ປທສ ຝຶກອົບຮົມການຕິດຕັ້ງ ແລະ ນຳໃຊ້ລະບົບລາຍເຊັນເອເລັກໂຕຣນິກ (e-Signature)
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 34 ຄັ້ງ | ເວລາ | 2024-12-22 00:00:00
ໃນຕອນເຊົ້າ ວັນທີ 11 ກຸມພາຜ່ານມານີ້, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ເປີດຊຸດຝຶກອົບຮົມການຕິດຕັ້ງ ແລະ ນຳໃຊ້ລະບົບລາຍເຊັນເອເລັກໂຕຣນິກ (e-Signature) ຜ່ານລະບົບຄອມພິວເຕີ ແລະ ລະບົບຫ້ອງການທັນສະໄໝ (e-Office) ໃຫ້ກັບບັນດາຫົວໜ້າກົມ, ຮອງກົມ/ທຽບເທົ່າ ພາຍໃນ ກະຊວງ ປທສ, ໂດຍການເປັນປະທານເປີດຂອງ ທ່ານ ປອ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງ ປທສ. ເຊິ່ງມີຜູ້ເຂົ້າຮ່ວມຈາກ 13 ກົມ/ທຽບເທົ່າພາຍໃນກະຊວງ ປທສ ຈຳນວນທັ້ງໝົດ 52 ທ່ານ.
ການຝຶກອົບຮົມໃນຄັ້ງນີ້, ແມ່ນໄດ້ແນະນຳກ່ຽວກັບພາບລວມຂອງລະບົບລາຍເຊັນເອເລັກໂຕຣນິກ, ຂະບວນການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ Certificate Authority (CA) ແລະ ການນຳໃຊ້ເຂົ້າໃນລະບົບຕ່າງໆ ໂດຍສະເພາະແມ່ນການຕິດຕັ້ງ ແລະ ການນຳໃຊ້ຜ່ານລະບົບຫ້ອງການທັນສະໄໝ ໃຫ້ກັບຫົວໜ້າກົມ, ຮອງກົມ/ທຽບເທົ່າ ເພື່ອໃຫ້ສາມາດນຳໃຊ້ເຂົ້າໃນການຄຸ້ມຄອງ, ບໍລິຫານເອກະສານ ຂອງແຕ່ລະພາກສ່ວນ ເພື່ອການຫັນເປັນທັນສະໄໝ ແລະ ທັງເປັນຕົວແບບຂອງການນຳໃຊ້ລະບົບດັ່ງກ່າວ ໃຫ້ແກ່ບັນດາກະຊວງ/ອົງການທຽບເທົ່າອຶ່ນໆ. ຊຶ່ງຄຸນສົມບັດຂອງລາຍເຊັນເອເລັກໂຕຣນິກ ແມ່ນສາມາດພິສູດວ່າໃຜເປັນຄົນລົງລາຍເຊັນ (Signer Authentication), ໃນເອກະສານຈະມີຂໍ້ມູນທີ່ບົ່ງບອກເຖິງບຸກຄົນທີ່ເຊັນເອກະສານ, ສາມາດໃຊ້ໃນການກວດສອບ ຫຼື ພິສູດໄດ້ວ່າມີການແກ້ໄຂເອກະສານຫຼັງຈາກທີ່ໄດ້ມີການເຊັນໄປແລ້ວ ຫຼື ບໍ່ (Data Integrity) ແລະ ບໍ່ສາມາດປະຕິເສດຄວາມຮັບຜິດຊອບໄດ້ (Non-repudiation) ເນື່ອງຈາກວ່າລາຍເຊັນທີ່ສ້າງຂຶ້ນມີເອກະລັກ ທີ່ສາມາດພິສູດໄດ້ວ່າໃຜເປັນຜູ້ເຊັນເອກະສານ.
ການນຳໃຊ້ລະບົບ e-Signature ເຂົ້າໃນລະບົບຫ້ອງການທັນສະໄໝ ຈະເປັນຈຸດເລີ່ມຕົ້ນຂອງການນຳໃຊ້ ລະບົບການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ເພື່ອໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍ ລາຍເຊັນເອເລັກໂຕຣນິກ ສະບັບເລກທີ 59/ສພຊ, ລົງວັນທີ 12 ທັນວາ 2018 ແລະ ຂໍ້ຕົກລົງ ວ່າດ້ວຍ ການດຳເນີນກິດຈະການລາຍເຊັນເອເລັກໂຕຣນິກ ສະບັບເລກທີ 1101/ປທສ, ລົງວັນທີ 29 ພຶດສະພາ 2020. ເຊິ່ງຈະອຳນວຍຄວາມສະດວກໃຫ້ກັບບັນດາຫົວໜ້າກົມ, ຮອງຫົວໜ້າກົມ/ທຽບເທົ່າ ໃນການເຊັນເອກະສານອອນລາຍຜ່ານລະບົບ, ສາມາດເຮັດວຽກ ແລະ ເຊັນເອກະສານໄດ້ທຸກທີ່, ທຸກເວລາ ແຕ່ຍັງຮັກສາໄດ້ຄວາມປອດໄພ ແລະ ສາມາດຢັ້ງຢືນຕົວຕົນ ເຈົ້າຂອງລາຍເຊັນໄດ້. ພ້ອມດຽວກັນນີ້, ຍັງໄດ້ມີການແລກປ່ຽນຄຳຄິດເຫັນ, ການຕັ້ງຄຳຖາມ-ຕອບ ປຶກສາຫາລື ບັນຫາຕ່າງໆ ທີ່ກ່ຽວຂ້ອງເຖິງການຄຸ້ມຄອງ, ການນໍາໃຊ້ ແລະ ພັດທະນາ ລະບົບທັນສະໄໝ ໂດຍສະເພາະການນຳໃຊ້ກັບລະບົບ e-Signature ເພື່ອໃຫ້ສາມາດນຳໃຊ້ ເຂົ້າໃນວຽກງານໃຫ້ມີທັນສະໄໝ, ຄວາມປອດໄພ ແລະ ມີປະສິດຕິພາບ.
ຂ່າວໂດຍ: ສູນບໍລິຫານລັດດ້ວຍເອເລັກໂຕຣນິກ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ