ທ່ານ ນາງ ພາວັນນາ ດວງບຸບຜາ, ໄດ້ຖືກແຕ່ງຕັ້ງເປັນຮອງປະທານຄະນະກຳມະການບໍລິຫານງານ APT.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 40 ຄັ້ງ | ເວລາ | 2024-12-22 00:00:00
ກອງປະຊຸມ ຂອງຄະນະກຳມະການບໍລິຫານງານ ຄັ້ງທີ 44 (MC-44) ທີ່ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 7-10 ທັນວາ 2020 ທີ່ຜ່ານມາ ໂດຍຜ່ານລະບົບທາງໄກ, ຊຶ່ງໄດ້ມີການເລືອກຕັ້ງ ປະທານ ແລະ ຮອງປະທານຄະນະກຳມະການບໍລິຫານງານ (ຄົນໃໝ່) ໂດຍຜົນກອງປະຊຸມໄດ້ແຕ່ງຕັ້ງ ທ່ານ Dr. Ahmad Reza Sharafat ຈາກປະເທດອີລານ ເປັນປະທານ ແລະ ຮອງປະທານ02 ທ່ານ ຄື: ທ່ານ ນາງ ພາວັນນາ ດວງບຸບຜາ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງ ປທສ ຈາກ ສປປ ລາວ ແລະ ທ່ານ Dr. NARANMANDAKH Tumen-Ulzii ຈາກປະເທດມົງໂກນ ເພື່ອດຳລົງຕຳແໜ່ງ ໃນສົກປີ 2021-2023.
ສຳເລັດຂອງ ການປະກອບສ່ວນ ໃຫ້ແກ່ ອົງການໂທລະຄົມມະນາຄົມ ອາຊີ-ປາຊີຟິກ (APT) ໃນກອງປະຊຸມສະ ໄໝນີ້ ຂອງ ກະຊວງ ປທສ ກໍຄື ຂອງ ສປປ ລາວ ຖືວ່າເປັນຄັ້ງປະຫວັດສາດ ແລະ ເປັນບາດກ້າວໜຶ່ງ ທີ່ຍົກສູງພາລະບົດບາດຂອງ ປະເທດລາວ ໃນເວທີຂອງ ອົງການ APT ລວມເຖິງເວທີ ສະຫະພາບໂທລະຄົມມະນາຄົມສາກົນ (ITU) ໄປໃນໂຕ ພ້ອມທັງເປັນການສົ່ງເສີມສາຍພົວພັນການຮ່ວມມືທີ່ດີນຳເພື່ອນມິດຍຸດທະສາດ ໃນພາກພື້ນ ອາຊີ-ປາຊີຟິກ ເພື່ອການຍາດແຍ່ງການຊ່ວຍເຫຼືອ ແລະ ສົ່ງເສີມການພັດທະນາວຽກງານ ໄອຊີທີ ເພື່ອໃຫ້ສາມາດເປັນພື້ນຖານໜຶ່ງໃນການປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ.
ກອງປະຊຸມຂອງ ຄະນະກຳມະການບໍລິຫານງານ (MC) ແມ່ນຈັດຂຶ້ນທຸກໆປີ ຊຶ່ງທຸກໆ 2 ປີ ຈະໄດ້ມີການເລືອກຕັ້ງປະທານ ແລະ ຮອງປະທານ, ຄະນະດັ່ງກ່າວແມ່ນມີໜ້າທີ່ ແລະ ພາລະບົດບາດ ເປັນເສນາທິການໃຫ້ແກ່ ເລຂາທິການໃຫຍ່ຂອງອົງການ APT (APT Secretary General), ດຳເນີນການຕາມນະໂຍບາຍ ແລະ ຫລັກການຂອງສະມັດຊາໃຫຍ່ ພ້ອມທັງຕິດຕາມວຽກງານຂອງກອງເລຂາ, ກວດກາ ບັນດາແຜນການຈັດຕັ້ງປະຕິບັດໃນແຕ່ລະປີ, ພິຈາລະນາ ແຜນການປະຈຳປີ ແລະ ອະນຸມັດບັນດາກິດຈະກຳປະຈຳປີ, ງົບປະມານປະຈຳປີ ແລະ ພິຈາລະນາຮັບຮອງລະບຽບການຕ່າງໆ ຂອງອົງການ APT. ຊຶ່ງບັນດາແຜນການຕ່າງໆ ແມ່ນອີງຕາມແຜນຍຸດທະສາດ 2021-2023 ຂອງ APT ທີ່ໄດ້ມີການຮັບຮອງໃນກອງປະຊຸມ GA, ຊຶ່ງແຜນຍຸດທະສາດດັ່ງກ່າວ ແມ່ນ ເອົາເນື້ອໃນຈິດໃຈທີ່ ບັນດາ ລັດຖະມົນຕີ ຂອງບັນດາປະເທດ ສະມາຊິກ ທີ່ໄດ້ ເຫັນດີກັນ ມາຜັນຂະຫຍາຍ. ຊຶ່ງແຜນຍຸດທະສາດດັ່ງກ່າວ ກະຊວງ ປທສ ໄດ້ ເປັນກຽດ ເປັນຮອງປະທານ ຄະນະຄົ້ນຄວ້າເນື້ອໃນແຜນດັ່ງກ່າວ ໂດຍມີ ສປ ຈີນ ເປັນປະທານ ແລະ ຄະນະເຮັດວຽກ ຈາກບັນດາປະເທດສະມາຊິກ.
ຂ່າວໂດຍ : ພະແນກອົງການຈັດຕັ້ງສາກົນ ແລະ ສອງຝ່າຍ, ກົມແຜນການ ແລະ ການຮ່ວມມື, ກະຊວງ ປທສ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ