ຮອງລັດຖະມົນຕີ ກະຊວງ ຕສ ເຂົ້າຮ່ວມສຳມະນາ ການສົ່ງເສີມທຸລະກິດດ້ານໄອທີ ລາວ-ອິນເດຍ ຜ່ານລະບົບທາງໄກ.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 64 ຄັ້ງ | ເວລາ | 2024-12-22 00:00:00
ໃນຕອນບ່າຍຂອງວັນທີ 12 ພຶດສະພາ 2021 ນີ້, ທ່ານ ປອ ສັນຕິສຸກ ສິມມະລາວົງ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ຕສ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານສຳມະນາ ການສົ່ງເສີມທຸລະກິດດ້ານໄອທີ ລະຫວ່າງ ລາວ ແລະ ອິນເດຍ, ໂດຍຜ່ານລະບົບກອງປະຊຸມທາງໄກ. ຊຶ່ງຈັດຂຶ້ນໂດຍ ສະຖານທູດອິນເດຍ ປະຈຳ ສປປ ລາວ ຮ່ວມກັບ ສະຖານທູດລາວ ປະຈຳອິນເດຍ, ສະມາຄົມການຄ້າໄອຊີທີລາວ (LICA), ສະພາອຸດສະຫະກຳ ແລະ ການຄ້າ ແຫ່ງຊາດລາວ (LNCCI) ແລະ ESC India (ສະພາສົ່ງເສີມການສົ່ງອອກ ຄອມພີວເຕີຊອບແວ ແລະ ເອເລັກໂຕຣນິກ) ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການຈັດສໍາມະນາໃນຄັ້ງນີ້ ແມ່ນການຮວບຮວມເອົາບັນດາຜູ້ປະກອບການທຸລະກິດ ຂະແໜງ ໄອຊີທີ ແລະ ຂະ ແໜງການທີ່ກ່ຽວຂ້ອງ ຂອງອິນເດຍ ຫຼາຍກວ່າ 100 ບໍລິສັດ ແລະ ຈາກ ສປປ ລາວ ຫຼາຍກວ່າ 20 ບໍລິສັດ ເພື່ອມາພົບປະສົນທະນາ ແລກປ່ຽນຄວາມຄິດເຫັນ ທາງດ້ານການດຳເນີນທຸລະກິດໄອຊີທີ ຂອງສອງປະເທດ ແລະ ພ້ອມທັງຮັບຟັງ ທິດທາງນະໂຍບາຍ ການສົ່ງເສີມທຸລະກິດໄອຊີທີ ຂອງທາງພາກລັດໃນປະຈຸບັນ ແລະ ຕໍ່ໜ້າ ເພື່ອເປີດໂອກາດໃຫ້ພາກສ່ວນທຸລະກິດ ສາມາດຂະຫຍາຍເຄືອຂ່າຍການຮ່ວມມືຂອງຕົນ, ມີຜົນປະໂຫຍດດ້ານທຸລະກິດ ກໍຄືການພັດທະນາໄອຊີທີ ຂອງສອງປະເທດ. ໂດຍສະເພາະ ໃນສະພາບແຫ່ງຄວາມຫຍຸ້ງຍາກ ຕໍ່ມີການແຜ່ລະບາດ ຂອງພະຍາດ COVID-19 ແລະ ການຟຶ້ນຟູເສດຖະກິດ ໃນສະພາບການປ່ຽນແປງໃໝ່ ຂອງຍຸກການຫັນເປັນດິຈິຕອນ ທີ່ນັບມື້, ນັບຫຼາຍຂື້ນ ໃນ ສປປ ລາວ ກໍ່ຄື ພາກພື້ນ ແລະ ສາກົນ.
ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວວ່າ: ໃນໄລຍະຜ່ານມາ ສປປ ລາວ ກໍ່ຄືກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກໍ່ໄດ້ຮັບການສະໜັບສະໜູນຊ່ວຍເຫລືອ ຈາກລັດຖະບານອິນເດຍ ໂດຍການສ້າງຕັ້ງສູນຝຶກອົບຮົມ ແລະ ພັດທະນາຊອບແວ. ພ້ອມກັນນັ້ນ, ຍັງໄດ້ຈັດຕັ້ງຝຶກອົບຮົມ ໃຫ້ພະນັກງານ-ລັດຖະກອນ ໃນຫລັກສູດການພັດທະນາຊອບແວຕ່າງໆ ແຕ່ປີ 2018 ເປັນຕົ້ນມາ ພາຍໃຕ້ການຄຸ້ມຄອງຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ພ້ອມດຽວກັນນັ້ນ ຍັງມີການຮ່ວມມືກັນທາງດ້ານໄອຊີທີ ບໍ່ວ່າຈະເປັນພາກລັດ ຫຼື ເອກະຊົນ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາ ແລະ ແລກປ່ຽນບົດຮຽນ ເພື່ອໃຫ້ການຂະຫຍາຍຕົວທາງເສດຖະກິດຂອງສອງປະເທດ ລາວ-ອິນເດຍ ຜ່ານການແບ່ງປັນປະສົບການ ແລະ ການເພີ່ມທະວີການຮ່ວມມື ໃຫ້ນັບມື້ນັບຫລາຍຂຶ້ນ ໂດຍສະເພາະ ການສະໜັບສະໜູນ ທາງດ້ານງົບປະມານ ໃນແຜນງານການເຊື່ອມໂຍງ ເຊື່ອມຈອດດ້ານລະບົບດິຈິຕອນ ເພື່ອຫັນ ສປປ ລາວ ເປັນປະເທດບໍລິການທາງຜ່ານ ດ້ານເຕັກໂນໂລຊີສື່ສານ ຂໍ້ມູນຂ່າວສານ ຫລື ເຕັກໂນໂລຊີດິຈິຕອນ.
ຂ່າວໂດຍ: ກົມແຜນການ ແລະ ການຮ່ວມມື.
ກວດແກ້: ພະແນກເລຂານຸການ-ພິທີການ, ຫ້ອງການກະຊວງ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ