ລາວ-ໄທ ເພີ່ມທະວີຮ່ວມມືກັນທາງດ້ານວຽກງານ ຫຼັກສູດການຮຽນ-ການສອນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 41 ຄັ້ງ | ເວລາ | 2024-12-22 00:00:00
ໃນຕອນເຊົ້າວັນທີ 28 ເດືອນ ພະຈິກ ປີ 2019 ນີ້, ກະຊວງ ໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ເປີດພິທີລົງນາມເຊັນບົດບັນທຶກຄວາມເຂົົ້າໃຈ ລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ) ແລະ ບໍລິສັດ CAT telecom ຮ່ວມກັບບໍລິສັດ Pakgon ຈໍາກັດ (ປະເທດໄທ), ທີ່ ສຕສ, ຊຶ່ງ 2 ບໍລິສັດດັ່ງກ່າວ ເປັນບໍລິສັດແນວໜ້າທາງດ້ານວຽກງານໂທລະຄົມ ແລະ ການພັດທະນາທາງ ດ້ານເຕັກໂນໂລຊີການ ສື່ສານຂໍ້ມູນຂ່າວສານ ໃນປະເທດໄທ. ໃຫ້ກຽດເປັນປະທານເປີດໂດຍ ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີ ກະຊວງ ປທສ ມີຕາງໜ້າຈາກ ບັນດາກົມອ້ອມຂ້າງ ກະຊວງ ປທສ, ລັດວິສາຫະກິດໃນຂະແໜງການໂທລະຄົມ ແລະ ບໍລິສັດເອກະຊົນຕ່າງໆ ໃນຂະແໜງການ ທີ່ກ່ຽວຂ້ອງ ເຂົ້າຮ່ວມເພື່ອເປັນສັກຂີພະຍານໃນຄັ້ງນີ້.
ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ກໍ່ເພື່ອຮ່ວມມືກັນຄົ້ນຄວ້າ ແລະ ສ້າງຫຼັກສູດ ບໍລິຫານ ວິສະວະກຳ ຄອມພິວເຕີ ຫຼື Computer Engineering Management ເຊິ່ງເປັນຫຼັກສູດປະລິນຍາຕີຕໍ່ເນື່ອງ 2 ປີ ໂດຍຈະຮັບເອົາຄົນທີ່ຈົບຊັ້ນສູງ ຂຶ້ນໄປ ຈາກທຸກຂະແໜງການ ໃຫ້ສາມາດເຂົ້າຮຽນຕໍ່ໄດ້. ຫຼັກສູດ ດັ່ງກ່າວນີ້ ຈະລວມເນື້ອຫາທາງດ້ານເຕັກໂນໂລຊີທີ່ທັນສະໄໝ, ເນັ້ນການສ້າງ ແລະ ປະຕິບັດຕົວຈິງ ລວມໄປເຖິງການຮຽນຮູ້ກ່ຽວກັບການບໍລິຫານຈັດການ ເວົ້າລວມ, ເວົ້າສະເພາະ ແມ່ນຈະເປັນ ການພັດທະນາຫຼັກສູດ ເພື່ອສ້າງບຸກຄະລາກອນ ທີ່ມີຄວາມຮູ້ ທາງດ້ານເຕັກໂນໂລຊີ, ເປັນວິສະວະກອນ ທີ່ສາມາດສ້າງຜະລິດຕະພັນຕົວຈິງ ແລະ ພຽບພ້ອມດ້ວຍ ຄວາມຮູ້ຄວາມສາມາດ ໃນການບໍລິຫານ ຈັດການ ເພື່ອໃຫ້ເປັນຄົນໜຶ່ງທີ່ ສາມາດຫັນຕົນເປັນຜູ້ບໍລິຫານ ທີ່ທັນສະໄໝ ຫຼື ເປັນບຸກຄົນທີ່ສາມາດ ສ້າງຜະລິດຕະພັນ (Solution) ທີ່ຕອບສະໜອງໃຫ້ແກ່ຄວາມຕ້ອງການ ຂອງສັງຄົມ, ຈົນສາມາດ ຫັນຕົນເປັນເຈົ້າຂອງກິດຈະການໄດ້ອີກດ້ວຍ. ໂດຍເນັ້ນໃສ່ ການສ້າງບຸກຄະລາກອນ ໃຫ້ມີຄວາມຫຼາກຫຼາຍ ແລະ ສາມາດເຮັດວຽກຕົວຈິງໄດ້ ແນໃສ່ການສົມທົບປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢ່າງຮອບດ້ານ ແລະ ທັນການ. ນອກຈາກການຮ່ວມມື ທາງດ້ານ ການພັດທະນາ ແລະ ຈັດຕັ້ງປະຕິບັດຫຼັກສູດແລ້ວ ທັງສອງຝ່າຍຍັງມີແຜນການຮ່ວມມື ໃນຂອບອື່ນໆອີກ ເຊັ່ນ: ການຄົ້ນຄວ້າ ແລະ ພັດທະນາ Smart Campus ຫຼື ການສ້າງສະຖາບັນ ໃຫ້ກາຍເປັນສະ ຖາບັນທີ່ທັນສະໄໝ ແລະ ການຊຸກຍູ້, ສົ່ງເສີມໃຫ້ນັກສຶກສາມີຄວາມສາມາດໃນການສ້າງທຸລະກິດລິເລີ່ມ ຫຼື Startup ປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.
ພາບ+ຂ່າວ: ສຕສ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ