ປທສ ສຳມະນາການພັດທະນາວຽກງານບໍລິຫານລັດດ້ວຍເອເລັກໂຕຣນິກ.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 47 ຄັ້ງ | ເວລາ | 2024-12-22 00:00:00
ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ຮ່ວມກັບ ກະຊວງພາຍໃນ ແລະ ຄວາມປອດໄພ (MOIS) ສ.ເກົາຫຼີ ໄດ້ຈັດກອງປະຊຸມສາມະນາ ພາຍໃຕ້ຫົວຂໍ້: ການພັດທະນາວຽກງານບໍລິຫານລັດດ້ວຍເອເລັກໂຕຣນິກ ຂອງ ສປປ ລາວ ແລະ ສ.ເກົາຫຼີ ຂຶ້ນໃນວັນທີ 05 ທັນວານີ້, ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງ ປທສ ແລະ ທ່ານ ຊິນ ຊຸງ ອິນ (Mr SHIN Seung In), ຫົວຫນ້າກົມ ຄວາມປອດໄພຂໍ້ມູນຂ່າວສານ, ກະຊວງພາຍໃນ ແລະ ຄວາມປອດໄພ (Director of MOIS) ມີຜູ້ຕ່າງໜ້າຈາກບັນດາອົງການຈັດຕັ້ງພັກ, ກະຊວງ/ອົງການທຽບເທົ່າ, ຄະນະກົມ/ທຽບເທົ່າ ອ້ອມຂ້າງກະຊວງ ແລະ ຜູ້ປະກອບການທາງດ້ານໄອຊີທີ ເຂົ້າຮວມ.
ການຈັດກອງປະຊຸມໃນຄັ້ງນີ້, ກໍ່ເພື່ອເປັນການເຜີຍແຜ່ ແລະ ແລກປ່ຽນບົດຮຽນ ກ່ຽວກັບສະພາບການພັດທະນາ ວຽກງານການບໍລິຫານລັດດ້ວຍເອເລັກໂຕຣນິກ ແລະ ການນຳໃຊ້ລະບົບເຂົ້າໃນວຽກງານຕົວຈິງ ເປັນຕົ້ນ ການບໍລິການແບບປະຕູດຽວຜ່ານທາງອິນເຕີເນັດ, ລະບົບພາສີເອເລັກໂຕຣນິກ, ລະບົບການຄຸ້ມຄອງຊັບພະຍາກອນມະນຸດ, ລະບົບການຄຸ້ມຄອງໄພພິບັດປ່າໄມ້, ກະສິກຳທັນສະໄໝ ແລະ ອຶ່ນໆ ຂອງ ສປປ ລາວ - ສ.ເກົາຫຼີ, ພ້ອມນີ້, ກໍ່ເພື່ອເປັນເວທີໃນການແລກປ່ຽນຄວາມຮູ້, ປະສົບການ ແລະ ຖອດຖອນບົດຮຽນນຳ ສ. ເກົາຫຼີ ທີ່ມີປະສົບການ ແລະ ມີຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວມາແລ້ວ ໃນການແນໃສ່ຊຸກຍູ້, ຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານຂອງທຸກຂະແໜງການ ໃຫ້ເຫັນໄດ້ເຖິງຄວາມສຳຄັນຕໍ່ກັບວຽກງານດັ່ງກ່າວ ແລະ ນຳໄປຜັນຂະຫຍາຍເຂົ້າໃນວຽກງານຂອງຕົນ ໃຫ້ມີປະສິດທິພາບ ແລະ ເກີດປະໂຫຍດສູງສຸດ.
ການພັດທະນາລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ ແມ່ນວຽກງານໜຶ່ງ ທີ່ສໍາຄັນ ແລະ ຈໍາເປັນ ໃນການຊຸກຍູ້, ສົ່ງເສີມ ໃຫ້ແກ່ວຽກງານຂອງທຸກຂະແໜງການ ທັງພາກລັດ - ເອກະຊົນ ເພື່ອການຫັນເປັນລັດຖະບານທັນສະໄໝ ເທື່ອລະກ້າວ ດັ່ງທີ່ທ່ານ ປອ. ທະວີສັກ ມະໂນທັມ ໄດ້ກ່າວບາງຕອນວ່າ “ວຽກງານບໍລິຫານລັດດ້ວຍເອເລັກໂຕຣນິກ ຖືວ່າເປັນວຽກງານໜຶ່ງ ທີ່ມີຄວາມສຳຄັນຫຼາຍ ແລະ ເປັນໝາກຫົວໃຈ ໃນການເຊື່ອມໂຍງກັບທຸກຂະແໜງການ ເພື່ອເພີ່ມປະສິດທິພາບການດຳເນີນງານຂອງລັດຖະບານ, ນໍາເອົາການບໍລິການຂອງລັດ ໄປສູ່ປະຊາ ຊົນ ໂດຍນໍາໃຊ້ເອເລັກໂຕຣນິກເປັນການສື່ສານໃນການໃຫ້ບໍລິການ ໃນການເພີ່ມປະສິດທິພາບຂອງວຽກງານ ໃຫ້ມີຄວາມສະດວກວ່ອງໄວ, ປະຢັດຄ່າໃຊ້ຈ່າຍ ແລະ ເວລາ ທີ່ສຳຄັນມີຄວາມປອດ ໃນການຫັນການບໍລິຫານ, ຄຸ້ມຄອງລັດເປັນທັນສະໄໝ ເທື່ອລະກ້າວ. ຊຶ່ງປະຈຸບັນ, ບັນດາປະເທດທົ່ວໂລກ ກໍ່ຄື ບັນດາປະເທດອາຊຽນ ແມ່ນໄດ້ສຸມໃສ່ພັດທະນາວຽກງານດັ່ງກ່າວ ເພື່ອສົ່ງເສີມທຸກຂະແໜງການໃຫ້ມີການພັດທະນາ ແນ່ໃສ່ຊຸກຍູ້ ແລະ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງລາຍຮັບໃຫ້ປະເທດໄດ້ຫຼາຍຂຶ້ນ.
ໃນໂອກາດດຽວກັນ, ບັນດາຜູ້ເຂົ້າຮ່ວມ ຍັງໄດ້ມີການໂອ້ລົມ, ປະກອບຄໍາຄິດເຫັນ, ແລກປ່ຽນບົດຮຽນ ແລະ ປະສົບການ ກ່ຽວກັບສະພາບການພັດທະນາວຽກງານບໍລິຫານລັດດ້ວຍເອເລັກໂຕຣນິກ ໃນ ສປປ ລາວ, ທິດທາງ ແລະ ແຜນການຫັນເປັນລັດຖະບານທີ່ທັນສະໄໝທາງດ້ານດິຈິຕອນ ທີ່ເປັນປະໂຫຍດໃນການສະໜັບສະໜູນ ແລະ ສົ່ງເສີມການພັດທະນາວຽກງານດັ່ງກ່າວ ໃຫ້ກ້ວາງຂວາງ ແລະ ມີປະສິດທິຜົນ.
ຂ່າວ: ສູນບໍລິຫານລັດດ້ວຍເອເລັກໂຕຣນິກ. / 10/12/2019
ພາບ: ຫ້ອງການ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ