ກອງປະຊຸມ ເຈົ້າໜ້າທີ່ອາວຸໂສດິຈິຕອນ ແລະ ເຈົ້າໜ້າທີ່ອາວຸໂສດັດສົມໂທລະຄົມ ອາຊຽນ ຄັ້ງທີ 01.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 47 ຄັ້ງ | ເວລາ | 2024-12-22 00:00:00
ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ຕສ) ໄດ້ເຂົ້າຮ່ວມ ກອງປະຊຸມ ເຈົ້າໜ້າທີ່ອາວຸໂສດິຈິຕອນ ແລະ ເຈົ້າໜ້າທີ່ອາວຸໂສດັດສົມໂທລະຄົມ ອາຊຽນ ຄັ້ງທີ 01 (The 1st ASEAN Digital Senior Officials’ Meeting (ADGSOM)-ASEAN Telecommunication Regulators’ Council (ATRC) Leaders’ Retreat of 2021) ໂດຍ ຜ່ານລະບົບກອງປະຊຸມທາງໄກ, ໃນວັນທີ 07 ເມສາ 2021 ທີ່ ຕຶກກະຊວງ ຕສ. ໂດຍການນໍາພາເຂົ້າຮ່ວມຂອງ ທ່ານ ນາງ ພາວັນນາ ດວງບຸບຜາ ຮອງຫົວໜ້າ ກົມແຜນການ ແລະ ການຮ່ວມມື, ກະຊວງ ຕສ ໃນນາມຕົວແທນ ເຈົ້າໜ້າທີ່ອາວຸໂສ ດິຈິຕອນ ສປປ ລາວ ແລະ ເປັນເຈົ້າພາບກອງປະຊຸມໂດຍທ່ານ ນ. ອາຈາຣິນ ພັດທະນາພັນໄຊ (Ajarin Pattanapanchai), ຫົວໜ້າຫ້ອງການກະຊວງ ເສດຖະກິດ-ສັງຄົມ ດິຈິຕອນ ແຫ່ງປະເທດໄທ ແລະ ເປັນປະທານໂດຍ ທ່ານ ດາໂຕ ສຣີ ໂມຮຳມັດ ເມັນເຕັກ (Dato’ Sri Mohammad Mentek), ເຈົ້າໜ້າທີ່ອາວຸໂສ ດິຈິຕອນ ມາເລເຊຍ ພ້ອມກັບບັນດາພາກສ່ວນກ່ຽວຂ້ອງ ແລະ ບັນດາປະເທດສະມາຊິກອາຊຽນ.
ກອງປະຊຸມໃນຄັ້ງນີ້ ແມ່ນກອງປະຊຸມຮອບວຽນ ເພື່ອປຶກສາຫາລື ສະພາບການພັດທະນາດິຈິຕອນ ແລະ ທິດທາງໃນຕໍ່ໜ້າ ຂອງແຕ່ລະປະເທດສະມາຊິກອາຊຽນ ເພື່ອຕອບຖະແຫຼງການຂອງບັນດາຜູ້ນຳປະເທດສະມາຊິກອາຊຽນ ກ່ຽວກັບການກ້າວໄປສູ່ການຫັນເປັນທັນສະໄໝ ດ້ານລະບົບດິຈິຕອນ, ຮັບຟັງການລາຍງານຄວາມຄືບໜ້າ ບັນດາໂຄງການ ແລະ ກິດຈະກຳ ທີ່ກໍາລັງຈັດຕັ້ງປະຕິບັດ ສົກປີ 2021, ກໍານົດທິດທາງ ແລະ ກິດຈະກຳ ສຳລັບປີ 2022, ຮັບຝັງຜົນການລາຍງານ ແລະ ທິດທາງຈາກ ກອງປະຊຸມສຸດຍອດ ຜູ້ນໍາອາຊຽນ (ASEAN SUMMIT), ປຶກສາຫາລືກ່ຽວກັບແຜນບູລິມະສິດ ແຜນແມ່ບົດດິຈິຕອນ ຮອດປີ 2025, ການຈັດຕັ້ງປະຕິບັດແຜນການຕ່າງໆ ຮ່ວມກັນໃນຂອບ ອາຊຽນດິຈິຕອນ ແລະ ການຮ່ວມມື ກັບບັນດາປະເທດຄູ່ຮ່ວມມື.
ສໍາລັບ ສປປ ລາວ ກໍ່ຄື ກະຊວງ ຕສ ໄດ້ຮັບ 02 ກິດຈະກຳ ໃນສົກປີ 2021 ຄື: (1)ກິດຈະກຳ ບລັອກເຊນ/Block Chain For The Digital Government-The ASEAN Ways ແລະ (2)ກິດຈະກຳ ເຜີຍແຜ່ແຜນແມ່ບົດດິຈິຕອນ ອາຊຽນ 2025 ສຳລັບພາຍໃນ. ພ້ອມນີ້, ສປປ ລາວ ຍັງໄດ້ສະເໜີ ແຜນກິດຈະກຳ ສົກປີ 2022 ລວມມີ 02 ກິດຈະກຳໃຫມ່ ຄື: (1)ການປະເມີນເສດຖະກິດສຳລັບການອຳນວຍຄວາມສະດວກໃຫ້ແກ່ການນຳໃຊ້ບໍລິການດິຈິຕອນ ທີ່ຈະຊ່ວຍໃນການຟື້ນຕົວ ຫຼັງຈາກການລະບາດຂອງ ພະຍາດ COVID-19 ແລະ (2)ການສ້າງມາດຕະຖານຂໍ້ມູນຂ່າວສານ ແລະ ການແລກປ່ຽນຂໍ້ມູນໄພພິບັດ ລະຫວ່າງອາຊຽນ. ພ້ອມນີ້, ຍັງມີບັນຫາສຳຄັນອື່ນໆ ທີ່ໄດ້ຍົກຂຶ້ນມາ ເພື່ອປຶກສາຫາລືແລກປ່ຽນຄວາມຄິດເຫັນ ເຊັ່ນ: ວຽກຄວາມປອດໄພທາງໄຊເບີ (Cyber Security), ວຽກງານຄຸ້ມຄອງຂໍ້ມູນຂ່າວສານຂ້າມແດນ (Data Governance), ການພັດທະນາເຕັກໂນໂລຊີ 5G, ບັນດາວຽກທີ່ເປັນພື້ນຖານໃຫ້ແກ່ ເສດຖະກິດດິຈິຕອນ ແລະ ການຫັນເປັນທັນສະໄໝ ໃນອາຊຽນ, ການນຳໃຊ້ໄອຊີທີ ເຂົ້າໃນການຟື້ນໂຕ ຈາກຜົນກະທົບຂອງ ການລະບາດຂອງ ພະຍາດ COVID-19, ວຽກການສົ່ງເສີມການນຳໃຊ້ ໄອຊີທີ ແລະ ຜັກດັນການພັດທະນາຂອງຂະແໜງການ.
ຊຶ່ງກອງປະຊຸມດັ່ງກ່າວນີ້ ແມ່ນຈະຈັດຂື້ນ ປີລະ 2 ຄັ້ງ ຄື: ກອງປະຊຸມ ເຈົ້າໜ້າທີ່ອາວຸໂສດິຈິຕອນ ແລະ ເຈົ້າໜ້າທີ່ອາວຸໂສດັດສົມໂທລະຄົມ ອາຊຽນ ຄັ້ງທີ 01 ແລະ ຄັ້ງທີ 02 (ໃນເດືອນສິງຫາ) ເພື່ອກະກຽມເນື້ອໃນໃຫ້ແກ່ ກອງປະຊຸມລັດຖະມົນຕີດິຈິຕອນ ອາຊຽນ (ໃນເດືອນພະຈິກ) ໂດຍສະເພາະການຮັບຮອງການປ່ຽນຈາກ ICT ເປັນ DIGITAL.
ຂ່າວໂດຍ: ພະແນກອາຊຽນ, ກົມແຜນການ ແລະ ການຮ່ວມມື.
ພາບ+ກວດແກ້: ພະແນກເລຂານຸການ-ພິທີການ, ຫ້ອງການກະຊວງ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ