ອດທ ສະຫຼຸບວຽກງານປະຈຳປີ 2020 ແລະ ວາງທິດທາງແຜນການ ປີ 2021.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 33 ຄັ້ງ | ເວລາ | 2024-12-24 00:00:00
ອົງການດັດສົມໂທລະຄົມມະນາຄົມ (ອດທ), ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານປະຈຳປີ 2020 ແລະ ທິດທາງແຜນການຈັດຕັ້ງປະຕິບັດວຽກງານປະຈຳປີ 2021 ຂຶ້ນ ໃນວັນທີ 24 ກຸມພາຜ່ານມານີ້, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ໂດຍການເປັນປະທານຮ່ວມຂອງ ສະຫາຍ ບຸນສະເຫຼີມໄຊ ເຄນນາວົງ, ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງ ປທສ ແລະ ທ່ານ ສຸດໃຈ ລໍລອນສີ, ຮັກສາການ ຫົວໜ້າ ອດທ, ມີບັນດາຄະນະກົມ/ທຽບເທົ່າ, ບັນດາບໍລິສັດຜູ້ໃຫ້ບໍລິການໂທລະຄົມມະນາຄົມ, ບໍລິສັດຜູ້ໃຫ້ບໍລິການອິນເຕີເນັດ ປະເພດ I ແລະ II ພ້ອມດ້ວຍພະນັກງານພາຍໃນອົງການເຂົ້າຮ່ວມ.
ທ່ານ ສຸດໃຈ ລໍລອນສີ ຮັກສາການ ໄດ້ຜ່ານບົດສະຫຼຸບການ ເຄື່ອນໄຫວວຽກງານປະຈຳປີ 2020 ແລະ ທິດທາງແຜນການປະຈຳປີ 2021 ຂອງອົງການດັດສົມໂທລະຄົມມະນາຄົມ, ໂດຍທ່ານໄດ້ຍົກໃຫ້ເຫັນຫຼາຍຜົນງານພົ້ນເດັ່ນທີ່ຍາດມາໄດ້ໃນໜື່ງປີທີ່ຜ່ານມາ ເປັນຕົ້ນ: ສ້າງນິຕິກຳໃໝ່ໄດ້ 02 ສະບັບ, ປັບປຸງນິຕິກໍາເພື່ອໃຫ້ທັນກັບສະພາບໄດ້ຈຳນວນ 03 ສະບັບ, ກໍາລັງສ້າງ ແລະ ປັບປຸງຈໍານວນ 05 ສະບັບ, ການຂື້ນທະບຽນເລກໝາຍໂທລະສັບ ດ້ານນິຕິກຳ ແລະ ລະບົບເຕັກນິກ ສຳເລັດ 100% ເຊິ່ງຮອດວັນທີ 23 ກຸມພາ 2021 ມີຍອດຂື້ນທະບຽນເລກໝາຍໂທລະສັບທັງໝົດ 2.782.335 ເລກໝາຍ, ສາມາດສ້າງລາຍຮັບ ເພື່ອມອບເຂົ້າງົບປະມານແຫ່ງລັດ ໄດ້ທັງໝົດ 24.345.982.500 ກີບ, ຊຸກຍູ້ໃຫ້ບໍລິສັດໂທລະຄົມມະນາຄົມຂະຫຍາຍພື້ນທີ່ໃຫ້ບໍລິການຢູ່ 06 ບ້ານທີ່ຍັງບໍ່ທັນມີສັນຍານ ຂອງແຂວງໄຊສົມບູນ ສໍາເລັດໄດ້ 95%, ສໍາເລັດສ້າງເວັບໄຊ ແລະ ຖານຂໍ້ມູນ ຂອງ ອດທ.
ພ້ອມນີ້, ທ່ານຍັງຍົກໃຫ້ເຫັນສະພາບຕະຫຼາດໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຊັ່ນ: ປະຈຸບັນ ສປປ ລາວ ມີຜູ້ໃຫ້ບໍລິການໂທລະຄົມມະນາຄົມ ທັງໝົດ 4 ບໍລິສັດ, ຜູ້ໃຫ້ບໍລິການອິນເຕີເນັດ ປະເພດ 1: 7 ບໍລິສັດ, ປະເພດ 2: 7 ບໍລິສັດ ແລະ ປະເພດ 3: 14 ບໍລິສັດ, ມີລະບົບສູນກາງໂທລະສັບມືຖື ທີ່ສາມາດຮອງຮັບລູກຄ້າໄດ້ 7ລ້ານກ່ວາລູກຄ້າ, ມີສະຖານີຮັບສົ່ງສັນຍານໂທລະສັບມືຖື ທັງໝົດ 9,680 ສະຖານີ ທຽບໃສ່ປີ 2019 ເພີ່ມຂື້ນ 1,798 ສະຖານີ, ທົ່ວປະເທດມີຈຸດເຊື່ອມຕໍ່ອອກຕ່າງປະເທດ ຂອງຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ທັງໝົດ 44 ຈຸດ.
ໃນຕອນທ້າຍ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ, ຊຶ່ງກ່ອນອຶ່ນໝົດ ທ່ານໄດ້ສະແດງຄວາມຍ້ອງຍໍ ແລະ ຊົມເຊີຍຕໍ່ບັນດາຜົນສຳເລັດ ທີ່ ອດທ ຍາດມາໄດ້ ໃນການເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ຊີ້ນໍາ-ນໍາພາ ປະກອບສ່ວນຢ່າງຕັ້ງໜ້າ. ພ້ອມນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ສືບຕໍ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ຕໍ່ສະມາຊິກພັກກໍ່ຄືພະນັກງານພາຍໃນອົງການ ໃຫ້ມີຄວາມຫ້າວຫັ້ນ, ມີຄວາມຮັບຜິດຊອບ ແລະ ເປັນເຈົ້າການໃນການປະຕິບັນໜ້າທີ່ ທີ່ໄດ້ຮັບການມອບໝາຍ, ໃຊ້ເວລາຫວ່າງໃນການຊອກຫາ, ຮຽນຮູ້, ສຶກສາວິທີການສ້າງເສດຖະກິດຄອບຄົວດ້ວຍຫຼາຍຮູບການ ເປັນຕົ້ນ ການເຮັດກະສິກຳ ແລະ ການຄ້າ ໂດຍນຳໃຊ້ເຕັກໂນໂລຊີ, IoT ເຂົ້າຊ່ວຍ ແລະ ການສ້າງທຸລະກິດສະຕາດອັບ (Start-Up) ຕ່າງໆ ຄຽງຄູ່ກັບການ ມີສະຕິຕໍ່ການນຳໃຊ້ສື່ສັງຄົມອອນລາຍ ແລະ ພ້ອມກັນສືບຕໍ່ເສີມຂະຫຍາຍສະຕິປັນຍາ ແລະ ຫົວຄິດປະດິດສ້າງຂອງຕົນເຂົ້າໃນການພັດທະນາໜ້າທີ່ຕາມຄວາມຮັບຜິດຊອບໃຫ້ໄດ້ຮັບຜົນສໍາເລັດຍິ່ງໆຂຶ້ນ.
ຂ່າວ: ອດທ.
ພາບ: ຫ້ອງການກະຊວງ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ