ສປປ ລາວ ເປັນປະທານ ກອງປະຊຸມເຈົ້າຫນ້າອາວຸໂສດິຈິຕອນອາຊຽນ 2020.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 49 ຄັ້ງ | ເວລາ | 2024-12-22 00:00:00
ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ຄະນະເຈົ້າຫນ້າອາວຸໂສ ດິຈິຕອນ ອາຊຽນ ແລະ ປະເທດຄູ່ຮ່ວມ ໄດ້ຈັດກອງປະຊຸມທາງໄກ ຊື່ງເປັນກອງປະຊຸມຮອບໝູນວຽນປະຈຳປີ 2020 (ADGSOM-ATRC Joint Working Group (ADGSOM-ATRC JWG) Video Conference Meeting 2020), ຂຶ້ນໃນລະຫວ່າງວັນທີ 02-03 ກໍລະກົດຜ່ານມານີ້, ໂດຍການເປັນປະທານຂອງ ທ່ານ ນາງ ພາວັນນາ ດວງບຸບຜາ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງ ປທສ ມີຜູ້ເຂົ້າຮ່ວມຈາກ ຄະນະເຈົ້າຫນ້າທີ່ອາວຸໂສ ດິຈິຕອນ ຂອງອາຊຽນ, ກອງເລຂາອາຊຽນ ແລະ ປະເທດຄູ່ຮ່ວມ. ໃນທ່າມກາງສະພາບຄວາມຫຍຸ້ງຫຍາກ ທີ່ບັນດາປະເທດສະມາຊິກປະເຊີນຫນ້າຢູ່ ບໍ່ວ່າຈະເປັນສະພາບເສດຖະກິດ ແລະ ໂລກລະບາດ COVID19 ກໍ່ຕາມ ຂະແຫນງການດິຈິຕອນກໍ່ໄດ້ມີບົດບາດ ແລະ ຊຸກຍູ້ທຸກວຽກງານ ເພື່ອຕອບສະຫນອງຄວາມຕ້ອງການຕົວຈິງຂອງສັງຄົມ.
ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການລາຍງານຜົນກອງປະຊຸມ ເຈົ້າຫນ້າທີ່ອາວຸໂສດິຈິຕອນອາຊຽນ ແລະ ກອງປະຊຸມປິ່ນອ້ອມ ຄັ້ງທີ 1 ທີ່ໄດ້ຈັດຂຶ້ນໃນວັນທີ 24 ເມສາ 2020 ຜ່ານມາ. ໂດຍສະເພາະ ການລາຍງານຄວາມຄືບຫນ້າ ການຈັດຕັ້ງປະຕິບັດກິດຈະກໍາ ສົກປີ 2020 ເຊິ່ງ ສປປ ລາວ ກໍໄດ້ຖືກຮັບຮອງທັງຫມົດ 03 ກິດຈະກໍາ ຄື: (1) ກິດຈະກຳການປະເມີນການຈັດຕັ້ງປະຕິບັດແຜນແມ່ບົດໄອຊີທີ ອາຊຽນ (AIM 2020 Final Review), (2) ກິດຈະກໍາ ການສໍາມະນາຍຸດທະສາດ ເພືື່ອສົ່ງເສີມການນໍາໃຊ້ ສືື່ອິນເຕີເນັດທ້ອງຖີ່ນ ຂອງອາຊຽນ ( IDN ccLtd), (3) ກິດຈະກໍາ ແຜນການສືກສາເພືື່ອການນໍາໃຊ້ໄອຊີທີ ໃນການແຈ້ງເຕືອນໄພພິບັດ (Smart Notification System for Natural Disaster), ພ້ອມທັງປຶກສາຫາລື ບັນດາກິດຈະກໍາ ປະຈໍາສົກປີ 2021 ລວມທັງຫມົດ 16 ກິດຈະກໍາ, ສປປ ລາວ ກໍໄດ້ສະເຫນີ 01 ກິດຈະກໍາຄື: (1) Blockchain ສຳລັບວຽກງານລັດຖະບານດີຈິຕອນ (Block chain for Digital Government- ASEAN Way). ພ້ອມນີ້, ກອງປະຊຸມຍັງໄດ້ທົບທວນຄືນ ການຈັດຕັ້ງປະຕິບັດ ແຜນແມ່ບົດໄອຊີທີ 2020 ນຳໂດຍ ສປປ ລາວ ແລະ ຮ່າງແຜນແມ່ບົດດິຈິຕອນອາຊຽນ 2025 ນຳໂດຍປະເທດ ມາເລເຊຍ ເພື່ອຈະນຳໄປສະເໜີຮັບຮອງໃນ ກອງປະຊຸມ ລັດຖະມົນຕີດິຈິຕອນ ອາຊຽນ (1st ADGMIN) ໃນເດືອນຕຸລາ 2020 ນີ້. ນອກນີ້, ໃນກອງປະຊຸມ ຍັງໄດ້ທົບທວນຄືນຕາມທິດຊີ້ນໍາຈາກຜົນຂອງ ກອງປະຊຸມ ລັດຖະມົນຕີໄອຊີທີອາຊຽນ (TELMIN19) ທີ່ ສປປ ລາວ ເປັນເຈົ້າພາບໃນປີທີ່ຜ່ານມາ ເພື່ອເປັນທິດທາງໃນການຄົ້ນຄວ້າ ແລະ ທົບທວນເຖິງບັນຫາສໍາຄັນທີ່ຍັງຄົງຄ້າງ ເພື່ອປຶກສາຫາລື ແນວທາງການຮ່ວມມືລະຫວ່າງ ອາຊຽນ ແລະ ປະເທດຄູ່ຮ່ວມ ໃນຕໍ່ຫນ້າ. ໃນໂອກາດດຽວກັນ, ຍັງມີກອງປະຊຸມກັບບັນດາປະເທດຄູ່ຮ່ວມ (ສປ ຈີນ ແລະ ຢີປຸ່ນ) ເພື່ອປຶກສາຫາລື ແລະ ລາຍງານການຈັດຕັ້ງປະຕິບັດ ບັນດາກິດຈະກໍາຮ່ວມກັນລະຫວ່າງອາຊຽນ ແລະ ປະເທດຄູ່ຮ່ວມ ປະຈໍາປີ 2020, ພ້ອມທັງການສະເໜີ ກິດຈະກໍາ ປະຈໍາສົກປີ 2021 ໃນຕໍ່ຫນ້າ.
ຂ່າວໂດຍ: ກົມແຜນການ ແລະ ການຮ່ວມມື.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ