ທ່ານ ທັນສະໄໝ ກົມມະສິດ ເຂົ້າຮ່ວມກອງປະຊຸມການສື່ສານຄື້ນຄວາມຖີ່ໂລກ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 49 ຄັ້ງ | ເວລາ | 2024-12-22 00:00:00
ປອ ທັນສະໄຫມ ກົມມະສິດ ລັດຖະມົນຕີກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມການສື່ສານຄື້ນຄວາມຖີ່ໂລກຄັ້ງທີ 38 (World Radio Communication-2019 ຫລື WRC-19) ທີ່ຈັດຂຶ້ນລະຫວ່າງວັນທີ 28/10– 22/11/2019 ໂດຍສະຫະພາບໂທລະຄົມມະນາຄົມສາກົນ (International Telecommunication Union -ITU) ທີ່ເມືອງ Sharm El-Sheikh, ປະເທດ ອີຢີບ, ໄດ້ມີປະເທດສະມາຊິກ 165 ປະເທດເຂົ້າຮ່ວມ ແລະ ໄດ້ລົງນາມສົນທິສັນຍາສາກົນ ກ່ຽວກັບການນໍາໃຊ້ຄື້ນຄວາມຖີ່ (Final Acts of International Radio Resolutions) ແລະ ວົງໂຄຈອນດາວທຽມ ຂອງທຸກປະເທດທົ່ວໂລກ.
ກອງປະຊຸມການສື່ສານຄື້ນຄວາມຖີ່ໂລກ ແມ່ນຈັດຂື້ນທຸກໆ 4 ປີ ຊຶ່ງມີຈຸດປະສົງເພື່ອປັບປຸງ ສົນທິສັນຍາສາກົນກ່ຽວກັບການນໍາໃຊ້ ຄື້ນຄວາມຖີ່ ເພື່ອຮອງຮັບເຕັກໂນໂລຊີ ແລະ ນະວັດຕະກຳໃຫມ່ໆ ດ້ານການສື່ສານໃນອານາຄົດ ເພື່ອຮັບປະກັນການເຂົ້າເຖີງ ແລະ ການນຳໃຊ້ເຂົ້າໃນທຸກຂະແຫນງການຢ່າງປອດໄພ. ໃນໂອກາດດຽວກັນນີ້, ສປປ ລາວ ໄດ້ຮັບກຽດມີຄຳເຫັນຕໍ່ກອງປະຊຸມ ເປັນຕົ້ນ: ຄື້ນຄວາມຖີ່ສໍາລັບ ລະບົບໂທລະສັບເຄື່ອນທີ່ມາດຕະຖານ ສຳຫລັບ 3G, 4G, 5G ແລະ ຄື້ນຄວາມຖີ່ສໍາລັບການສື່ສານທາງລົດໄຟ ຊຶ່ງໄດ້ຮັບການຕົກລົງເຫັນດີຕາມການສະເຫນີ ເຮັດໃຫ້ ສປປ ລາວ ສາມາດນໍາໃຊ້ຄື້ນຄວາມຖີ່ດັ່ງກ່າວ ເຂົ້າໃນການສື່ສານຕ່າງໆ ຕາມການສະເຫນີໄດ້.
ໃນກອງປະຊຸມຄັ້ງນີ້ ຍັງໄດ້ບັນລຸຫມາກຜົນທີ່ສຳຄັນ ໃນດ້ານການເຊື່ອມໂຍງສາກົນ ດ້ວຍການນຳໃຊ້ເຕັກໂນໂລຊີການສື່ສານ ທັງພາກພື້ນດິນ ແລະ ອາວະກາດ ໃນອານາຄົດ ເຊັ່ນ: ການເພີ່ມຄື້ນຄວາມຖີ່ໃຫ້ກັບລະບົບໂທລະສັບເຄື່ອນທີ່ 5G ເຊັ່ນຄື້ນຄວາມຖີ່ 26 GHz ແລະ 40 GHz, ການເພີ່ມຄື້ນຄວາມຖີ່ໃຫ້ກັບລະບົບການສື່ສານຮູບແບບສະຖານີລະດັບສູງ (HAPS) ເພື່ອເຮັດໃຫ້ເຂດຊົນນະບົດ ຫ່າງໄກສອກຫຼີກ ສາມາດເຂົ້າເຖິງການນຳໃຊ້ອິນເຕີເນັດຄວາມໄວສູງ, ລະບົບການສື່ສານດາວທຽມຄວາມໄວສູງ, ລະບົບການສື່ສານ Earth Station In Motion (ESIM) ເພື່ອເຮັດໃຫ້ຜູ້ນຳໃຊ້ທີ່ຢູ່ເທິ່ງຍົນ, ເຮືອ ແລະ ລົດໄຟສາມາດນຳໃຊ້ການສື່ສານໄດ້, ສ້າງມະຕິຕົກລົງ (Resolution) ກ່ຽວກັບລະບົບການສື່ສານສຳຫລັບການເດີນທາງ ແລະ ຕິດຕາມຂະບວນລົດໄຟຄວາມໄວສູງ ເພື່ອສົ່ງເສີມການພັດທະນາການສື່ສານທາງລົດໄຟໂດຍສະເພາະແມ່ນການຄວບຄຸມການຈາລະຈອນ, ຄວາມປອດໄພຂອງຜູ້ໂດຍສານ ແລະ ການດຳເນີນງານຂອງລົດໄຟ
ພ້ອມນັ້ນ, ຍັງໄດ້ກໍານົດວິໃສທັດຮອດປີ 2023 ຂອງກອງປະຊຸມ ແມ່ນຈະເລັ່ງໃສ່ການພັດທະນາລະບົບຕ່າງໆເປັນຕົ້ນ:ລະບົບ Earth Station In Motion (ESIM) ເພື່ອສົ່ງເສີມການເຂົ້າເຖິງ ແລະ ການນຳໃຊ້ອິນເຕີເນັດຄວາມໄວສູງໃຫ້ກັບຍົນ, ເຮືອ ແລະ ພາຫະນະພາກພື້ນດິນ, ລະບົບ High-altitude IMT base stations (HIBS) ທີ່ນຳໃຊ້ຄື້ນຄວາມຖີ່ລະບົບໂທລະສັບມືຖືເດີມ ແຕ່ນຳໃຊ້ສະຖານີ HAPS ເພື່ອສົ່ງເສີມການເຂົ້າເຖິງ ແລະ ການນຳໃຊ້ອິນເຕີເນັດຄວາມໄວສູງໃຫ້ກັບເຂດພື້ນທີ່ຫ່າງໄກສອກຫຼີກ, ລະບົບການສື່ສານເຄື່ອນທີ່ທາງການບິນ ແລະ ລະບົບປ້ອງກັນແຈ້ງເຕືອນໄພທາງທະເລ ເພື່ອເພີ່ມຄື້ນຄວາມຖີ່ ແລະ ພັດທະນາການສື່ສານໃຫ້ທັນສະໃໝ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ