ພິທີເຊັນສັນຍາຕົວແທນຜູ້ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 34 ຄັ້ງ | ເວລາ | 2024-12-22 00:00:00
ໃນຕອນເຊົ້າຂອງວັນທີ 28 ມັງກອນ 2021 ນີ້, ທີ່ ສູນອິນເຕີເນັດແຫ່ງຊາດ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ), ໄດ້ມີພິທີລົງນາມເຊັນສັນຍາຕົວແທນ ໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທີ່ທັນສະໄຫມ ໃນ ສປປ ລາວ ລະຫວ່າງ ບໍລິສັດ ວິນເທັກສ ຈໍາກັດ ແລະ ບໍລິສັດ ສະຕາຣ ໂທລະຄົມ (Unitel), ໂດຍມີ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງ ປທສ, ມີບັນດາຫົວໜ້າກົມ/ທຽບເທົ່າ ອ້ອມຂ້າງກະຊວງ ປທສ, ຄະນະອຳນວຍການ ບໍລິສັດ ວິນເທັກສ ແລະ ບໍລິສັດ ສະຕາຣ ໂທລະຄົມ ຈຳກັດ ພ້ອມດ້ວຍບັນດາຄະນະນຳ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.
ໃນຍຸກ New Normal ການນຳໃຊ້ເຕັກໂນໂລຊີດິຈິຕອນ ແມ່ນຈຳເປັນ ແລະ ຂາດບໍ່ໄດ້, ຄວາມຕ້ອງການໃນການຊົມໃຊ້ລາຍເຊັນເອເລັກໂຕຣນິກ ແມ່ນມີຈຳນວນຫຼາຍ ໃນຫຼາກຫຼາຍຂົງເຂດວຽກງານທີ່ແຕກຕ່າງກັນ, ເຮັດໃຫ້ບໍ່ທັນສາມາດຕອບສະ ໜອງສັງຄົມໄດ້ຢ່າງພຽງພໍ. ດັ່ງນັ້ນ, ກະຊວງ ປທສ ຈຶ່ງໄດ້ມອບໃຫ້ ສູນອິນເຕີເນັດແຫ່ງຊາດ ຮ່ວມມືກັບ ບໍລິສັດ ວິນເທັກສ ຈຳກັດ ຊ່ວຍສົ່ງເສີມ ການນຳໃຊ້ລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກໃຫ້ແກ່ພາກສ່ວນທົ່ວໄປ (Public CA) ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ການນຳໃຊ້ຂອງສັງຄົມ, ພ້ອມທັງຮັບປະກັນ ໃຫ້ມີການພັດທະນາຢ່າງຕໍ່ເນື່ອງ ແລະ ຍືນຍົງ.
ໄລຍະຜ່ານມາ, ລັດຖະບານ ກໍ່ໄດ້ຮັບຮອງເອົາກົດໝາຍວ່າດ້ວຍລາຍເຊັນເອເລັກໂຕນິກ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕ້ັງປະຕິບັດວຽກງານ ການພັດທະນາລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ ໂດຍການນຳໃຊ້ເຕັກໂນໂລຊີ Public Key Infrastructure (PKI). ພ້ອມນີ້, ກະຊວງ ປທສ ກໍ່ໄດ້ມີການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ ໃຫ້ແກ່ພາກລັດ (Government CA) ໃນການນຳໃຊ້ເຂົ້າໃນການບໍລິການຕ່າງໆ ເປັນຕົ້ນ: ລະບົບ e-Office, e-License ພາຍໃນກະຊວງ ປທສ ແລະ ນຳໃຊ້ເຊັນອະນຸມັດການອອກວີຊາ ໃນລະບົບ e-Visa ຂອງກະຊວງການຕ່າງປະເທດ. ໃນປັດຈຸບັນ ກໍ່ກຳລັງຕິດຕັ້ງເຂົ້າໃນລະບົບ TaxRIS ຂອງກະຊວງການເງິນ, ບັນດາທະນາຄານ ແລະ ອີກຫຼາຍພາກສ່ວນທີ່ມີຄວາມພ້ອມໃນການຫັນເປັນທັນສະໄໝທາງດ້ານດິຈິຕອນ.
ການຮ່ວມມື ລະຫວ່າງ ສອງບໍລິສັດ ໃນຄັ້ງນີ້, ຈະເປັນຈຸດລິເລີ່ມໃນການໃຫ້ບໍລິການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ (Public CA) ໃຫ້ແກ່ສັງຄົມ ໃນ ສປປ ລາວ ຢ່າງເປັນຮູບປະທຳ ເພື່ອໃຫ້ລູກຄ້າ ມີຄວາມສະດວກສະບາຍໃນການຮັບຮອງລາຍເຊັນເອເລັກໂຕຣນິກ ແລະ ນໍາໃຊ້ເຂົ້າໃນວຽກງານໃຫ້ເກີດປະໂຫຍດສູງສຸດ.
ບໍລິສັດ ສະຕາຣ ໂທລະຄົມ ກໍ່ແມ່ນບໍລິສັດທີ່ມີຄວາມນຳໜ້າທາງດ້ານເຕັກໂນໂລຊີ ແລະ ໄດ້ພັດທະນາພື້ນຖານໂຄງລ່າງລະບົບເຄືອຂ່າຍ ໂທລະຄົມມະນາຄົມ ໃນຂອບເຂດທົ່ວປະເທດ ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ, ໄດ້ປະກອບສ່ວນ ໃນການສະໜອງບໍລິການທາງດ້ານໂທລະຄົມມະນາຄົມ ໃຫ້ແກ່ສັງຄົມ ແລະ ໄດ້ກາຍເປັນບໍລິສັດ ທີ່ນອນຢູ່ໃນລະດັບແຖວໜ້າຂອງ ສປປ ລາວ ມີພື້ນທີ່ປົກຄຸ້ມສັນຍານກວ້າງຂວາງ, ມີລະບົບເຄືອຂ່າຍ ສາມາດຮັບໃຊ້ໃຫ້ລູກຄ້າໄດ້ຈຳນວນຫຼາຍ.
ຂ່າວ: ສູນອິນເຕີເນັດແຫ່ງຊາດ, ປທສ.
ພາບ: ຫ້ອງການກະຊວງ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ