ເວທີເສວະນາ ປຶກສາຫາລືນະວັດຕະກຳ ດ້ານໄອຊີທີ ລະຫວ່າງ ອາຊຽນ-ສປ. ຈີນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 38 ຄັ້ງ | ເວລາ | 2024-12-22 00:00:00
ໃນວັນທີ 17 ທັນວາຜ່ານມານີ້, ເຈົ້າໜ້າທີ່ອາວຸໂສດິຈິຕອນອາຊຽນ ແລະ ສປ. ຈີນ ໄດ້ຮ່ວມກັນ ຈັດງານສຳມະນາທາງໄກຂື້ນ ໃນຫົວຂໍ້ “ເວທີເສວະນາ ປຶກສາຫາລືນະວັດຕະກຳ ດ້ານໄອຊີທີ ລະຫວ່າງ ອາຊຽນ-ສປ. ຈີນ (ASEAN-China ICT Innovation Forum)” ຜ່ານລະບົບກອງປະຊຸມທາງໄກ. ເປັນປະທານໂດຍ ທ່ານ Huang Xiaorong (ຫວງ ຊຽວຫຼົງ), ຮອງເລຂາທິການໃຫຍ່ ແຂວງ ຢຸນນານ, ສປ. ຈີນ (Deputy Secretary General of Yunnan Povincial Government), ທ່ານ Liu Ziping (ລິວ ຈີ່ປິງ) ຮອງຫົວໜ້າກົມຮ່ວມມືສາກົນ, ກະຊວງອຸດສາຫະກຳ ແລະ ຂໍ້ມູນຂ່າວສານ ແຫ່ງ ສປ. ຈີນ (Deputy Director General of International Cooperation Department, Ministry of Industry and Information Technology (MIIT)) ແລະ ຝ່າຍ ສປປ ລາວ ເຂົ້າຮ່ວມໃນນາມຕາງໜ້າປະທານເຈົ້າໜ້າທີ່ອາວຸໂສ ດິຈິຕອນອາຊຽນ ຂອງ ສປປ ລາວ ແລະ ກ່າວເປີດກອງປະຊຸມ ໂດຍ ທ່ານ ນາງ ພາວັນນາ ດວງບຸບຜາ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງ ປທສ ພ້ອມດ້ວຍບັນດາ ເຈົ້າໜ້າທີ່ອາວຸໂສ ດິຈິຕອນອາຊຽນ, ກອງເລຂາອາຊຽນ, ບັນດາຜູ້ປະກອບການພາກລັດ-ເອກະຊົນ ແລະ ກົມກ່ຽວຂ້ອງເຂົ້າຮ່ວມ.
ການສຳມະນານີ້ ແມ່ນພາກສ່ວນສຸດທ້າຍຂອງ ປີການຮ່ວມມືເສດຖະກິດດິຈິຕອນ ອາຊຽນ - ສປ ຈີນ ປີ 2020 ແລະ ການຮ່ວມມືດ້ານໄອຊີທີ ອາຊຽນ - ສປ ຈີນ. ການເຂົ້າຮ່ວມກິດຈະກຳດັ່ງກ່າວແມ່ນເນັ້ນໜັກເຖິງຄວາມສຳຄັນຂອງເຕັກໂນໂລຊີດິຈິຕອນໃນຍຸກ New Normal ແລະ ຍຸກປົກກະຕິຕໍ່ໄປ ພ້ອມກັບ ການຮ່ວມມືທີ່ດີ ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ. ຊຶ່ງຕິດພັນກັບ 04 ວຽກຫລັກ ທີ່ໄດ້ຍົກຂື້ນ ເພື່ອສົນທະນາປະກອບມີ: (1) ການຂັບເຄື່ອນການຫັນປ່ຽນເປັນດິຈິຕອນ ໂດຍການນຳໃຊ້ນະວັດຕະກຳ, (2) ນະວັດຕະກຳ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, (3) ທິດທາງນະວັດຕະກຳໃຫມ່ດ້ານໄອຊີທີ ແລະ ດິຈິຕອນ ຈາກຝ່າຍ ສປ. ຈີນ ແລະ ອາຊຽນ ແລະ (4) ການສົ່ງເສີມການຮ່ວມມື ໃນຕໍ່ໜ້າ.
ເວທີປຶກສາຫາລືໃນຄັ້ງນີ້ ແມ່ນໂອກາດອັນດີ ສຳລັບ ອາຊຽນ ແລະ ສປ ຈີນ ໃນການແລກປ່ຽນທັດສະນະ ແລະ ແລກປ່ຽນປະສົບການກ່ຽວກັບນະໂຍບາຍ ແລະ ການພັດທະນາທາງດ້ານດິຈິຕອນ ລວມເຖິງການຊຸກຍູ້ຄວາມຄິດສ້າງສັນ ຕ່າງໆ, ພ້ອມທັງແບ່ງປັນຄວາມຄິດເຫັນກ່ຽວກັບ ສະພາບແວດລ້ອມພື້ນຖານໂຄງລ່າງທາງດ້ານເຕັກນິກ ທີ່ ສຳຄັນເພື່ອເປັນພື້ນຖານໃຫ້ແກ່ການພັດທະນາ ເວົ້າລວມ. ເວົ້າສະເພາະ ກໍ່ຄື ສປປ ລາວ ແມ່ນ ເປັນໂອກາດອັນດີໃຫ້ແກ່ ວິຊາການ ໄດ້ຮັບຟັງປະສົບການ ແລະ ທິດທາງໃນຕໍ່ໜ້າ ຂອງ ສາກົນ ເພື່ອ ນຳເອົາມາເປັນບົດຮຽນພິຈາລະນາປັບໃຊ້ເຂົ້າໃນ ການຈັດຕັ້ງປະຕິບັດວຽກງານ ທີ່ໄດ້ຮັບມອບໝາຍໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ແລະ ເວທີນີ້ຍັງເປັນການຍົກສູງ ພາລະບົດບາດອັນສຳຄັນ ຂອງ ສປປ ລາວ ໃນພາກພື້ນ, ການສົ່ງເສີມການຮ່ວມມື ທີ່ດີກັບບັນດາປະເທດເພື່ອນມິດ ໃນວາລະ ທີ່ ກະຊວງ ປທສ ຕາງໜ້າ ເປັນປະທານເຈົ້າໜ້າອາວຸໂສ ດິຈິຕອນ ໃນປີ 2020 ນີ້ ຫຼື ADGSOM (The ASEAN Digital Senior Officials’ Meeting).
ຂ່າວໂດຍ: ພະແນກອາຊຽນ, ກົມແຜນການ ແລະ ການຮ່ວມມື.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ