ພິທີເຊັນ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືການນໍາໃຊ້ ລະບົບພິສູດຕົວຕົນຜ່ານທາງເອເລັກໂຕຣນິກ (e-KYC)
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 34 ຄັ້ງ | ເວລາ | 2024-12-22 00:00:00
ໃນຕອນເຊົ້າຂອງວັນທີ 27 ຕຸລາ 2020 ນີ້, ທີ່ ສູນອິນເຕີເນັດແຫ່ງຊາດ (ສອຊ), ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ), ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືການນໍາໃຊ້ ລະບົບພິສູດຕົວຕົນຜ່ານທາງເອເລັກໂຕຣນິກ (Electronic Know Your Customer, e-KYC) ລະຫວ່າງບໍລິສັດ ເອັສບີແລັບ 856 ຈຳກັດ (SB Lab 856) ແລະ ທະນາຄານ ພັດທະນາລາວ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງ ປທສ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ພາຍໃນກະຊວງ ປທສ, ທ່ານຜູ້ອໍານວຍການ, ປະທານ, ຮອງອໍານວຍການ, ຮອງປະທານ, ຄະນະພະແນກ ທີ່ກ່ຽວຂ້ອງ ຈາກ ທະນາຄານພັດທະນາລາວ ແລະ ບໍລິສັດ ເອັສບີແລັບ 856 ຈຳກັດ (SB Lab 856).
ທ່ານ ພອນສະຫວັດ ຄົງສະຫວັດ ຮອງຫົວໜ້າສູນ ສອຊ ໄດ້ກ່າວວ່າ ລະບົບ e-KYC ແມ່ນລະບົບພິສູດຕົວຕົນທາງເອເລັກໂຕຣນິກ ທີ່ມີຄວາມປອດໄພສູງ ຜ່ານຖານຂໍ້ມູນສ່ວນບຸກຄົນທີ່ຖືກຕ້ອງ ແລະ ຜ່ານພື້ນຖານໂຄງລ່າງ ການເຊື່ອມຕໍ່ແລກປ່ຽນຂໍ້ມູນພາກລັດ (Government Data Exchange) ໂດຍແມ່ນກະຊວງ ປທສ ຮ່ວມກັບ ບໍລິສັດ ເອັສບີແລັບ 856 ຈຳກັດ ໄດ້ສຶກສາຄົ້ນຄວ້າ, ພັດທະນາ ແລະ ເປີດທົດລອງນໍາໃຊ້ ເພື່ອກະກຽມຄວາມພ້ອມ ໃນການຫັນເປັນດິຈິຕອນ (Digital Transformation), ການພັດທະນາເສດຖະກິດດິຈິຕອນ (Digital Economy) ແລະ ກະກຽມຄວາມພ້ອມ ໃນຍຸກອຸດສາຫະກໍາ 4.0 ໃນອະນາຄົດ.
ນັບແຕ່ປີຕົ້ນປີ 2019 ເປັນຕົ້ນມາ, ກະຊວງ ປທສ ໄດ້ຮ່ວມກັບ ບໍລິສັດ ເອັສບີແລັບ 856 ຈຳກັດ ໃນການລິເລີ່ມພັດທະນາການ ລະບົບ e-KYC ຫລືເອີ້ນວ່າ LaoKYC ຂຶ້ນ ເຊິ່ງລະບົບດັ່ງກ່າວ ມີຖານຂໍ້ມູນຢູ່ທີ່ ສູນຂໍ້ມູນແຫ່ງຊາດ (National Data Center) ພ້ອມທັງເປັນຜູ້ຄຸ້ມຄອງ. ໂດຍບໍລິສັດ ເອັສບີແລັບ 856 ຈຳກັດ ໄດ້ພັດທະນາ ລະບົບການເຊື່ອມຕໍ່, ແລກປ່ຽນຂໍ້ມູນ ແລະ ພິສູດຂໍ້ມູນ ກັບຜູ້ຕ້ອງການນໍາໃຊ້ຂໍ້ມູນ ເປັນຕົ້ນແມ່ນ: ພາກລັດ, ບັນດາທະນາຄານ, ການຊໍາລະສະສາງ ທາງອອນລາຍ, ການຄ້າເອເລັກໂຕຣນິກ, ເພື່ອເປັນພື້ນຖານໂຄງລ່າງທີ່ສຳຄັນ ຂອງເຕັກໂນໂລຊີດິຈິຕອນ ໃຫ້ແກ່ການຫັນເປັນທັນສະໄໝ ທົ່ວເສດຖະກິດ-ສັງຄົມ. ໃນຍຸກຂອງ ເສດຖະກິດດິຈິຕອນ, ຄວາມຕ້ອງການນຳໃຊ້ ລະບົບ e-KYC ແມ່ນມີຄວາມຮຽກຮ້ອງຕ້ອງການ ແລະ ມີຄວາມຈໍາເປັນຢ່າງສູງ ໃນການເຮັດທຸລະກຳທາງອອນລາຍ ເຊັ່ນ: ການປະກອບເອກະສານ ຂອງພາກລັດ ແລະ ເອກະຊົນ ທາງອອນລາຍ, ການເປີດບັນຊີທະນາຄານ ຜ່ານທາງອອນລາຍ (Mobile Banking App), ການເປີດບັນຊີ ກະເປົ໋າເງິນເອເລັກໂຕຣນິກ (e-Wallet App) ເທິງໂທລະສັບມືຖື ຜ່ານທາງອອນລາຍ, ການສະໝັກສິນເຊື່ອ ຫລື ການປ່ອຍເງິນກູ້ສ່ວນບຸກຄົນ ຜ່ານທາງອອນລາຍ, ການຊື້ສິນຄ້າ ຫລື ການບໍລິການຕ່າງໆ ຜ່ານທາງອອນລາຍ ທີ່ມີການຄວາມຕ້ອງການ ໃນການປະກອບຂໍ້ມູນສ່ວນຕົວ ແລະ ພິສູດຂໍ້ມູນ ດັ່ງກ່າວວ່າມີຄວາມຖືກຕ້ອງແລ້ວບໍ ແມ່ນສາມາດ ນໍາໃຊ້ຜ່ານລະບົບ e-KYC ໄດ້.
ປະຈຸບັນນີ້ ລະບົບ LaoKYC ກຳລັງຈະເປີດທົດລອງນຳໃຊ້ຮ່ວມກັບບັນດາການບໍລິການ ຜ່ານທາງອອນລາຍ ຂອງທະນາຄານພັດທະນາລາວ ເພື່ອຄວາມສະດວກ, ວ່ອງໄວ, ຖືກຕ້ອງ ແລະ ມີຄວາມປອດໄພສູງໃນການຮັກສາຄວາມລັບຂອງຂໍ້ມູນສ່ວນບຸກຄົນຂອງຜູ້ໃຊ້, ຂໍ້ມູນການພິສູດຕົວຕົນ ຜ່ານການຂຶ້ນທະບຽນເລກໝາຍໂທລະສັບ (ຊິມກາດ) ແມ່ນຖືກເກັບຮັກສາໄວ້ ຢູ່ທີ່ສູນຂໍ້ມູນແຫ່ງຊາດ ທີ່ໄດ້ມາດຕະຖານການຈັດການຄວາມປອດໄພຂໍ້ມູນຂ່າວສານ ISO27001. ພ້ອມນີ້, ຍັງສາມາດນໍາໃຊ້ເຂົ້າຮ່ວມກັບແອັບ LDB Trust ຫຼື LDB Wallet ເທິງໂທລະສັບມືຖື ຂອງ ທະນາຄານພັດທະນາລາວໄດ້ອີກດ້ວຍ, ເພາະສຳລັບລູກຄ້າຜູ້ທີ່ສຳເລັດ ການຂຶ້ນທະບຽນເລກໝາຍໂທລະສັບ (ຊິມກາດ) ແລ້ວນັ້ນ ແມ່ນຈະບໍ່ຈຳເປັນຕ້ອງໄດ້ລົງທະບຽນນຳໃຊ້ ແລະ ພິສູດຕົວຕົນອີກ ໃນເວລາສະໝັກເປີດນໍາໃຊ້ແອັບດັ່ງກ່າວ. ສາມາດເວົ້າໄດ້ວ່າ ລູກຄ້າ ບໍ່ຈໍາເປັນຕ້ອງເຂົ້າໄປສະໝັກທີ່ປ່ອງບໍລິການຂອງທະນາຄານ, ບໍ່ຈຳເປັນຕ້ອງສະແດງຂໍ້ມູນຈາກ ບັດປະຈຳຕົວ, ສໍາມະໂນຄົວ ຫຼື ເອກະສານທີ່ຈໍາເປັນ ເພື່ອໃຊ້ພິສູດຕົວຕົນໃດໆອີກ, ເຊິ່ງຈະເປັນການຫຼຸດຂັ້ນຕອນຈາກ 8 ຂັ້ນຕອນ ມາເປັນຂັ້ນຕອນດຽວໄດ້, ເຮັດໃຫ້ລູກຄ້າ ສາມາດເປີດບັນຊີທະນາຄານທາງອອນລາຍໄດ້, ທະນາຄານ ສາມາດຮັບລູກຄ້າຜ່ານທາງອອນລາຍໄດ້, ເຊິ່ງຈະເຮັດໃຫ້ ກາຍເປັນ ທະນາຄານດິຈິຕອນ ໃນອະນາຄົດ ອັນໃກ້. ນອກນັ້ນ, ກະຊວງ ປທສ ຍັງໄດ້ຮ່ວມກັບ ບໍລິສັດ ເອັສບີແລັບ 856 ຈຳກັດ ໃນການຜັນຂະຫຍາຍຂີດຄວາມສາມາດຂອງລະບົບ LaoKYC ໃນການຫັນເປັນເຄື່ອງມື ໃນການຕິດຕາມປະຫວັດການເຄື່ອນໄຫວ, ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ COVID-19 ໃຫ້ກັບກະຊວງ ສາທາລະນະສຸກ, ພ້ອມນັ້ນ, ກໍ່ຍັງເປັນແອັບ ທີ່ບຸກຄົນ ສາມາດດາວໂຫຼດ ແລະ ນໍາໃຊ້ ເຂົ້າໃນການຂື້ນທະບຽນເລກໝາຍໂທລະສັບ (ຊິມຄາດ), ເຊິ່ງທ່ານ ສາມາດ ດາວໂຫຼດ ໄດ້ຈາກ Android Play Store, iOS App Store ແລະ ດໍາເນີນການລົງທະບຽນເລກຫມາຍໂທລະສັບ (ຊິມຄາດ) ໄດ້ດ້ວຍຕົນເອງ ຜ່ານທາງອອນລາຍ ຈົນຮອດທ້າຍປີ 2020.
ຂ່າວ: ສູນອິນເຕີເນັດແຫ່ງຊາດ.
ກວດແກ້+ພາບ: ຫ້ອງການກະຊວງ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ