ໂອກາດ ດິຈິຕອນ ສໍາລັບອານາຄົດຂອງ ສປປ ລາວ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 43 ຄັ້ງ | ເວລາ | 2024-12-22 00:00:00
ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ ແລະ ທະນາຄານໂລກປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາຂຶ້ນໃນວັນທີ 28 ພະຈິກ ຜ່ານມານີ້, ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ຫົວຂໍ້ “ໂອກາດ ດິຈິຕອນ ເພື່ອເພີ່ມ ການແຂ່ງຂັນໃນອານາຄົດ”. ໂດຍການເປັນປະທານຮ່ວມຂອງທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີກະຊວງ ປທສ, ທ່ານ ປອ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ວຽງສະໄໝ ສຣິດທິຣາດ ຮັກສາການຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ມີຜູ້ຕາງໜ້າຈາກບັນດາພັກລັດ, ພາກເອກະຊົນ ແລະ ຊ່ຽວຊານສາກົນເຂົ້າຮ່ວມ.
ການຈັດກອງປະຊຸມໃນຄັ້ງນີ້, ກໍ່ເພື່ອປຶກສາຫາລື ແລະ ສົນທະນາກ່ຽວກັບບົດບາດຂອງເສດຖະກິດດິຈິຕອນ, ທ່າແຮງຂອງເສດຖະກິດ ດິຈິຕອນ ຕໍ່ການເຕີບໂຕ ແລະ ບາດກ້າວຕ່າງໆ ທີ່ຈະຕ້ອງໄດ້ປະຕິບັດ ເພື່ອໃຫ້ປະຊາຊົນ ສາມາດຮັບຜົນປະໂຫຍດ ຈາກການພັດທະນາດ້ານນີ້ເພີ່ມຂຶ້ນ. ພ້ອມນີ້, ກອງປະຊຸມຍັງໄດ້ສົນທະນາກ່ຽວກັບສິ່ງທ້າທາຍຕ່າງໆເຊັ່ນ: ການຊົມໃຊ້ອິນເຕີເນັດຄວາມໄວສູງ ແລະ ການບໍລິການ ໃນການເຮັດໃຫ້ປະຊາຊົນສາມາດນໍາໃຊ້ໄດ້ ແລະ ເປັນທີ່ໃວ້ວາງໃຈ. ພ້ອມນັ້ນ, ຍັງໄດ້ສຸມໃສ່ປັບປຸງບັນດານິຕິກໍາ ສໍາລັບການຊໍາລະທາງດິຈິຕອນ, ລາຍເຊັນເອເລັກໂຕຣນິກ, ຄວາມປອດໄພຂອງຂໍ້ມູນ ແລະ ການປົກປ້ອງສິດຂອງຜູ້ຊົມໃຊ້ ເພື່ອສ້າງຄວາມໝັ້ນໃຈໃນການເຮັດທຸລະກໍາທາງອອນລາຍ.
ປະຈຸບັນ ເຕັກໂນໂລຊີ - ດິຈິຕອນ ແມ່ນປັດໃຈຫຼັກສໍາຄັນອັນໜຶ່ງ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ການສ້າງທ່າແຮງ ແລະ ໂອກາດໃໝ່ໆ ໃຫ້ກັບຫຼາຍປະເທດ ໃນທົ່ວໂລກ ກໍ່ຄື ສປປ ລາວ. ຊຶ່ງໄດ້ມີສິ່ງທ້າທາຍຫຼາຍຢ່າງ ທີ່ເຮັດໃຫ້ຍັງບໍ່ທັນສາມາດພັດທະນາ ບັນດານະວັດຕະກໍາໃໝ່ໆ ທາງດ້ານດິຈິຕອນໄດ້ຢ່າງເຕັມສ່ວນ ເປັນຕົ້ນແມ່ນ: ການເຂົ້າເຖິງ, ຄຸນນະພາບ ແລະ ລາຄາທີ່ເໝາະສົມ ຂອງການບໍລິການນໍາໃຊ້ອິນເຕີເນັດ. ສະນັ້ນ, ຕ້ອງໄດ້ເອົາໃຈໃສ່ປັບປຸງ, ສ້າງສະພາບແວດລ້ອມ ແລະ ລະບຽບການ ທີ່ສາມາດເອື້ອຍອໍານວຍ ເພື່ອໃຫ້ທຸກຄົນໃນທົ່ວປະເທດ ທັງພາກລັດ ແລະ ເອກກະຊົນ ໄດ້ຮັບຜົນປະໂຫຍດສູງສຸດ. ພ້ອມດຽວກັນນີ້, ໃນທຸກຂະແໜງການ ໄອຊີທີ ກໍ່ກໍາລັງຫັນເປັນດິຈິຕອນ ຢ່າງເປັນຂະບວນຟົດຟື້ນ ເປັນຕົ້ນການເປີດທົດລອງນໍາໃຊ້ ລະບົບ 5G, ການເຊື່ອມຕໍ່ລະບົບຄອມພິວເຕີ ແລະ ອຶ່ນໆ ເຊັ່ນ: ລະບົບຂໍ້ມູນໃຫຍ່ (Big Data), ປັນຍາປະດິດ (AI), ການເປີດກວ້າງທາງດ້ານຕະຫຼາດ, ການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ, ການຊຸກຍູ້ ແລະ ການຂະິຫຍາຍຕົວຂອງຜູ້ປະກອບການ ພາຍໃນປະເທດ ໂດຍສະເພາະ ສະຕາດອັບ (Start-Up) ໃນການປັບປຸງສະພາບແວດລ້ອມຂອງການແຂ່ງຂັນ ບົນພື້ນຖາຄວາມສະເໝີພາບ ແລະ ເປັນທໍາ ຮັບປະກັນຜົນປະໂຫຍດຂອງປະເທດຊາດ ກໍ່ຄື ປົກປ້ອງສິດຂອງຜູ້ຊົມໃຊ້ໄດ້ຢ່າງມີປະສິດທິຜົນ, ປັບປຸງຄຸນນະພາບຊີວິດ ແລະ ຮັບປະກັນຜົນປະໂຫຍດຂອງປະຊາຊົນລາວ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ