ຄຄອຊ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2020 ແລະ ວາງທິດທາງແຜນການປະຈໍາປີ 2021.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 35 ຄັ້ງ | ເວລາ | 2024-12-24 00:00:00
ໃນຕອນເຊົ້າຂອງວັນທີ 22 ທັນວາ 2020, ທີ່ຫ້ອງປະຊຸມ ກະຊວງແຜນການ ແລະ ການລົງທຶນ, ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມປະຈຳປີ ເພື່ອສະຫຼຸບວຽກງານການເຄື່ອນໄຫວປະຈຳປີ 2020 ແລະ ວາງທິດທາງແຜນການປະຈໍາປີ 2021 ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ປະທານ ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ, ມີການເຂົ້າຮ່ວມຂອງບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ, ພ້ອມທັງໄດ້ມີການເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ຂອງບັນດາ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງ ຈາກບັນດາກະຊວງ, ອົງການ, ແຂວງ, ນະຄອນຫຼວງ, ເຊິ່ງເປັນຄັ້ງທຳອິດ ທີ່ມີການເປີດກວ້າງທົ່ວປະເທດ.
ທ່ານ ແກ້ວວີສຸກ ໂສລະພົມ, ຫົວໜ້າສູນອິນເຕີເນັດ ແຫ່ງຊາດ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ), ຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານການປະຈຳປີ 2020 ແລະ ທິດທາງແຜນການປະຈໍາປີ 2021. ໃນໄລຍະຕົ້ນປີທີ່ຜ່ານມາ, ຄຄອຊ ໄດ້ເຄື່ອນໄຫວວຽກງານການຄຸ້ມຄອງອິນເຕີເນັດ ໃນ ສປປ ລາວ ຢ່າງຕັ້ງໜ້າ, ເຊິ່ງເປັນໄລຍະທີ່ມີຫຼາຍເຫດການເກີດຂຶ້ນ ໂດຍສະເພາະ ໃນທົ່ວໂລກ ໄດ້ປະເຊີນໜ້າກັບໂລກລະບາດ ໂຄວິດ 19 ແລະ ພາຍໃນ ສປປ ລາວ ກໍ່ໄດ້ຖືກຜົນກະທົບເຊັ່ນດຽວກັນ, ເຊິ່ງເຮັດໃຫ້ເກີດມີ ການພົວພັນຂອງຄົນໃນສັງຄົມ ແລະ ການດຳລົງຊີວິດຮູບແບບໃໝ່ ຫຼື New Normal, ເຮັດໃຫ້ພວກເຮົາຫຍັບເຂົ້າໃກ້ການຫັນເປັນ ດິຈິຕອນ ຫຼາຍຂຶ້ນ. ດັ່ງນັ້ນ ຄຄອຊ ໄດ້ຊີ້ນຳຂະແໜງການກ່ຽວຂ້ອງ ແລະ ບັນດາບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ ປະກອບສ່ວນຕໍ່ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ 19 ເປັນຕົ້ນ ໄດ້ສ້າງ ແລະ ສະຫນອງ ເວັບໄຊ້ທາງການ covid19.gov.la ແລະ ແອັບຕິດຕາມ LaoKYC ເພື່ອເປັນຊ່ອງທາງໃນການເຜີຍແຜ່ຂໍ້ມູນທາງການ ຄຽງຄູ່ກັບການ ຕິດຕັ້ງສາຍດ່ວນ 165, 166 ເພື່ອໃຫ້ປະຊາຊົນໂທເຂົ້າມາສອບຖາມ ຫລື ປຶກສາກັບ ກະຊວງ ສາທາລະນະສຸກ ໂດຍບໍ່ເສຍຄ່າ. ພ້ອມນີ້, ຂະແໜງໂທລະຄົມມະນາຄົມ ໄດ້ປະກອບສ່ວນ ເປັນເງິນສົດຈຳນວນ 2,6 ຕື້ກີບ ແລະ ກະຊວງ ປທສ ກໍ່ໄດ້ຊີ້ນຳໃຫ້ບັນດາບໍລິສັດທີ່ໃຫ້ບໍລິການດ້ານໂທລະຄົມຫຼຸດຜ່ອນຄ່າບໍລິການອິນເຕີເນັດ, ຄ່າໂທລະສັບ, ແຈກດາຕາອິນເຕີເນັດໃຫ້ແກ່ສັງຄົມ ແລະ ໄດ້ສົ່ງຂໍ້ຄວາມສັ້ນ SMS ກ່ຽວກັບສະພາບພະຍາດໂຄວິດ-19 ຜ່ານໂທລະສັບມືຖືໃຫ້ແກ່ສັງຄົມທຸກວັນ. ແຕ່ໃນໄລຍະດັ່ງກ່າວ ກໍ່ໄດ້ເກີດມີຫຼາຍປະກົດການ ທີ່ຕິດພັນກັບວຽກງານການຄຸ້ມຄອງຂໍ້ມູນຂ່າວສານ ແລະ ຫາງສຽງ ຜ່ານອິນເຕີເນັດ ໂດຍສະເພາະ ກໍ່ແມ່ນການຮົ່ວໄຫຼຂອງຂໍ້ມູນ ແລະ ເອກະສານສຳຄັນຕ່າງໆ ກ່ອນການເຜີຍແຜ່ຢ່າງເປັນທາງການ, ບັນດາຂ່າວປອມ, ການໂຈມຕີ ຕໍ່ຕ້ານແນວທາງການນຳພາຂອງພັກ-ລັດ ທີ່ຖືກ ເຜີຍແຜ່ ແລະ ສົ່ງຕໍ່ ເທິງອິນເຕີເນັດ ກໍ່ຄືສື່ສັງຄົມອອນລາຍ.
ນອກຈາກນັ້ນ ຄຄອຊ ກໍ່ໄດ້ເນັ້ນໜັກ ວຽກງານການຕິດຕາມ, ກວດກາ ແລະ ຕອບຕ້ານ ບັນດາຫາງສຽງສັງຄົມ ເທິງສື່ສັງຄົມອອນລາຍ, ວຽກງານການແກ້ໄຂການພະນັນອອນລາຍ, ການແກ້ໄຂການຂາຍຫວຍເຖື່ອນ, ການກວດກາການນໍາໃຊ້ຄື້ນຄວາມຖີ່ຂ້າມແດນຕາມຊາຍແດນ ແລະ ການແກ້ໄຂປະກົດການຫຍໍ້ທໍ້ຕາມຮ້ານອິນເຕີເນັດຄາເຟ. ນັບແຕ່ວັນທີ 01 ກໍລະກົດ ເປັນຕົ້ນມາ ກະຊວງ ປທສ ກໍ່ໄດ້ຊີ້ນໍາ ໃຫ້ບັນດາຜູ້ໃຫ້ບໍລິການໂທລະຄົມມະນາຄົມ ສຸມໃສ່ວຽກງານການຂຶ້ນທະບຽນຊິມຄາດ, ເຊິ່ງໃນກອງປະຊຸມຄັ້ງນີ້ ກໍ່ໄດ້ມີການຕັ້ງໂຕະບໍລິການ ຂື້ນທະບຽນເລກຫມາຍໂທລະສັບ ທີ່ຫ້ອງສະໂມສອນໃຫຍ່ ຂອງກະຊວງ ແຜນການ ແລະ ການລົງທຶນ ແລະ ໄດ້ຮັບກຽດ ຈາກທ່ານ ສອນໄຊ ສີພັນດອນ ປະທານ ຄຄອຊ ໄດ້ຢ້ຽມຢາມ ແລະ ຂື້ນທະບຽນເລກຫມາຍໂທລະສັບ, ທ່ານ ປະທານ ໄດ້ສະແດງຄວາມຊົມເຊີຍ ແລະ ໄດ້ມີທິດຊີ້ນໍາ ໃຫ້ບັນດາບໍລິສັດ ສືບຕໍ່ໂຄສະນາເຜີຍແຜ່ ແລະ ເລັ່ງຈັດຕັ້ງປະຕິບັດວຽກງານຂື້ນທະບຽນເລກຫມາຍໂທລະສັບ ໃຫ້ສໍາເລັດຕາມແຜນການ.
ພ້ອມດຽວກັນນີ້, ໃນກອງປະຊຸມ ຍັງໄດ້ລາຍງານກ່ຽວກັບການສ້າງ ວິໄສທັດ 20 ປີ (2021-2040), ຍຸດທະສາດ 10 ປີ (2021-2030) ແລະ ແຜນພັດທະນາ ເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 5ປີ ຄັ້ງທີ I (2021-2025), ເຊິ່ງແຜນພັດທະນາ ເສດຖະກິດດິຈິຕອນ ດັ່ງກ່າວ ໄດ້ຖືກຮັບຮອງໂດຍພື້ນຖານ ໃນກອງປະຊຸມລັດຖະບານ ປະຈໍາເດືອນກັນຍາ ທີ່ຜ່ານມາ, ຄະນະ ໄດ້ປັບປຸງເນື້ອໃນໃຫ້ສົມບູນຂຶ້ນຕື່ມ ແລະ ຢູ່ໃນຂັ້ນຕອນກວດກາລາຍລະອຽດ, ສະເໜີລົງລາຍເຊັນຮັບຮອງ ແລະ ປະກາດນໍາໃຊ້ ໂດຍຜ່ານຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ. ເຊິ່ງແຜນພັດທະນາ ເສດຖະກິດດິຈິຕອນ ແມ່ນເປັນວາລະແຫ່ງຊາດ, ຈະໄດ້ມີການແຕ່ງຄະນະກໍາມະການລະດັບຊາດ ທີ່ປະກອບດ້ວຍຫຼາຍພາກສ່ວນ ຊີ້ນໍາໂດຍກົງຈາກທ່ານ ນາຍົກລັດຖະມົນຕີ, ປະກອບເປັນເນື້ອໃນ ຂອງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ IX (2021-2025) ເພື່ອເປັນບ່ອນອີງໃຫ້ທຸກພາກສ່ວນ ຜັນຂະຫຍາຍເປັນອັນລະອຽດ ເຂົ້າໃນຂະແໜງການຂອງຕົນເອງ ໃນຊຸມປີຕໍ່ໜ້າ.
ສຳລັບທິດທາງແຜນການໃນຕໍ່ໜ້າ, ຄຄອຊ ຈະສືບຕໍ່ຊີ້ນຳການສ້າງ, ປັບປຸງ ແລະ ຈັດຕັ້ງປະຕິບັດ ບັນດານິຕິກຳ ກ່ຽວກັບວຽກງານຄຸ້ມຄອງໄອຊີທີ ແລະ ດິຈິຕອນ, ສື່ສັງຄົມອອນລາຍ ເພື່ອໃຫ້ກວມເອົາຊ່ອງທາງ ແລະ ວິທີການໃໝ່ ທີ່ເກີດຂຶ້ນ ແລະ ຖືກນຳໃຊ້ຫຼາຍໃນສັງຄົມ ເປັນແຕ່ລະໄລຍະ. ສືບຕໍ່ ວຽກງານການພັດທະນາເສດຖະກິດດິຈິຕອນຂອງ ສປປ ລາວ ໂດຍການຜັນຂະຫຍາຍ ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ຂອງ ລັດຖະບານ, ຊຸກຍູ້ສົ່ງເສີມ ການຫັນເປັນດິຈິຕອນ ແລະ ການນໍາໃຊ້ເຕັກໂນໂລຊີດິຈິຕອນ ເຂົ້າໃນຂະແຫນງອຸດສາຫະກໍາ, ກະສິກໍາ, ການບໍລິການ ແລະ ບັນດາ ຈຸນລະວິສາຫະກິດ, ທຸລະກິດຂະຫນາດນ້ອຍ ແລະ ຂະຫນາດກາງ MSME, ປັບໂຄງປະກອບສ້າງຂອງເສດຖະກິດ ແລະ ສ້າງໃຫ້ມີສະພາບແວດລ້ອມໃນການສ້າງບັນດາ Startup, ສ້າງ ແລະ ສົ່ງເສີມ ໃຫ້ມີການການຄ້າເອເລັກໂຕຣນິກ ແລະ ການບໍລິການທີ່ປິ່ນອ້ອມ. ສືບຕໍ່ວຽກງານການຄຸ້ມຄອງ ແລະ ແກ້ໄຂການພະນັນອອນລາຍ, ການຂາຍຫວຍເຖື່ອນ, ກວດກາການນໍາໃຊ້ຄື້ນຄວາມຖີ່ ແລະ ອິນເຕີເນັດຄາເຟ ທີ່ໃຫ້ບໍລິການ ບໍ່ຖືກຕ້ອງກັບລະບຽບ ກົດໝາຍ, ວຽກງານການຂຶ້ນທະບຽນຊິມຄາດ. ສືບຕໍ່ການສ້າງ ລັດຖະບານເອເລັກໂຕຣນິກ, ໂດຍສະເພາະກໍ່ແມ່ນການຂະຫຍາຍ ແລະ ສົ່ງເສີມການນຳໃຊ້ ໃຫ້ແກ່ບັນດາກະຊວງ, ອົງການລັດຖະບານ ທັງໃນສູນກາງ ແລະ ທ້ອງຖິ່ນ ໄດ້ນຳໃຊ້ໃຫ້ເກີດປະໂຫຍດ ແລະ ສາມາດຮັກສາຄວາມປອດໄພ ແລະ ບໍ່ໃຫ້ຂໍ້ມູນຂອງລັດຖະບານທີ່ສຳຄັນ ຮົ່ວໄຫຼອອກນອກປະເທດ. ສືບຕໍ່ວຽກງານການພັດທະນາ-ຄຸ້ມຄອງ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ແບບລວມສູນ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນ ຮອງຮັບການຫັນເປັນດິຈິຕອນ, ການພັດທະນາເສດຖະກິດດິຈິຕອນ ແລະ ການກ້າວເຂົ້າສູ່ຍຸກອຸດສາຫະກຳ 4.0 ໃນອະນາຄົດ. ສືບຕໍ່ວຽກງານການເຄື່ອນໄຫວຖອດຖອນບົດຮຽນ ແລະ ກໍ່ສ້າງບຸກຄະລາກອນ ໃຫ້ມີຄວາມສາມາດສູງຂຶ້ນ ໃນວຽກງານການຄຸ້ມຄອງອິນເຕີເນັດ ແລະ ຊຸກຍູ້ ຜັກດັນ ໃຫ້ວຽກງານເຕັກນິກທີ່ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຜົນສຳເລັດ ແລະ ປະກົດຜົນເປັນຈິງ.
ຂ່າວ: ສູນອິນເຕີເນັດແຫ່ງຊາດ.
ພາບ: ຫ້ອງການກະຊວງ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ