ທ່ານ ບຸນສະເຫຼີມໄຊ ເຄນນາວົງ ເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີດິຈິຕອນ ອາຊຽນ ຄັ້ງທີ 1 ແລະ ກອງປະຊຸມປິ່ນອ້ອມ.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 34 ຄັ້ງ | ເວລາ | 2024-12-22 00:00:00
ທ່ານ ບຸນສະເຫຼີມໄຊ ເຄນນາວົງ, ຮອງລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້້າຮ່ວມກອງປະຊຸມທາງໄກລັດຖະມົນຕີ ດິຈິຕອນອາຊຽນ ຄັ້ງທີ 1 ແລະ ກອງປະຊຸມປິ່ນອ້ອມ (The 1st ASEAN Digital Ministers Meeting and Related Meetings), ພາຍໃຕ້ຄຳຂວັນ ‘‘ ການເຊື່ອມໂຍງ ແລະ ເຊື່ອມຈອດ ດິຈິຕອນ ຂອງປະຊາຄົມອາຊຽນ’’ (ASEAN A Digitally Connected Community) ຜ່ານລະບົບກອງປະຊຸມທາງໄກ. ຊຶ່ງໄດ້ເປີດຂື້ນຢ່າງເປັນທາງການໃນວັນທີ 21 ມັງກອນ 2021 ນີ້ ແລະ ໄດ້ດຳເນີນໄປເປັນເວລາ 02 ວັນ (ລະຫວ່າງວັນທີ 21-22 ມັງກອນ 2020). ໂດຍການເປັນປະທານຂອງທ່ານ Dato' Saifuddin Bin Abdullah, ລັດຖະມົນຕີ ກະຊວງການສື່ສານ ແລະ ສື່ສານມວນຊົນ, ປະເທດມາເລເຊຍ. ມີບັນດາລັດຖະມົນຕີສະມາຊິກອາຊຽນ 10 ປະເທດ, ເລຂາທິການໃຫຍ່ອາຊຽນ ແລະ ປະເທດຄຸ່ຮ່ວມເຈລະຈາ ເປັນຕົ້ນ: ສປ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ມີບັນດາ ຫົວໜ້າຫ້ອງການ, ຫົວໜ້າກົມ/ທຽບເທົ່າ ແລະ ວິຊາການທີ່ຮັບຜິດຊອບກ່ຽວກັບວຽກງານ ໄອຊີທີ ແລະ ດິຈິຕອນ ຈາກບັນດາປະເທດສະມາຊິກເຂົ້າຮ່ວມ.
ໃນໂອກາດດຽວກັນນີ້, ທ່ານ ບຸນສະເຫຼີມໄຊ ເຄນນາວົງ, ຕາງໜ້າ ສປປ ລາວ ໄດ້ກ່າວອຳລາຕຳແໜ່ງປະທານຮອບວຽນໃນຖານະ ສປປ ລາວ ໄດ້ຮັບເປັນປະທານຮອບວຽນກອງປະຊຸມລັດຖະມົນຕີໄອຊີທີ ຄັ້ງຜ່ານມາ ເປັນເວລາ 14 ເດືອນ ແລະ ກ່າວຮັບໂດຍ ປະເທດມາເລເຊຍ, ພ້ອມນີ້, ສປປ ລາວ ໄດ້ກ່າວຂອບໃຈບັນດາປະເທດສະມາຊິກອາຊຽນ ແລະ ປະເທດຄູ່ຮ່ວມເຈລະຈາ, ກອງເລຂາອາຊຽນໃນການສະໜັບສະໜູນ ແລະ ເອົາໃຈໃສ່ ຮ່ວມກັນໃນການຈັດຕັ້ງປະຕິບັດແຜນວຽກໃຫ້ບັນລຸໄດ້ ຕະຫຼອດໄລຍະໜື່ງປີຜ່ານມາທ່າມກາງສະພາບຄວາມຫຍຸ້ງຍາກ ຂອງໂລກລະບາດ, ແຕ່ຂະແໜງການຂອງພວກເຮົາຍັງສາມາດປະຕິບັດໄດ້ລຶ່ນຄາດໝາຍທີ່ໄດ້ວາງໄວ້ ພາຍໃຕ້ການເປັນປະທານຂອງ ສປປ ລາວ, ຊຶ່ງມີບັນດາກິດຈະກຳທີ່ພົ້ນເດັນ ເຊັ່ນ: ບັນດາກິດຈະກຳສົ່ງເສີມການຮ່ວມມືທາງດ້ານເສດຖະກິດ ດິຈິຕອນ ລະຫວ່າງອາຊຽນ ແລະ ສປ ຈີນ, ການຮັບຮອງພາລະບົດບາດຂອງຄະນະເຮັດວຽກດ້ານຄວາມປອດໄພທາງໄຊເບີຂ້າມຂະແໜງການ, ການປຶກສາຫາລືກ່ຽວກັບການເຄື່ອນຍ້າຍຂໍ້ມູນຂ້າມພົມແດນ, ລະບົບ Over the Top (OTT) ແລະ ສະຫຼຸບການຈັດຕັ້ງປະຕິບັດໃນ 05 ປີຜ່ານມາ, ຮ່າງແຜນການ 05 ປີ ໃນຕໍ່ໜ້າ ແລະ ສະຫຼຸບແຜນການຮ່ວມມືກັບບັນດາປະເທດຄູ່ຮ່ວມເຈລະຈາ.
ກອງປະຊຸມຄັ້ງນີ້ ແມ່ນເປັນກອງປະຊຸມຄັ້ງປະຖົມມະເລີກ ພາຍຫຼັງໄດ້ປ່ຽນຊື່ ກອງປະຊຸມລັດຖະມົນຕີໄອຊີທີອາ ຊຽນ (TELMIN) ມາເປັນ ກອງປະຊຸມລັດຖະມົນຕີດິຈິຕອນ (ADGMIN), ພ້ອມດຽວກັນນີ້, ບັນດາລັດຖະມົນຕີ ອາຊຽນໄດ້ມີການປຶກສາຫາລື ແລະ ປ່ຽນສະພາບການພັດທະນາດິຈິຕອນ ລວມເຖິງລາຍງານຄວາມຄືບໜ້າ ການພັດທະນາ ດ້ານນະໂຍບາຍ ແລະ ລະບຽບການຂອງແຕ່ລະປະເທດ. ທົບທວນຄືນ ການຈັດຕັ້ງປະຕິບັດ ວຽກງານ ຄວາມປອດໄພທາງໄຊເບີ, ການຫັນເປັນດິຈິຕອນ, ເສດຖະກິດດິຈິຕອນ, ພື້ນຖານໂຄງລ່າງຂໍ້ມູນຂ່າວສານທີ່ສຳຄັນ, ນະວັດຕະກຳດິຈິຕອນ, ການບໍລິຫານຂໍ້ມູນພາກລັດ ແລະ ບັນດາແຜນງານທີໄດ້ຈັດຕັ້ງປະຕິບັດ ຮ່ວມກັນປະເທດ ຄູ່ຮ່ວມພັດທະນາ ແລະ ຜູ້ປະກອບການພາກເອກະຊົນ ເພື່ອສ່ົງເສີມໃຫ້ ວຽກງານດິຈິຕອນ ຂັບເຂື່ອນ ເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວ ແລະ ຮັບປະກັນຄວາມ ສອດຄ່ອງກັບເປົ້າໝາຍປະຊາຄົມອາຊຽນ.
ຂ່າວໂດຍ: ພະແນກອາຊຽນ, ກົມແຜນການ ແລະ ການຮ່ວມມື.
ພາບໂດຍ: ຫ້ອງການກະຊວງ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ