ອດທ ເຂົ້າຮ່ວມກອງປະຊຸມທາງໄກ ການຫຼຸດລາຄາຄ່າບໍລິການ Roaming ມືຖືໃນອາຊຽນ.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 39 ຄັ້ງ | ເວລາ | 2024-12-22 00:00:00
ໃນວັນທີ 01 ຕຸລາ 2020 ນີ້, ອົງການດັດສົມໂທລະຄົມມະນາຄົມ((ອດທ)LTRA), ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໃນນາມຜູ້ປະສານງານຂອງສະພາດັດສົມໂທລະຄົມມະນາຄົມອາຊຽນ (ATRC) ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ໃນຫົວຂໍ້: ການຫຼຸດລາຄາຄ່າບໍລິການ Roaming ມືຖືໃນອາຊຽນ ໂດຍການເປັນເຈົ້າພາບຂອງ ສສ ຫວຽດນາມ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ນໍາພາໂດຍ ທ່ານ ປອ ນ ໃຈມາລີ ພະກະຊຸມ ຮອງຫົວໜ້າ ອດທ, ມີຜູ້ປະສານງານຂອງສະພາດັດສົມໂທລະຄົມມະນາຄົມອາຊຽນ (ATRC), ຕາງໜ້າກົມແຜນການ ແລະ ການຮ່ວມມື, ສູນອິນເຕີເນັດແຫ່ງຊາດ ແລະ ຜູ້ເຂົ້າຮ່ວມຈາກບັນດາສະມາຊິກປະເທດອາຊຽນ.
ອີງໃສ່ຜົນຂອງກອງປະຊຸມທາງໄກຂອງຄະນະເຈົ້າໜ້າທີ່ອາວຸໂສດິຈິຕອນອາຊຽນ ແລະ ປະເທດຄູ່ຮ່ວມເຈລະຈາ ປະຈໍາປີ 2020 ຄັ້ງວັນທີ 2-3 ກໍລະກົດ 2020 ຜ່ານມາ, ກອງປະຊຸມໄດ້ເຫັນດີໃຫ້ວຽກ International Mobile Roaming(IMR) ທີ່ ສສຫວຽດນາມສະເໜີ ນໍາເອົາເນື້ອໃນ, ກົນໄກປຶກສາຫາລືໃນຂອບຂອງສະພາດັດສົມໂທລະຄົມມະນາຄົມອາຊຽນ(ATRC) ຈຶ່ງໄດ້ຈັດກອງປະຊຸມຄັ້ງນີ້ຂຶ້ນ. ພ້ອມນີ້, ສສ ຫວຽດນາມ ໄດ້ລາຍງານຄືນແນວຄິດລິເລີ່ມໃນການກໍານົດຫຼຸດລາຄາອັດຕາຄ່າບໍລິການ International Mobile Roaming(IMR) ໃນບັນດາປະເທດສະມາຊິກອາຊຽນ, ປະເທດ ສີງກະໂປຣ, ການຈັດຕັ້ງປະຕິບັດໂຄງການ IMR framework, ສະພາບລວມຂອງອົງການຄຸ້ມຄອງ, ບັນດາບໍລິການ, ແນວຄວາມຄິດ, ນະໂຍບາຍຕ່າງໆ ເພື່ອແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ. ໃນໂອກາດດຽວກັນ, ສປປ ລາວ ກໍ່ໄດ້ລາຍງານສະພາບລວມໃນການຄຸ້ມຄອງ ແລະ ການດັດສົມໂທລະຄົມມະນາຄົມ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການນໍາສະເໜີກ່ຽວກັບການ Roaming ຈາກອົງການ ITU, EU, GSMA ເພື່ອສ້າງຄວາມເຂົ້າໃຈໃຫ້ກັບກຸ່ມປະເທດສະມາຊິກອາຊຽນອີກດ້ວຍ. ພ້ອມດຽວກັນນີ້, ຍັງໄດ້ມີການແລກປ່ຽນຄວາມຄິດເຫັນຮ່ວມກັນ ເປັນຕົ້ນແມ່ນສີ່ງທີ່ຕ້ອງຄໍານືງເຖີງບັນດາຊ່ອງວ່າງ, ທິດທາງໃນການຫຼຸດລາຄາຄ່າບໍລິການ Roaming ມືຖືຂອງບັນດາປະເທດສະມາຊິກອາຊຽນໃນອະນາຄົດ.
ຂ່າວ: ອົງການດັດສົມໂທລະຄົມ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ