ປທສ ເປີດການນຳໃຊ້ລະບົບເວັບໄຊຂອງພາກລັດ (Government Web Platform)
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 38 ຄັ້ງ | ເວລາ | 2024-12-22 00:00:00
ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ຮ່ວມກັບບໍລິສັດ ໄຊເບີເຣຍ ໄດ້ຈັດພິທີເປີດການນຳໃຊ້ລະບົບເວັບໄຊຂອງພາກລັດ ຫຼື Government Web Platform ຂື້ນໃນຕອນເຊົ້າຂອງ ວັນທີ 09 ມັງກອນນີ້, ທີ່ ໂຮງແຮມຄຣາວພຣາຊາ, ນະຄອນຫຼວງວຽງຈັນ. ເຊິ່ງໄດ້ຮັບກຽດເປັນປະທານເປີດງານ ໂດຍ ທ່ານ ບຸນສະເຫຼີມໄຊ ເຄນນະວົງ ຮອງລັດຖະມົນຕີ ກະຊວງ ປທສ, ມີຄະນະຜູ້ບໍລິຫານຈາກບໍລິສັດ ໄຊເບີເຣຍ, ຄະນະກົມ/ທຽບເທົ່າ, ບັນດາກະຊວງ ,ຫ້ອງການລັດ, ບໍລິສັດທີ່ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະ ສະຖາບັນການສືກສາຕ່າງໆ ເຂົ້າຮ່ວມ.
ກະຊວງ ປທສ ໃນນາມເປັນຜູ້ຄຸ້ມຄອງມະຫາພາກ ດ້ານວຽກງານຫັນໃຫ້ເປັນທັນສະໄໝ ແລະ ດິຈິຕອນຂອງລັດ ຖະບານ, ໄດ້ເລີ່ມສ້າງແຜນການຮ່ວມມືກັບ ບໍລິສັດ ໄຊເບີເຣຍ ໃນປີ 2018 ໂດຍຈຸດປະສົງແມ່ນເພື່ອພັດທະນາລະບົບເວັບໄຊຂອງພາກລັດ ແລະ ສ້າງເປັນລະບົບໂຕແບບຂອງການນຳໃຊ້ຂອງບັນດາກະຊວງ ແລະ ຫ້ອງການລັດຕ່າງໆ ເຊິ່ງໝາກຜົນຂອງການຮ່ວມມືຂອງທັງສອງຝ່າຍ ແມ່ນໄດ້ສຳເລັດການພັດທະນາລະບົບເວັບໄຊພາກລັດ (Government Web Platform ຫຼື G-Web) ເຊິ່ງລວມມີລາຍລະອຽດຕ່າງໆເຊັ່ນ: ມາດຕະຖານໂຄງສ້າງ ຂອງ G-Web. ນອກນັ້ນ, G-Web ຍັງສາມາດບໍລິຫານ ແລະ ສະແດງຂໍ້ມູນ ໄດ້ທັງພາສາລາວ ແລະ ອັງກິດ, ຊຶ່ງການປ່ຽນພາສາ ແມ່ນສາມາດເຮັດໄດ້ໃນລະດັບໜ້າເວັບໃດໜຶ່ງໄດ້ເລີຍ, ຜູ້ຊົມໃຊ້ສາມາດ ຄົ້ນຫາໂດຍໃຊ້ keyword ເພື່ອຊອກຫາ ຂໍ້ມູນ ທີ່ກ່ຽວຂ້ອງກັບ keyword ນັ້ນ, ຂໍ້ມູນຂອງເວັບໄຊ ສາມາດເບິ່ງໄດ້ຜ່ານ ໂປຣແກຣມເບິ່ງໜ້າເວັບ ທັງໃນໜ້າຈໍຄອມພິວເຕີທົ່ວໄປ ແລະ ໃນອຸປະກອນມືຖື, ການບໍລິຫານຂໍ້ມູນເບື້ອງຫຼັງ, ຜູ້ຄຸ້ມຄອງລະບົບ ຕ້ອງໄດ້ລັອກອິນກ່ອນ ແລະ ນຳໃຊ້ເມນູຕ່າງໆ ໄດ້ຢ່າງງ່າຍດາຍ, ຫຼັກໆແລ້ວ ຜູ້ຄຸ້ມຄອງລະບົບ ສາມາດ: ບໍລິຫານຜູ້ໃຊ້ ແລະ ສິດຕ່າງໆ, ບໍລິຫານເມນູ ບໍ່ວ່າຈະປັບປ່ຽນ ຫຼື ເພີ່ມເມນູ, ບໍລິຫານປະເພດ ແລະ ເນື້ອໃນຂອງຂໍ້ມູນ, ບໍລິຫານເອກະສານເຜີຍແຜ່ແຕ່ລະປະເພດ, ບໍລິຫານຄັງຄວາມຮູ້, ບໍລິຫານແບນເນີ້ ໃນໜ້າຫຼັກ ພ້ອມທັງປ່ຽນສີ ຕ່າງໆ ເພື່ອຄວາມເປັນເອກະລັກສະເພາະຂອງອົງກອນ. ຄຽງຄູ່ກັນນັ້ນ, ຍັງສາມາດເບິ່ງສະຖິຕິການເຂົ້າຊົມເວັບໄຊ ແບບຫຍໍ້ໆໄດ້ອີກດ້ວຍ.
ລະບົບເວັບໄຊພາກລັດ ປະຈຸບັນແມ່ນຖືກນຳໃຊ້ ເພື່ອພັດທະນາເວັບໄຊ ຂອງ ກະຊວງ ປທສ (www.mpt.gov.la) ແລະ ເວັບໄຊຂອງສູນບໍລິຫານລັດດ້ວຍເອເລັກໂຕຣນິກ (www.egc.gov.la) ຊຶ່ງປະກອບມີບັນດາຂໍ້ມູນຂ່າວສານ ສະເພາະຂອງກະຊວງ ປທສ ແລະ ສູນບໍລິຫານລັດດ້ວຍເອເລັກໂຕຣນິກ. ສຳລັບທິດທາງແຜນການ ໃນຕໍ່ໜ້າ ແມ່ນຈະໄດ້ມີການຂະຫຍາຍການນຳໃຊ້ ລະບົບເວັບໄຊພາກລັດ ໄປຫາບັນດາພະແນກ ປທສ ແຂວງ ທັງສູນກາງ ແລະ ທ້ອງຖິ່ນ ແນໃສ່ການ ສ້າງໄດ້ຕົວແບບຂອງການສ້າງເວັບໄຊ ໃຫ້ແກ່ບັນດາກະຊວງ ແລະ ຫ້ອງການລັດຕ່າງໆ ພ້ອມທັງກຽມຄວາມພ້ອມຂອງການຂະຫຍາຍ, ຊຸກຍູ້ໃຫ້ມີການຊົມໃຊ້ລະບົບດັ່ງກ່າວ ໃຫ້ແຜ່ຫຼາຍ ແລະ ເພີ່ມຂຶ້ນເລື້ອຍໆ.
ຂ່າວ: ສູນບໍລິຫານລັດດ້ວຍເອເລັກໂຕຣນິກ
ພາບ: ຫ້ອງການກະຊວງ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ