ກອງປະຊຸມທາງໄກ ເຈົ້າໜ້າທີ່ອາວຸໂສດິຈິຕອນ ອາຊຽນ ຄັ້ງທີ 1
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 39 ຄັ້ງ | ເວລາ | 2024-12-22 00:00:00
ກົມແຜນການ ແລະ ການຮ່ວມມື, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ພ້ອມດ້ວຍຄະນະຜູ້ແທນ ADGSOM ສປປ ລາວ ເຂົ້້າຮ່ວມ ກອງປະຊຸມເຈົ້າໜ້າທີ່ອາວຸໂສດິຈິຕອນ ອາຊຽນ ແລະ ກອງປະຊຸມປິ່ນອ້ອມ ຄັ້ງທີ 1 (The 1st ASEAN Digital Senior Officials’ Meeting (ADGSOM) ແລະ ກອງປະຊຸມ ປຶກສາຫາລືກັບ 7 ປະເທດຄູ່ຮ່ວມພັດທະນາ ຄື: ສປ. ຈີນ, ຍີ່ປຸ່ນ, ສ. ເກົາຫຼີ, ອິນເດຍ, ສະຫະພາບເອີຣົບ, ສະຫະລັດອາເມລິກາ ແລະ ອົງການໂທລະຄົມມະນາຄົມສາກົນ, ຊຶ່ງຈັດຂຶ້ນໃນລະຫວ່າງ ວັນທີ 18-20 ມັງກອນ 2021ນີ້ ໂດຍຜ່ານລະບົບກອງປະຊຸມທາງໄກ.ພາຍໃຕ້ຄຳຂວັນ ‘‘ ການເຊື່ອມໂຍງ ແລະ ເຊື່ອມຈອດ ດິຈິຕອນ ຂອງປະຊາຄົມອາຊຽນ’’ (ASEAN A Digitally Connected Community). ໃຫ້ກຽດເປັນປະທານໂດຍ ທ່ານ Mohammad Bin Mentek, ເລຂາທິການໃຫຍ່, ກະຊວງ ການສື່ສານ ແລະ ສື່ສານມວນຊົນ, ປະເທດມາເລເຊຍ ມີບັນດາເຈົ້າໜ້າທີ່ອາວຸໂສດິຈິຕອນອາຊຽນ 10 ປະເທດ ແລະ ປະເທດຄູ່ຮ່ວມ ເຂົ້າຮ່ວມ.
ການເປີດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ຮັບຟັງການລາຍງານ ບັນດາກິດຈະກຳທີ່ໄດ້ຮັບການຈັດຕັ້ງປະຕິບັດ ໃນປີ 2020 ແລະ ແຜນການຮ່ວມມືໃນປີ 2021 ຮ່ວມກັນໃນອາຊຽນ, ໂດຍສະເພາະການກໍານົດທິດທາງໃນຕໍ່ໜ້າສຳລັບການຮ່ວມມື 05 ປີ (2021-2025). ໃນໂອກາດດຽວກັນນີ້, ທ່ານ ນາງ ພາວັນນາ ດວງບຸບຜາ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ໄດ້ຕາງໜ້າ ເຈົ້າໜ້າທີ່ອາວຸໂສດິຈິຕອນ ອາຊຽນ ສປປ ລາວ ກໍຄືຄະນະເຮັດວຽກຂອງ ກະຊວງ ປທສ ກ່າວອຳລາຕຳແໜ່ງປະທານຮອບວຽນ ກອງປະຊຸມເຈົ້າໜ້າທີ່ອາວຸໂສດິຈິຕອນ ອາຊຽນ ຂອງສົກປີ 2020 ເປັນເວລາ 14 ເດືອນ, ແລະ ກ່າວຮັບໂດຍ ທ່ານ Mohammad Bin Mentek, ພ້ອມນີ້, ສປປ ລາວ ກໍ່ໄດ້ກ່າວຂອບໃຈບັນດາປະເທດສະມາຊິກອາຊຽນ ແລະ ປະເທດຄູ່ຮ່ວມເຈລະຈາ, ກອງເລຂາອາຊຽນໃນການສະໜັບສະໜູນ ແລະ ເອົາໃຈໃສ່ ຮ່ວມກັນໃນການຈັດຕັ້ງປະຕິບັດແຜນວຽກໃຫ້ບັນລຸໄດ້ຕະຫຼອດໄລຍະໜື່ງປີຜ່ານມາທ່າມກາງສະພາບຄວາມຫຍຸ້ງຍາກຂອງໂລກລະບາດ ທີ່ທົ່ວໂລກກໍາລັງພະເຊີນ ແລະ ຮັບມືຢູ່. ໂດຍ ສຶບຕໍ່ເຊື່ອໝັ້ນ ຕໍ່ການຮ່ວມມືທີ່ດີ ຕ່າງຝ່າຍຕ່າງມີຜົນປະໂຫຍດ ຂອງອາຊຽນ, ເພື່ອນມິດຍຸດທະສາດ ໃນການຍາດແຍ່ງບົດຮຽນ ແລະ ການຊ່ວຍເຫຼືອ ເພື່ອນຳມາພັດທະນາ, ສ້າງສາປະເທດຊາດ. ໃນໂອກາດດຽວກັນ, ບັນດາປະເທດສະມາຊິກ ກໍ່ໄດ້ສະແດງຄຳຊົມເຊີຍ ແລະ ຂອບໃຈຕໍ່ການປະຕິບັດໜ້າທີ່ ຢ່າງມີຄວາມຮັບຜິດຊອບ ຂອງ ສປປ ລາວ. ນອກນີ້, ທີ່ປະຊຸມໄດ້ປຶກສາຫາລືບັນຫາສຳຄັນປິ່ນອ້ອມ ເປັນຕົ້ນ: ວຽກຄວາມປອດໄພທາງໄຊເບີຂ້າມຂະແໜງການ; ການຫັນເປັນທັນສະໄໝ ໃນອາຊຽນ ແລະ ສົ່ງເສີມການນຳໃຊ້ ດິຈິຕອນ ໃນຂະແໜງການອ້ອມຂ້າງ.
ຂ່າວໂດຍ: ພະແນກອາຊຽນ, ກົມແຜນການ ແລະ ການຮ່ວມມື.
ພາບໂດຍ: ຫ້ອງການກະຊວງ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ