ທ່ານ ທັນສະໄໝ ກົມມະສິດ ເຂົ້າຮ່ວມກອງປະຊຸມໃຫຍ່ຂອງສະມາຄົມການຄ້າ ໄອຊີທີ ລາວ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 50 ຄັ້ງ | ເວລາ | 2024-12-22 00:00:00
ໃນວັນທີ 16 ກັນຍາ 2020 , ທ່ານ ປອ ທັນສະໄໝ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ປະຈຳປີ 2020 ຂອງສະມາຄົມການຄ້າໄອຊີທີລາວ (Lao ICT Commerce Association (LICA)), ທີ່ໂຮງແຮມຄຣາວພລາຊ່າ, ນະຄອນຫຼວງວຽງຈັນ ມີບັນດາພາກສ່ວນລັດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ບັນດາສະມາຄົມ, ພາກສ່ວນຫົວຫນ່ວຍທຸລະກິດ, ແລະ ສື່ມວນຊົນກໍ່ໄດ້ເຂົ້າຮ່ວມ.
ການເປີດກອງປະຊຸມໃນຄັ້ງນີ້, ແມ່ນເພື່ອຜ່ານບົດສະຫຼຸບ ແລະ ຜົນງານຕະຫລອດໄລຍະ 5 ປີທີ່ຜ່ານມາ ພ້ອມທັງສະແດງເຖິງວິໄສທັດ, ພັນທະກິດ, ແນະນຳຄະນະບໍລິຫານງານ ແລະ ແຜນງານຕໍ່ຫນ້າຂອງສະມາຄົມ. ທ່ານ ທະນູສອນ ພົນອາມາດ, ປະທານສະມາຄົມການຄ້າ ໄອຊີທີ ລາວ ໄດ້ກ່າວວ່າ: LICA ເປັນອົງກອນລະດັບຊາດທີ່ເຊື່ອມໂຍງກັບທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ໂດຍນຳໃຊ້ ດິຈິຕອນ ເຕັກໂນໂລຊີ ແລະ ນະວັດຕະກຳ ເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ແບບກ້າວກະໂດດ ແລະ ຍືນຍົງ. ຊຶ່ງປະກອບດ້ວຍ 4 ເປົ້າໝາຍຫລັກ ຄື: (1)ສ້າງຊັບພະຍາກອນມະນຸດໃນຂະແຫນງການດິຈິຕອນເຕັກໂນໂລຊີ ແລະ ນະວັດຕະກໍາ, (2) ສ້າງກົດຫມາຍ ແລະ ວາງແຜນພັດທະນາຮ່ວມກັບພາກລັດ, (3)ສົ່ງເສີມພາກທຸລະກິດ ແລະ ປະກອບສ່ວນເຂົ້າໃນການສ້າງເສດຖະກິດ, ແລະ (4) ສົ່ງເສີມສັງຄົມ ສ້າງຄວາມຮັບຮູ້ກ່ຽວກັບ ຂະແຫນງການດິຈິຕອນ ເຕັກໂນໂລຊີ ແລະ ນະວັດຕະກໍາ. LICA ຖືວ່າເປັນອີກໜຶ່ງສະມາຄົມ ທີ່ຊ່ວຍໃນການຂັບເຄື່ອນເສດຖະກິດຂອງ ສປປ ລາວ ທາງດ້ານວຽກງານ ໄອຊີທີ. ໂດຍໃນອານາຄົດຈະປາກົດເຫັນອີກຫລາຍຫົວຫນ່ວຍທຸລະກິດດ້ານໄອຊີທີ ສາມາດເຂົ້າແຂ່ງຂັນ ແລະ ພົ້ນເດັ່ນຕໍ່ກັບບັນດາເສດຖະກິດຂອງພາກພື້ນ ແລະ ສາກົນ.
ໃນໂອກາດດຽວກັນນີ້, ທ່ານ ປອ ທັນສະໄໝ ກົມມະສິດ ໄດ້ຮັບກຽດມີຄໍາເຫັນຕໍ່ກອງປະຊຸມ: ຊຶ່ງກ່ອນອຶ່ນ ໝົດທ່ານໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍ LICA ທີ່ໄດ້ປະກອບສ່ວນ ໃນການພັດທະນາວຽກງານໄອຊີທີ ແລະ ດິຈິຕອນ ຂອງ ສປປລາວ ໃນໄລຍະຜ່ານມາ ທີ່ສະແດງໃຫ້ເຫັນໃນຫຼາຍຜົນສໍາເລັດໃນໄລຍະຜ່ານມາ ແລະ ໃນ 5 ປີ ຕໍ່ໜ້າ ບັນດາທ່ານຈະຕ້ອງສືບຕໍ່ສຸມເຫື່ອແຮງ, ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດ ເຂົ້າໃນການພັດທະນາຂະແໜງການໃຫ້ດີຂຶ້ນເລື້ອຍໆ. ໂດຍສະເພາະ ເອົາໃຈໃສ່ຊ່ວຍກັນໃນການສ້າງບຸຂະລາກອນໃຫ້ມີຄວາມພ້ອມ, ສ້າງນະວັດຕະກໍາ ແລະ ພລາດຟອມ, Content ທີ່ຈະມາຊ່ວຍໃນການຂັບເຄື່ອນ ແລະ ຊຸກຍູ້ການຫັນເປັນດິຈິຕອນ, ການເຮັດວຽກຮ່ວມກັນກັບບັນດາ ຜູ້ປະກອບການບໍ່ວ່າຈະເປັນ ກັບພາກລັດ, Start up, SME ຫຼຶ MSME ເພື່ອເກັບກ່ຽວຜົນໄດ້ຮັບຈາກການນໍາເຕັກໂນໂລຊີດິຈິຕອນໃໝ່ໆ. ພ້ອມນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ (1)ເລັ່ງສ້າງບົດບາດ, ສ້າງຄວາມເຂັ້ມ ແຂງ, ເພີ່ມບັນດາສະມາຊິກ ແລະ ເປັນບ່ອນເຕົົ້າໂຮມຂອງບັນດາບໍລິສັດ ຜູ້ປະກອບການດ້ານ ໄອຊີທີ ຂອງລາວ. (2)ຮ່ວມມືພາກລັດ-ພາກເອກະຊົນ ໃນຮູບແບບ PPP ເພື່ອເຮັດໃຫ້ ບັນດາບໍລິສັດສະມາຊິກ ສາມາດຍາດແຍ່ງວຽກຂອງພາກລັດໄດ້. (3)ເປັນຄູ່ຮ່ວມມືກັບລັດຖະບານໃນການຫັນເປັນດິຈິຕອນ ແລະ ການສ້າງເສດຖະກິດ ດິຈິຕອນຂອງລາວ. (4)ເລັ່ງສ້າງຄວາມເຂັ້ມແຂງ, ສ້າງບຸກຄະລາກອນ ທີ່ມີຄວາມຮູ້ຄວາມສາມາດ, ທັກສະສູງທີ່ສາມາດສ້າງບັນດາ ຮາດແວ, ຊອບແວ, ລະບົບ ແລະ ເຕັກໂນໂລຊີດິຈິຕອນ, ຫລຸດຜ່ອນການນໍາເຂົົ້າຈາກຕ່າງ ປະເທດ. (5)ສົ່ງເສີມ, ສ້າງເງື່ອນໄຂໃຫ້ໄວໜຸ່ມ ແລະ ນັກສຶກສາຈົບໃໝ່ ໃນການສ້າງທຸລະກິດແບບ Startup, ເຮັດໃຫ້ມີນະວັດຕະກໍາ, ສິນຄ້າ ແລະ ການບໍລິການໃຫມ່. (6) ປັບປຸງກົນໄກ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ, ດຶງດູດບັນດາຊ່ຽວຊານ ດ້ານໄອຊີທີເຂົົ້າມາເຮັດວຽກ ຢູ່ລາວ ແລະ ບໍລິສັດຂອງລາວ ສາມາດອອກໄປແຂ່ງຂັນ ຢູ່ພາກພື້ນ ແລະ ສາກົນໄດ້.
ຂ່າວ: ພະແນກເລຂານຸການ-ພິທີການ, ຫ້ອງການກະຊວງ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ