ່ ເວັບໄຊ www.laokyc.gov.la
ຂ່າວ: ຫ້ອງການ, ພະແນກເລຂານຸການ-ພິທີການ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ